
ໃນຕອນເຊົ້າວັນທີ 17 ສິງຫາ 2026 ນີ້ ທ່ານ ບຸນເຖິງ ດວງສະຫວັນ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງອັດຕະປື ພ້ອມດ້ວຍຄະນະ ໄດ້ຕ້ອນຮັບ ຄະນະນໍາຈາກກະຊວງການຕ່າງປະເທດ ເຊິ່ງນຳໂດຍ ທ່ານ ບໍວອນທັດ ດວງຈັກ ຫົວໜ້າຫ້ອງການ ກະຊວງການຕ່າງປະເທດ ພ້ອມດ້ວຍຄະນະວິຊາການຂັ້ນພະແນກ ໂອກາດທີ່ມາເຄື່ອນໄຫວວຽກງານຢູ່ແຂວງອັດຕະປື ໃນລະຫວ່າງວັນທີ 17-21 ສິງຫາ 2026 ນີ້.
ການເຂົ້າພົບປະໃນຄັ້ງນີ້, ທ່ານ ບໍວອນທັດ ດວງຈັກ ຫົວໜ້າຫ້ອງການ ກະຊວງການຕ່າງປະເທດ ໄດ້ລາຍງານໃຫ້ຮູ້ເຖິງຈຸດປະສົງ ຂອງການມາເຮັດວຽກຢູ່ແຂວງອັດຕະປື ເຊິ່ງແມ່ນການຈັດຕັ້ງປະຕິບັດຕາມການມອບໝາຍ ແລະ ແບ່ງຄວາມຮັບຜິດຊອບຈາກຂັ້ນເທິງ ໃຫ້ກະຊວງການຕ່າງປະເທດ ປະສານສົມທົບ, ລົງຊຸກຍູ້ ແລະ ເຮັດວຽກຮ່ວມກັບ ແຂວງອັດຕະປື. ທັງນີ້ກໍເພື່ອເຮັດໃຫ້ການປະສານງານ ລະຫວ່າງ ລັດຖະບານ ແລະ ທ້ອງຖິ່ນ (ແຂວງ) ມີຄວາມໂລ່ງລ່ຽນ, ກົມກຽວ ແລະ ເປັນເອກະພາບກັນຢ່າງແໜ້ນແຟ້ນໃນການຈັດຕັ້ງປະຕິບັດບັນດານະໂຍບາຍ ຕະຫຼອດຮອດ ມາດຕະການຕ່າງໆ ທີ່ລັດຖະບານໄດ້ວາງອອກໃຫ້ປະກົດຜົນເປັນຮູບປະທຳ.

ໂອກາດດຽວກັນນີ້ ທ່ານ ບຸນເຖິງ ດວງສະຫວັນ ກໍ່ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງ ຕໍ່ຄະນະນຳຈາກກະຊວງການຕ່າງປະເທດ ໃນການລົງມາເຄື່ອນໄຫວເຮັດວຽກຢູ່ແຂວງອັດຕະປືຄັ້ງນີ້ ເຊິ່ງເປັນການສະແດງໃຫ້ເຫັນເຖິງຄວາມເອົາໃຈໃສ່ຂອງສູນກາງ ເພື່ອຊ່ວຍແກ້ໄຂ ແລະ ເຮັດໃຫ້ການຈັດຕັ້ງປະຕິບັດວຽກງານ, ແນວທາງນະໂຍບາຍຂອງພັກ-ລັດ ຂັ້ນທ້ອງຖີ່ນ ມີຄວາມສອດຄ່ອງ ທັນການ ທັງເປັນການເພີ່ມທະວີຄວາມເປັນເອກະພາບ, ຄວາມສຳຄັນຂອງການປະສານສົມທົບຢ່າງແໜ້ນແຟ້ນ ລະຫວ່າງ ຂັ້ນສູນກາງ ແລະ ທ້ອງຖິ່ນ. ແຂວງອັດຕະປື ພ້ອມທີ່ຈະໃຫ້ຄວາມຮ່ວມມືຢ່າງເຕັມທີ່ ເພື່ອໃຫ້ການຈັດຕັ້ງປະຕິບັດບັນດາມາດຕະການ ແລະ ນະໂຍບາຍຕ່າງໆທີ່ພັກ ແລະ ລັດຖະບານວາງອອກ ໄດ້ຮັບການຈັດຕັ້ງປະຕິບັດຢ່າງມີປະສິດທິຜົນ, ໂລ່ງລ່ຽນ ແລະ ເປັນເອກະພາບກັນ.
ໂດຍ: ວິໄລສັກ ແກ້ວຫຼວງໂຄດ