ອັດຕະປື ຫວນຄືນມູນເຊື້ອວັນລັດຖະທໍາມະນູນ ຄົບຮອບ 35 ປີ.

ໃນວັນທີ 14 ສິງຫາ 2026. ທີ່ຫໍປະຊຸມໃຫຍ່ຂອງແຂວງ ໄດ້ມີພິທີປາຖະກາຖາ ຫວນຄືນມູນເຊື້ອວັນປະກາດໃຊ້ລັດຖະທໍາມະນູນແຫ່ງ ສປປ ລາວ ຄົບຮອບ 35 ປີ (15 ສິງຫາ 1991-15 ສິງຫາ 2026) ແລະ ວັນສ້າງຕັ້ງສະພາປະຊາຊົນຂັ້ນແຂວງ ຄົບຮອບ 48 ປີ (4 ສິງຫາ 1978 – 4 ສິງຫາ 2026), ໂດຍການປາຖະກະຖາຂອງທ່ານ ນາງ​ ມີນາພອນ​ ໄຊສົມພູ​ ຮອງເລຂາພັກແຂວງ​ ຜູ້ຊີ້ນໍາວຽກງານການເມືອງແນວຄິດ​ ພັກ​-ພະນັກງານ ມີຄະນະພັກ-ຄະນະນໍາ, ພະແນກການ, ອົງການທຽບເທົ່າ, ກອງບັນຊາການ ປກຊ-ປກສ ຕະຫຼອດຮອດພະນັກງານ-ລັດຖະກອນອ້ອມຂ້າງແຂວງເຂົ້້າຮ່ວມ ເພື່ອໂຄສະນາສຶກສາອົບຮົມໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນ,​ ກໍາລັງປ້ອງກັນຊາດ-ປ້ອງກັນຄວາມຫງົບ ກໍາແໜ້ນກ່ຽວກັບຄວາມໝາຍ, ຄວາມສໍາຄັນ ແລະ ເນື້ອໃນຂອງລັດຖະທໍາມະນູນແຫ່ງ ສປປ ລາວ ເພື່ອເພີ່ມທະວີຄວາມເຄົາລົບລັດຖະທໍາມະນູນ ແລະ ລະບຽບກົດໝາຍຢ່າງຖືກຕ້ອງ, ເຂັ້ມງວດ ແລະ ເພື່ອເປັນການເສີມຂະຫຍາຍມູນເຊື້ອແຫ່ງຄວາມສາມັກຄີໃຫ້ເປັນປຶກແຜ່ນແໜ້ນໜາຂອງປະຊາຊົນບັນດາເຜົ່າ, ຊັ້ນຄົນ ແລະ ເພດໄວ ພາຍໃຕ້ການນໍາພາຂອງພັກ.

ທ່ານ ນາງ​ ມີນາພອນ​ ໄຊສົມພູ​ ໄດ້ຍົກໃຫ້ເຫັນຄວາມສໍາຄັນຂອງລັດຖະທໍາມະນູນແຫ່ງ ສປປ ລາວ ວ່າ: ລັດຖະທຳມະນູນ ແມ່ນກົດໝາຍພື້ນຖານຂອງຊາດ, ເປັນຜູ້ກຳນົດລະບອບການເມືອງ, ເສດຖະກິດ-ສັງຄົມ, ສິດ ແລະ ພັນທະພື້ນຖານຂອງພົນລະເມືອງ, ເປັນເຄື່ອງມືໃນການຄຸ້ມຄອງລັດ, ຄຸ້ມຄອງສັງຄົມດ້ວຍກົດໝາຍ ແລະ ເປັນບ່ອນອີງໃນການສ້າງບັນດາກົດໝາຍໃນແຕ່ລະຂົງເຂດ, ນັບແຕ່ການສະຖາປະນາ ສປປ ລາວ ໃນປີ 1975, ລັດຖະທຳມະນູນໄດ້ມີການພັດທະນາ ແລະ ປັບປຸງມາເປັນໄລຍະດັ່ງນີ້: ສະບັບທຳອິດ (ປີ 1991): ໄດ້ຮັບການຮັບຮອງໃນວັນທີ 15 ສິງຫາ 1991, ປະກອບມີ 10 ໝວດ ແລະ 80 ມາດຕາ, ການປັບປຸງຄັ້ງທີ 1 (ປີ 2003): ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງການຫັນປ່ຽນໃໝ່, ປະກອບມີ 11 ໝວດ ແລະ 98 ມາດຕາ, ການປັບປຸງຄັ້ງທີ 2 (ປີ 2015): ເພີ່ມໝວດກ່ຽວກັບການປົກຄອງທ້ອງຖິ່ນ, ອົງການກວດສອບແຫ່ງລັດ ແລະ ຄະນະກຳມະການເລືອກຕັ້ງ, ປະກອບມີ 14 ໝວດ ແລະ 119 ມາດຕາ,​ ການປັບປຸງຄັ້ງທີ 3 (ປີ 2025): ເພື່ອຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ປະກອບມີ 14 ໝວດ ແລະ 122 ມາດຕາ, ຜົນສຳເລັດໃນການຈັດຕັ້ງປະຕິບັດຕະຫຼອດ 35 ປີ ດ້ານນິຕິບັນຍັດ: ສາມາດສ້າງກົດໝາຍໄດ້ທັງໝົດ 176 ສະບັບ ຊຶ່ງຄຸ້ມຄອງໃນທຸກຂົງເຂດ ເຊັ່ນ: ການປົກຄອງ, ເສດຖະກິດ, ວັດທະນະທຳ-ສັງຄົມ, ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ການຕ່າງປະເທດ, ດ້ານການເມືອງ-ສັງຄົມ: ຮັບປະກັນສະຖຽນລະພາບ, ເຮັດໃຫ້ປະຊາຊົນມີຄວາມສາມັກຄີປອງດອງ, ແລະ ສົ່ງເສີມການພັດທະນາເສດຖະກິດ-ສັງຄົມຢ່າງຕໍ່ເນື່ອງ, ດ້ານການຄຸ້ມຄອງລັດ: ອົງການອຳນາດລັດແຕ່ລະຂັ້ນໄດ້ຮັບການສ້າງຕັ້ງ ແລະ ເຄື່ອນໄຫວຕາມພາລະບົດບາດທີ່ກຳນົດໄວ້ໃນລັດຖະທຳມະນູນ.

ໃນພິທີຍັງໄດ້ຍົກໃຫ້ເຫັນຄວາມໝາຍຄວາມສໍາຂອງວັນສ້າງຕັ້ງສະພາປະຊາຊົນຂັ້ນແຂວງ ຄົບຮອບ 48 ປີ ຕື່ມອີກ.
(ວິນັດ)

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa