
ໃນຕອນເຊົ້າ ວັນທີ 13 ສິງຫາ 2026 ທີ່ພະແນກຍຸຕິທຳແຂວງ ກວາງຫງາຍ ສສ ຫວຽດນາມ ໄດ້ຈັດພິທີເຊັນບົດບັນທຶກຊ່ວຍຈໍາ MOU ເພີ່ມທະວີການຮ່ວມມື ລະຫວ່າງ ພະແນກຍຸຕິທໍາແຂວງ ອັດຕະປື ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ພະແນກຍຸຕິທໍາ ແຂວງ ກວາງຫງາຍ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ໂດຍການເປັນປະທານຮ່ວມຂອງສະຫາຍ ຈາ ແທັງ ແຢັງ ກຳມະການພັກແຂວງ ຫົວໜ້າພະແນກຍຸຕິທຳແຂວງ ກວາງຫງາຍ, ມີສະຫາຍ ບຸນທະມາລີ ໝັ້ນອານົງ ກຳມະການພັກແຂວງ ຫົວໜ້າພະແນກຍຸຕິທໍາແຂວງອັດຕະປື ພ້ອມຄະນະ ເພື່ອເພີ່ມທະວີສາຍພົວພັນມິດຕະພາບຄວາມສາມັກຄີພິເສດ ການພົວພັນທີ່ເປັນມູນເຊື້ອມິດຕະພາບ ຂອງສອງປະເທດ ຫວຽດນາມ-ລາວ ເວົ້າລວມ ແລະ ການຮ່ວມມື ລະຫວ່າງ ພະແນກຍຸຕິທໍາ ສອງປະເທດ, ສອງແຂວງ ອັດຕະປື-ກວາງຫງາຍ ໃຫ້ສູງຂຶ້ນກ່ວາເກົ່າ ແນໃສ່ເພື່ອຍົກສູງປະສິດທິຜົນ, ການຈັດຕັ້ງປະຕິບັດຮັດແໜ້ນ ແລະ ເພີ່ມທະວີສາຍພົວພັນການຮ່ວມມືໃນການຕ້ານ ແລະ ສະກັດກັ້ນອາຊະຍາກໍາ ລະຫວ່າງ ສອງແຂວງ ກວາງຫງາຍ ແລະ ອັດຕະປີ, ເນື້ອໃນບົດບັນທຶກຊ່ວຍຈໍາ ໄລຍະປີ 2026-2030, ສອງຝ່າຍໄດ້ເອກະ ພາບກັນດ້ານເນື້ອໃນ ແລະ ແຜນການຮ່ວມມືຢູ່ໃນຕໍ່ໜ້າດັ່ງນີ້:

1. ແລກປ່ຽນ ແລະ ຖອດຖອນບົດຮຽນກ່ຽວກັບການຈັດຕັ້ງປະຕິບັດແກ້ໄຊບັນຫາດ້ານນິຕິກຳ ແລະ ຍຸຕິທຳທີ່ເກີດຂື້ນ (ສັນຊາດ, ການເອົາເດັກມາເປັນລູກລ້ຽງ, ເຜີຍແຜ່, ສືກສາອົບຮົມກົດໝາຍ ໃຫ້ພົນລະເມືອງແຂວງກວາງຫງາຍ ຢູ່ແຂວງອັດຕະປື, ເພື່ອແນໃສ່ຮັບປະກັນຊີວິດການເປັນຢູ່ທີ່ສະຫງົບສຸກຂອງປະຊາຊົນສອງຝ່າຍ, ຍົກສຸງສະຕິເຄົາລົບ ແລະ ການປະຕິບັດກົດໝາຍ ຂອງປະຊາຊົນຕາແສງເຂດຊາຍແດນສອງຝ່າຍ;
2. ເພີ່ມທະວີການນໍາໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ການຫັນເປັນດິຈີຕອນເພື່ອເຮັດໃຫ້ການຄຸ້ມຄອງວຽກງານຍຸຕິທໍາມີປະສິດທິຜົນ ແລະ ມີປະສິດທິພາບໃນການຄຸ້ມຄອງວຽກງານຍຸຕິທໍາ;
3. ໃຫ້ການຊ່ວຍເຫຼືອເຊິ່ງກັນ ແລະ ກັນ ເພື່ອສ້າງເງື່ອນໄຂສະດວກໃຫ້ແກ່ການປະຕິບັດວຽກງານຂອງແຕ່ລະຝ່າຍຕາມຄວາມສາມາດ ເງື່ອນໄຂທີ່ເໝາະສົມ ແລະ ສະພາບຕົວຈິງ;
4. ສອງຝ່າຍສືບຕໍ່ຮັກສາ ແລະ ພັດທະນາສາຍພົວພັນມິດຕະພາບ ແລະ ການຮ່ວມມືທຸກດ້ານ ລະຫວ່າງສອງພັກ, ສອງລັດຖະບານ ແລະ ປະຊາຊົນສອງຊາດ ຫວຽດນາມ-ລາວ, ເປັນຕົ້ນແມ່ນສາຍພົວພັນມິດຕະພາບການຮ່ວມມືລະຫວ່າງ ພະແນກຍຸຕິທໍາແຂວງອັດຕະປື ແລະ ພະແນກຍຸຕິທໍາ ແຂວງ ກວາງຫງາຍ, ສອງຝ່າຍຈະສືບຕໍ່ຈັດຕັ້ງປະຕິບັດແລກປ່ຽນ ບົດຮຽນ ແລະ ວຽກງານຍຸຕິທໍາ ລະຫວ່າງ ສອງແຂວງ, ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ຕາມເງື່ອນໄຂ ແລະ ຄວາມສາມາດຕົວຈິງຂອງແຕ່ລະຝ່າຍ.
5. ສອງຝ່າຍຈັດຕັ້ງກອງປະຊຸມຕີລາຄາການປະຕິບັດເນື້ອໃນບົດບັນທຶກທີ່ໄດ້ລົງນາມ ແລະ ແຈ້ງໃຫ້ຊາບ ກ່ຽວກັບສະພາບການຂອງສອງທ້ອງຖິ່ນຕາມພາລະບົດບາດ, ໜ້າທີ່ຂອງຂະແໜງຍຸຕິທໍາ ປີລະເທື່ອໜຶ່ງ, ຕາມກົນໄກປ່ຽນກັນ. ຈາກນັ້ນທັງສອງຝ່າຍໄດ້ລົງນາມບົນບັນທຶກຊ່ວຍຈໍາຢ່າງເປັນທາງການໂດຍຊ່ອງໜ້າຜູ້ເຂົ້າຮ່ວມໃນກອງປະຊຸມ.

ໃນຕອນທ້າຍຂອງກອງປະຊຸມປະທານກອງຊຸມ ໄດ້ຄໍາເຫັນເພື່ອເປັນເຂັມຊີ້ທິດເຍື່ອງທາງໃຫ້ແກ່ພະແນກຍຸຕິທໍາ ສອງແຂວງວ່າ ໃຫ້ສືບຕໍ່ການພົບປະແລກປ່ຽນບັດຮຽນຊຶ່ງກັນ ແລະ ກັນ, ໂຄສະນາເຜີຍແຜ່ມູນເຊື້ອປະຫວັດສາດສາຍພົວພັນມິດຕະພາບອັນຍິ່ງໃຫ່ຍ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ຫວຽດນາມ-ລາວ, ລາວ-ຫວຽດນາມເວົ້າລວມ, ເວົ້າສະເພາະແຂວງ ອັດຕະປື ແລະ ແຂວງກວາງຫງາຍ ໃຫ້ທົ່ວເຖິງປະຊາຊົນທຸກຊັ້ນຄົນ, ສືບຕໍ່ປະສານສົມທົບຈັດຕັ້ງປະຕິບັດວຽກງານຢ່າງມີປະສິດທິຜົນ, ບັນດາຄວາມຮຽກຮ້ອງຕ້ອງການຊ່ວຍເຫຼືອທາງ ດ້ານກົດໝາຍເຊິ່ງກັນ ແລະ ກັນໃນເລື່ອງທາງແພ່ງ ແລະ ທາງອາຍາ ພາຍໃຕ້ຂໍ້ກໍານົດຂອງສອງປະເທດ ຫວຽດນາມ ແລະ ລາວ.
ຂ່າວ: ທົງໄຊ
ພາບ: ທິບພະວັນ