
ໃນວັນທີ 12 ສິງຫາ 2026 ນີ້, ທີ່ຫ້ອງປະຊຸມ ຫ້ອງວ່າການແຂວງອັດຕະປື ໄດ້ຈັດກອງປະຊຸມພົບປະ ແລະ ພິທີລົງນາມບົດບັນທຶກຊ່ວຍຈຳ ລະຫວ່າງ ຫ້ອງວ່າການແຂວງອັດຕະປື ແຫ່ງ ສປປ ລາວ ແລະ ພະແນກຊົນເຜົ່າ ແລະ ສາສະໜາ ແຂວງກວາງຫງາຍ ແຫ່ງ ສສ ຫວຽດນາມ.
ກອງປະຊຸມຄັ້ງນີ້ຝ່າຍແຂວງອັດຕະປື ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ລິດຄຳ ໂຮມອິນຕາ ກຳມະການພັກແຂວງ, ຫົວໜ້າຫ້ອງວ່າການແຂວງອັດຕະປື ແລະ ຝ້າຍຫວຽດນາມແຂວງກວາງຫວາຍໂດຍ ທ່ານ ຊຽງ ແທັງ ຟຸກ ກຳມະການພັກແຂວງ, ຫົວໜ້າພະແນກຊົນເຜົ່າ ແລະ ສາສະໜາ ແຂວງກວາງຫງາຍ, ພ້ອມດ້ວຍບັນດາຫົວໜ້າ-ຮອງຫົວໜ້າພະແນກການທີ່ກ່ຽວຂ້ອງ ແລະ ພະນັກງານວິຊາການທັງສອງຝ່າຍເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີ, ຄະນະຜູ້ແທນທັງສອງຝ່າຍໄດ້ຜັດປ່ຽນກັນລາຍງານໃຫ້ກັນຊາບ ກ່ຽວກັບສະພາບ ຈຸດພິເສດ, ຜົນສຳເລັດຂອງການພັດທະນາເສດຖະກິດ-ສັງຄົມ ແລະ ສະພາບການລວມຂອງສອງແຂວງ ອັດຕະປື-ກວາງງາຍ ກໍຄືສະພາບການຂອງສອງຊາດ ລາວ-ຫວຽດນາມ.

ເນື້ອໃນຂອງບົດບັນທຶກຊ່ວຍຈໍາການຮ່ວມມື ແຕ່ປີ 2026-2030 ໄດ້ກຳນົດໃຫ້ມີການແລກປ່ຽນບົດຮຽນ, ການເຜີຍແຜ່ແນວທາງນະໂຍບາຍ ແລະ ກົດໝາຍກ່ຽວກັບວຽກງານຊົນເຜົ່າ ໃຫ້ແກ່ປະຊາຊົນເຂດຊາຍແດນ; ຈັດຕັ້ງການພົບປະແລກປ່ຽນລະຫວ່າງຕົວແທນເຈົ້າກົກເຈົ້າເຫຼົ່າ ຂອງສອງແຂວງທີ່ອາໄສລຽບຕາມຊາຍແດນ ຄື: ບ້ານເບີອີ້, ຢຸກມິງ, ຕັກລອງ (ແຂວງກວາງຫງາຍ) ແລະ ຕາແສງວັງຕັດ, ຕາແສງສົມບຸນ (ແຂວງອັດຕະປື) ເພື່ອຮັກສາຄວາມສະຫງົບ ແລະ ເສີມຂະຫຍາຍເອກະລັກວັດທະນະທຳ, ທັງສອງຝ່າຍຍັງເຫັນດີຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໃນການບຳລຸງສ້າງບຸກຄະລາກອນ ໂດຍແຂວງກວາງຫງາຍ ຈະຊ່ວຍຝຶກອົບຮົມວຽກງານຊົນເຜົ່າໃຫ້ພະນັກງານແຂວງອັດຕະປື ຈຳນວນ 1 ຫາ 2 ຊຸດຕໍ່ປີ, ຂະນະທີ່ແຂວງອັດຕະປື ຈະຊ່ວຍບຳລຸງສ້າງພາສາລາວ ໃຫ້ແກ່ພະນັກງານແຂວງກວາງຫງາຍ ຈຳນວນ 2 ທີມຕໍ່ໄລຍະ. ນອກຈາກນີ້, ຍັງຈະຊຸກຍູ້ການຮ່ວມມືດ້ານການພັດທະນາກະສິກຳ, ຫັດຖະກຳພື້ນເມືອງ ແລະ ການທ່ອງທ່ຽວແບບຊຸມຊົນອີກດ້ວຍ. ຫຼັງຈາກນັ້ນ, ທັງສອງຝ່າຍໄດ້ຮ່ວມກັນລົງນາມເຊັນບົດບັນທຶກຊ່ວຍຈຳການຮ່ວມມື ໄລຍະປີ 2026-2030 ຢ່າງເປັນທາງການ.

ບົດບັນທຶກຊ່ວຍຈຳສະບັບນີ້ ມີຜົນສັກສິດນັບແຕ່ວັນລົງນາມ ຈົນເຖິງວັນທີ 31 ທັນວາ 2030, ເຊິ່ງຈະເປັນບາດກ້າວອັນສຳຄັນໃນການນຳເອົາຜົນປະໂຫຍດຕົວຈິງ ມາສູ່ປະຊາຊົນທັງສອງທ້ອງຖິ່ນ ບົນພື້ນຖານຄວາມສະເໝີພາບ ແລະ ເຄົາລົບອະທິປະໄຕ ເຊິ່ງກັນ ແລະ ກັນ.

ຂ່າວ: ຫັດສະດີ ສຸດດາວົງ
ພາບ: ວິໄລສັກ