ສະພາປະຊາຊົນແຂວງອັດຕະປື ຍົກສູງຄຸນນະ​ພາບເນື້ອໃນ ໃຫ້ແກ່ກອງປະຊຸມຄັ້ງປະຖົມມະລືກ.

ວັນທີ 22 ເມສາ 2026 ທີ່ຫ້ອງ​ປະ​ຊຸມສະພາປະຊາຊົນແຂວງອັດຕະປື ໄດ້ຈັດກອງປະຊຸມຍົກສູງຄຸນນະ​ພາບ​ທາງດ້ານເນື້ອໃນໃຫ້ແກ່ກອງປະຊຸມຄັ້ງປະຖົມມະລືກ ຂອງສະພາປະ​ຊາຊົນແຂວງອັດຕະປື ຊຸດທີ V, ໂດຍການເປັນປະທານຂອງທ່ານ ນາງ ມີນາພອນ ໄຊສົມພູ ປະທານສະພາປະຊາຊົນແຂວງ, ມີທ່ານ ບຸນເຖິງ ດວງສະຫວັນ ເລຂາພັກແຂວງ, ສະມາຊິກສະພາແຫ່ງຊາດ ຊຸດທີ X ເຂດເລືອກຕັ້ງທີ 17,​ມີ ງບັນດາທ່ານສະມາຊິກສະພາແຫ່ງຊາດ ຊຸດທີ X ເຂດເລືອກຕັ້ງທີ 17, ບັນດາທ່ານສະມາ​ຊິກ​ສະພາປະຊາຊົນແຂວງ ຊຸດທີ V, ຮອງປະ​ທານຄະນະກໍາມະການປົກຄອງແຂວງ, ຫົວໜ້າພະ​ແນກການ, ອົງການລັດທຽບເທົ່າເຂົ້າຮ່ວມ.

ໃນກອງປະຊຸມທ່ານ ມີນາພອນ ໄຊສົມພູ ໄດ້ມີຄຳເຫັນວ່າ: ການດໍາເນີນກອງປະຊຸມຍົກສູງຄຸນ​ນະພາບທາງດ້ານເນື້ອໃນ ໄດ້ເປັນກົນໄກຂອງສະ​ພາປະຊາຊົນແຂວງກ່ອນຈະດຳເນີນກອງປະຊຸມຂອງສະພາທຸກຄັ້ງທີ່ຜ່ານມາ, ກອງປະ ຊຸມຄັ້ງນີ້ແມ່ນນໍາເອົາເນື້ອໃນ ແລະ ບັນຫາສໍາຄັນຂອງກອງປະຊຸມຄັ້ງປະຖົມມະລືກ ຂອງສະພາປະຊາຊົນແຂວງ ຊຸດທີ V ທີ່ຈະໄດ້ຄົ້ນຄວ້າພິຈາລະນາຮັບຮອງ, ສະນັ້ນ​ ເພື່ອເຮັດໃຫ້ການຄົ້ນຄວ້າເນື້ອໃນຫົວຂໍ້ຕ່າງໆ ໃຫ້ມີຄຸນນະ​ພາບ, ມີປະສິດທິຜົນ ແລະ ບັນລຸງຕາມແຜນ​ການທີ່ວາງໄວ້, ທ່ານຍັງໄດ້ຮຽກຮ້ອງມາຍັງສະ​ມາຊິກສະພາປະຊາຊົນແຂວງ, ຄະນະຮັບຜິດ​ຊອບເນື້ອໃນ ແຕ່ລະຂົງເຂດທີ່ກ່ຽວ​ຂ້ອງຈົ່ງເອົາໃຈໃສ່ ເຂົ້າ ຮ່ວມຕິດ ຕາມຢ່າງຕໍ່ເນື່ອງເປັນປົກກະຕິ ແລະ ຈົ່ງໄດ້ເຊີດຊູຄວາມຮັບຜິດຊອບການເມືອງຂອງຕົນ, ສຸມສະຕິປັນຍາເຂົ້າໃນການປະກອບຄວາມຄິດເຫັນຢ່າງສ້າງ ສັນ, ກົງ​ໄປກົງມາ, ຍົກໃຫ້ເຫັນສະພາບການຕົວຈິງ ແລະ ຮ່ວມ​ກັນຄົ້ນຄວ້າຊອກຫາວິທີການແກ້​ໄຂ ຕໍ່ບັນຫາຄວາມຫຍຸ້ງຍາກທີ່ເກີດຂຶ້ນ ໃຫ້ມີຄວາມເປັນເອກະ​ພາບສູງ ແລະ ມີເຫດມີຜົນ, ເພື່ອຮັບປະກັນ ແລະ ສອດຄ່ອງກັບແນວທາງນະໂຍບາຍ ຂອງພັກ ແລະ ລັດ, ສອດຄ່ອງກັບການພັດທະນາເສດ​ຖະກິດ-ສັງຄົມ, ສອດ ຄ່ອງກັບສິດ ແລະ ໜ້າທີ່ ຂອງສະມາຊິກສະພາປະ​ຊາຊົນແຂວງ ຕາມທີ່ໄດ້ກໍານົດໄວ້ໃນລັດຖະທໍາມະນູນ ແລະ ກົດ​ໝາຍ ທັງສອດຄ່ອງກັບການພັດ ທະນາເສດຖະ ກິດ-ສັງຄົມໃນ​ປັດ​ຈຸບັນຂອງແຂວງເຮົາ.

ກອງປະຊຸມ, ຈະໄດ້ສຸມໃສ່ຄົ້ນຄວ້າ, ແລກປ່ຽນຄໍາຄິດຄໍາເຫັນ​ ເພື່ອຮ່ວມກັນຊອກວິທີແກ້ໄຂ, ສ້າງຄວາມເຂົ້າໃຈ ແລະ ເປັນເອກະພາບສູງຕໍ່ບັນດາເນື້ອໃນຢ່າງເລິກເຊິ່ງ ສອດຄ່ອງກັບສະພາບຕົວຈິງຫຼາຍຂື້ນ ໃນບາງຫົວຂໍ້ສໍາຄັນຄື: ຮ່າງບົດລາຍງານ ກ່ຽວກັບການຈັດຕັ້ງປະຕິ​ບັດ ແຜນພັດທະນາເສດຖະ​ກິດ- ສັງຄົມ ແລະ ແຜນງົບປະມານແຫ່ງລັດ 5 ປີ (2026-2030) ຂັ້ນແຂວງ.
ຂ່າວ: ວິນັດ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa