
ໃນໂອກາດກອງປະຊຸມສຳມະນາວິທະຍາສາດ ເນື່ອງໃນວັນສ້າງຕັ້ງສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 76 ປີທີ່ຈັດຂື້ນໃນວັນທີ 13 ສີງຫາ 2026 ຢູ່ຫໍປະຊຸມໃຫຍ່ແຂວງອັດຕະປື, ທ່ານ ສີສຸພັນ ສີຫາລາດ ພະນັກງານບໍານານ ອະດີດຄະນະພະແນກ ຖະແຫຼ່ງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງ (ຊື່ພະແນກໃນເມື່ອກ່ອນ) ໄດ້ໃຫ້ສຳພາດພິເສດ ໂດຍໄດ້ທົບທວນຄືນເຖິງມູນເຊື້ອ, ຄວາມຫຍຸ້ງຍາກ ແລະ ບົດບາດອັນສຳຄັນຂອງວຽກງານສື່ມວນຊົນໃນອະດີດ ທີ່ເປັນບົດຮຽນອັນລ້ຳຄ່າໃຫ້ແກ່ນັກຂ່າວຮຸ່ນປັດຈຸບັນ.
ທ່ານ ສີສຸພັນ ສີຫາລາດ ໄດ້ເລົ່າເຖິງສະພາບການເຮັດວຽກໃນຍຸກກ່ອນວ່າ: ວຽກງານສື່ມວນຊົນໃນຍຸກນັ້ນແມ່ນເຕັມໄປດ້ວຍສິ່ງທ້າທາຍ. ລະບົບໂທລະພາບຍັງເປັນແບບອານາລັອກ, ສ່ວນວິທະຍຸແຂວງກໍມີກຳລັງສົ່ງພຽງແຕ່ 100 ຫາ 500 ວັດ. ທາງດ້ານບຸກຄະລາກອນກໍຍັງບໍ່ທັນມີຜູ້ທີ່ຈົບວິຊາສະເພາະດ້ານສື່ມາໂດຍກົງ, ສ່ວນໃຫຍ່ອາໄສພຽງການຝຶກອົບຮົມໄລຍະສັ້ນ. ເຖິງຢ່າງໃດກໍຕາມ, ດ້ວຍຄວາມຕັດສິນໃຈສູງ ແລະ ຄວາມພະຍາຍາມຂອງທີມງານ, ສື່ມວນຊົນແຂວງອັດຕະປື ກໍສາມາດຜ່ານຜ່າຂໍ້ຈຳກັດເຫຼົ່ານັ້ນ ແລະ ເຮັດສຳເລັດໜ້າທີ່ການເມືອງຂອງຕົນໄດ້ຢ່າງພາກພູມໃຈ.
ສຳລັບຜູ້ທີ່ເຮັດວຽກງານສື່ມວນຊົນຮຸ່ນໃໝ່, ທ່ານໄດ້ເນັ້ນໜັກວ່າ ປັດໄຈສຳຄັນທີ່ສຸດແມ່ນ “ຈັນຍາບັນວິຊາຊີບ”. ນັກຂ່າວຕ້ອງມີຄວາມຮັບຜິດຊອບຕໍ່ສັງຄົມ, ຊື່ສັດຈົງຮັກພັກດີຕໍ່ແນວທາງນະໂຍບາຍຂອງພັກ-ລັດ ແລະ ຕ້ອງເປັນຜູ້ສະແຫວງຫາຄວາມກ້າວໜ້າຢູ່ສະເໝີ. ອັນທີ່ສຳຄັນທີ່ສຸດແມ່ນ ການນຳສະເໜີຂ່າວສານຕ້ອງອີງໃສ່ “ຄວາມເປັນຈິງ ແລະ ມີຮູບປະທຳ” ເພື່ອໃຫ້ສາມາດເປັນກະບອກສຽງທີ່ໜ້າເຊື່ອຖືຂອງພັກ-ລັດ ແລະ ຮັບໃຊ້ປະຊາຊົນຢ່າງແທ້ຈິງ.
ບົດບາດທີ່ພົ້ນເດັ່ນທີ່ສຸດຂອງສື່ມວນຊົນ ແມ່ນການເປັນແຫຼ່ງຄວາມຮູ້ ແລະ ເປັນທີ່ເພິ່ງຂອງປະຊາຊົນ. ທ່ານ ສີສຸພັນ ໄດ້ຍົກຕົວຢ່າງຜົນງານທີ່ພົ້ນເດັ່ນໃນອະດີດ ເຊັ່ນ:
* ການສົ່ງເສີມວິຊາຊີບຊາວບ້ານ: ວິທະຍຸແຂວງໄດ້ຈັດລາຍການກະສິກຳໂດຍສະເພາະ ເພື່ອແນະນຳວິທີການປູກຝັງ, ລ້ຽງສັດ ໃຫ້ແກ່ປະຊາຊົນ ເຊິ່ງສາມາດນຳໄປໝູນໃຊ້ໃນການທຳມາຫາກິນຕົວຈິງ.
* ການເປັນກະບອກສຽງໃນຍາມໄພພິບັດ: ໃນເຫດການນ້ຳຖ້ວມໃຫຍ່ປີ 2009, ວິທະຍຸ ແລະ ໂທລະພາບຂອງແຂວງ ໄດ້ອອກອາກາດເຕືອນໄພຕະຫຼອດທັງວັນ, ທັງຄືນ ເພື່ອແຈ້ງຈຸດສ່ຽງອັນຕະລາຍ ແລະ ຊ່ວຍໃຫ້ປະຊາຊົນສາມາດເກັບກູ້ຊັບສິນ ກຽມພ້ອມຮັບມືກັບໄພພິບັດໄດ້ທັນເວລາ.
ປະສົບການທີ່ ທ່ານ ສີສຸພັນ ສີຫາລາດ ໄດ້ນຳມາແບ່ງປັນໃນກອງປະຊຸມຄັ້ງນີ້ ບໍ່ພຽງແຕ່ເປັນການຮຳນຶກເຖິງຜົນງານໃນອະດີດ ແຕ່ຍັງເປັນການປູກຈິດສຳນຶກໃຫ້ແກ່ນັກສື່ມວນຊົນຮຸ່ນໃໝ່ ໃຫ້ເຫັນເຖິງຄຸນຄ່າ ແລະ ຄວາມສຳຄັນຂອງວິຊາຊີບຕົນເອງ ເພື່ອສືບຕໍ່ພັດທະນາວຽກງານຂ່າວສານໃຫ້ກ້າວໜ້າ, ວ່ອງໄວ, ທັນສະໄໝ ແລະ ຮັບໃຊ້ຜົນປະໂຫຍດຂອງສັງຄົມສືບຕໍ່ໄປ.
ຂ່າວ: ຫັດສະດີ ສຸດດາວົງ