
ຕຳຫຼວດຈາລະຈອນປະຈຳປ້ອມຫຼັກ 16 ເມືອງໄຊເສດຖາ ແຂວງອັດຕະປື ກັກຕົວຜູ້ຖືກຫາ 1 ຄົນ ພ້ອມຢາບ້າ 607 ເມັດ ແລະ ຂອງກາງອື່ນໆ ກ່ອນຂະຫຍາຍຜົນສືບສວນ ສາມາດກັກຕົວຜູ້ຖືກຫາອີກ 1 ຄົນ ພ້ອມຢາບ້າ 1,006 ເມັດ ລວມຢາບ້າຂອງກາງທັງໝົດ 1,613 ເມັດ.
ເຫດການດັ່ງກ່າວ ເກີດຂຶ້ນເວລາປະມານ 17 ໂມງ 20 ນາທີ ວັນທີ 2 ພະຈິກ 2026 ເຈົ້າໜ້າທີ່ຕຳ ຫຼວດຈາລະຈອນປະຈຳປ້ອມຫຼັກ 16 ໄດ້ກັກຕົວທ້າວ ແຫຼ້ ອາຍຸ 50 ປີ ຫວ່າງງານ ຢູ່ບ້ານດອນສິມ ເມືອງໄຊເສດຖາ ພ້ອມຂອງກາງຢາບ້າ 607 ເມັດ, ໃບກະທ້ອມ 84 ໃບ, ນ້ຳຢາປະສົມດາທິດຊິນ 3 ຂວດ, ລົດຈັກ 1 ຄັນ ແລະ ໂທລະສັບ 1 ໜ່ວຍ, ຈາກນັ້ນໄດ້ມອບໃຫ້ໜ່ວຍງານສະກັດກັ້ນ ແລະ ຕ້ານຢາເສບຕິດເມືອງດຳເນີນການສືບສວນ.
ຜ່ານການສືບສວນ-ສອບສວນ ທ້າວ ແຫຼ້ ໃຫ້ການຮັບສາລະພາບວ່າ ຢາບ້າຈຳນວນດັ່ງກ່າວ ແມ່ນຊື້ມາຈາກທ້າວ ວົງມອນ ອາຍຸ 35 ປີ ປະຊາຊົນບ້ານໂພໄຊ ເມືອງໄຊເສດຖາ. ຕໍ່ມາ ເວລາ 16 ໂມງ ຂອງວັນທີ 3 ພະຈິກ 2026 ເຈົ້າໜ້າທີ່ໜ່ວຍງານສະກັດກັ້ນ ແລະ ຕ້ານຢາເສບຕິດເມືອງ ຈຶ່ງໄດ້ກັກຕົວທ້າວ ວົງມອນ ພ້ອມຂອງກາງຢາບ້າ 5 ຖົງ ຈຳນວນ 1,006 ເມັດ, ໂທລະສັບ 1 ໜ່ວຍ ແລະ ລົດສະກູດເຕີໄຟຟ້າ 1 ຄັນ.
ປັດຈຸບັນ ຄະດີດັ່ງກ່າວ ໄດ້ມອບໃຫ້ເຈົ້າໜ້າທີ່ສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງອັດຕະປື ດຳເນີນການສືບສວນ ແລະ ດຳເນີນຄະດີຕາມລະບຽບກົດໝາຍຕໍ່ໄປ.
ຂ່າວ: ພຸດປະສົງ