ຮອງນາຍົກລັດຖະມົນຕີ ພົບປະໂອ້ລົມຄະນະພັກ, ຄະນະນໍາແຂວງອັດຕະປື

ວັນທີ 5 ພະຈິກ 2026, ທີ່ຫໍປະຊຸມໃຫຍ່ຂອງແຂວງ ທ່ານ ພົນເອກ ຄຳລຽງ ອຸທະໄກສອນ ກຳມະ ການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ພົບປະໂອ້ລົມຄະນະພັກ, ຄະນະນໍາແຂວງອັດຕະປື, ໂດຍມີ ທ່ານ ນາງ ມີນາພອນ ໄຊສົມພູ ຮອງເລ ຂາພັກແຂວງ ຜູ້ປະຈຳການເລຂາພັກແຂວງ ພ້ອມຄະນະນຳແຂວງ, ພະນັກງານຫຼັກແຫຼ່ງເຂົ້າຮ່ວມຕ້ອນຮັບ.
ໃນໂອກາດນີ້ ທ່ານ ນາງ ມີນາພອນ ໄຊສົມພູ ໄດ້ລາຍງານສະພາບລວມ ຜົນການນຳພາ-ຊີ້ນຳວຽກ ງານຮອບດ້ານໃນໄລຍະ 9 ເດືອນ ແລະ ທິດທາງແຜນການ 3 ເດືອນທ້າຍປີ 2026 ໃຫ້ຄະນະຮັບຊາບ. ເນື້ອໃນລາຍງານກວມເອົາວຽກງານການເມືອງ-ແນວຄິດ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ການແກ້ໄຂບັນຫາສັງຄົມ ເຊັ່ນ: ຢາເສບຕິດ, ອາຊະຍາກຳທາງອິນເຕີເນັດ ແລະ ການລັກລອບຂຸດຄົ້ນແຮ່ທາດ, ພ້ອມທັງຜົນການພັດທະນາເສດຖະກິດ-ສັງຄົມ ແລະ ຄວາມຄືບໜ້າການຊົດເຊີຍຜົນກະທົບໃຫ້ປະຊາຊົນຜູ້ປະສົບໄພພິບັດຢູ່ເມືອງສະໜາມໄຊ.
ທ່ານ ພົນເອກ ຄຳລຽງ ອຸທະໄກສອນ ໄດ້ໃຫ້ທິດຊີ້ນໍາຫຼາຍປະເດັນສຳຄັນ ຄື: ໃຫ້ຄະນະພັກ, ຄະນະນໍາແຂວງອັດຕະປື ສືບຕໍ່ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ແລະ ຂອງອົງຄະ ນະພັກແຂວງ ໃຫ້ເປັນຮູບປະທຳ, ສືບຕໍ່ສ້າງຮາກຖານການເມືອງໃຫ້ເຂັ້ມແຂງ, ຄວບຄູ່ກັບການພັດ ທະນາວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ແກ້ໄຂບັນຫາທີ່ອາດກໍ່ໃຫ້ເກີດຄວາມບໍ່ສະ ຫງົບ, ຮັກສາຄວາມເປັນລະບຽບຮຽບຮ້ອຍຕາມແນວຊາຍແດນ ແລະ ຄຸ້ມຄອງອາວຸດຕາມລະບຽບກົດໝາຍ, ສ້າງພັກ ແລະ ພັດທະນາພະນັກງານສືບທອດໃຫ້ມີຄຸນນະພາບ, ສ້າງສອງກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບໃຫ້ເຂັ້ມແຂງ ແລະ ນຳພາການພັດທະນາເສດຖະກິດ- ສັງຄົມ ໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້.

ໃນໂອກາດດຽວກັນນີ້ ທ່ານ ພົນເອກ ຄຳລຽງ ອຸທະໄກສອນ ຍັງໄດ້ຕາງໜ້າໃຫ້ບັນດາບໍລິສັດທີ່ດຳ ເນີນກິດຈະການຢູ່ແຂວງອັດຕະປື ມອບເງິນອຸປະຖຳໃຫ້ແຂວງ ລວມມູນຄ່າ 700 ລ້ານກີບ, ໃນນັ້ນ ບໍລິສັດ ພົງຊັບທະວີ ຈຳກັດຜູ້ດຽວ ມອບ 500 ລ້ານກີບ, ບໍລິສັດ ບຸຜາພັດທະນາກໍ່ສ້າງ ຈຳກັດ ມອບ 100 ລ້ານກີບ ແລະ ບໍລິສັດ ສີສະເກດ ກໍ່ສ້າງຄົບວົງຈອນ ມອບ 100 ລ້ານກີບ.
ຂ່າວ: ວິໄລສັກ ແກ້ວຫຼວງໂຄດ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa