ຄະນະໂຄສະນາອົບຮົມແຂວງ ສໍາເລັດການແຂ່ງຂັນກິລາເປຕັງເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງສື່ມວນຊົນ ແລະ ການພິມຈໍາໜ່າຍຄົບຮອບ 76 ປີ.

ໃນວັນທີ 14 ສິງຫາ 2026, ຄະນະໂຄສະນາອົບຮົມແຂວງ ໄດ້ສ້າງຂະບວນການແຂ່ງຂັນກິລາເປຕັງ ຢູ່ເດີ່ນສະໜາມກິລາເປຕັງຂອງແຂວງ ໂດຍມີ ທ່ານ ກົງຈັກ ສີສະຫວາດ, ກຳມະການພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີຄະນະນຳຈາກບັນດາພະແນກການອ້ອມຂ້າງ ພະນັກງານ, ນັກຂ່າວ, ເຄືອຂ່າຍເພື່ອນຮ່ວມງານ, ຄະນະນຳ ແລະ ຄະນະໂຄສະນາອົບຮົມເມືອງ 5 ຕົວເມືອງ ເຂົ້າຮ່ວມ.

ຂະບວນການແຂ່ງຂັນເປຕັງຄັ້ງນີ້ ຈັດຂຶ້ນເນື່ອງໃນໂອກາດລະນຶກເຖິງວັນສ້າງຕັ້ງສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 76 ປີ(ວັນທີ 13 ສິງຫາ 1950-13 ສິງຫາ 2026). ກິດຈະກຳດັ່ງກ່າວ ນອກຈາກຈະສົ່ງເສີມການຫຼິ້ນກິລາເພື່ອສຸຂະພາບແລ້ວ ຍັງເປັນເວທີໃຫ້ພະນັກງານ, ນັກຂ່າວ ແລະ ເຄືອຂ່າຍສື່ມວນຊົນ ໄດ້ພົບປະ ແລກປ່ຽນປະສົບການ, ສ້າງມິດຕະພາບ ແລະ ເສີມສ້າງສາຍສຳພັນໃຫ້ແໜ້ນແຟ້ນຍິ່ງຂຶ້ນ.

ການແຂ່ງຂັນແບ່ງເປັນ 2 ປະເພດ ທີມປະສົມ(ຊາຍ- ຍິງ) ມີທິມການນໍາ 14 ທີມ, ທີມວິຊາການ 22 ທີມ ຄື: ທີມການນຳ ແລະ ທີມວິຊາການ. ຜົນການແຂ່ງຂັນປະເພດທີມການນຳ ອັນດັບທີ 1 ໄດ້ແກ່ ທີມການນຳຫ້ອງວ່າການແຂວງ ໄດ້ຮັບຂັນ 1 ໜ່ວຍ ພ້ອມເງິນລາງວັນ 1.000.000 ກີບ; ອັນດັບທີ 2 ໄດ້ແກ່ ທີມການນຳຄະນະຈັດຕັ້ງແຂວງ ໄດ້ຮັບເງິນລາງວັນ 800.000 ກີບ ແລະ ອັນດັບທີ 3 ໄດ້ແກ່ ທີມການນຳຊາວໜຸ່ມແຂວງ ໄດ້ຮັບເງິນລາງວັນ 600.000 ກີບ. ສ່ວນປະເພດທີມວິຊາການ, ອັນດັບທີ 1 ໄດ້ແກ່ ທີມວິຊາການຫ້ອງວ່າການແຂວງ ໄດ້ຮັບຂັນລາງວັນ 1 ໜ່ວຍ ພ້ອມເງິນລາງວັນ 1.000.000 ກີບ; ອັນດັບທີ 2 ໄດ້ແກ່ ທີມວິຊາການ ທະນາຄານຕ່າງປະເທດ ໄດ້ຮັບເງິນລາງວັນ 800.000 ກີບ; ແລະ ອັນດັບທີ 3 ໄດ້ແກ່ ທີມວິຊາການຄະນະໂຄສະນາອົບຮົມແຂວງໄດ້ຮັບເງິນລາງວັນ 600.000 ກີບ.

ໃນໂອກາດດັ່ງກ່າວ, ກົງຈັກ ສີສະຫວາດ ໄດ້ກ່າວຊົມເຊີຍຕໍ່ຜົນສຳເລັດຂອງຂະບວນການ ພ້ອມຂອບໃຈບັນດາຄະນະນຳ, ພະນັກງານ, ນັກຂ່າວ ແລະ ເພື່ອນຮ່ວມງານ ທີ່ໄດ້ຮ່ວມແຮງຮ່ວມໃຈ ແລະ ໃຫ້ການສະໜັບສະໜູນ ແລະ ເຂົ້າຮ່ວມກິດຈະກຳດັ່ງກ່າວ ພ້ອມກັນນີ້ ຍັງໄດ້ຂອບໃຈບັນດາຜູ້ປະກອບການ ແລະ ນັກທຸລະກິດ ທີ່ມີນ້ຳໃຈຮ່ວມສະໜັບສະໜູນວັດຖຸປັດໃຈຕ່າງໆ ຈົນກິດຈະກຳສາມາດສຳເລັດຕາມແຜນການ.

ຕອນທ້າຍຂອງພິທີ ທ່ານ ກົງຈັກ ສີສະຫວາດ ໄດ້ມອບຂັນ ແລະ ລາງວັນໃຫ້ແກ່ທີມທີ່ຊະນະ ພ້ອມທັງ ກ່າວມີຄໍາເຫັນວ່າ ຂະບວນການກິລາຄັ້ງນີ້ ບໍ່ແມ່ນຈັດຂຶ້ນພຽງເພື່ອຊິງຊະນະ ຫຼື ຊິງຂັນລາງວັນ ແຕ່ເປັນເວທີໃຫ້ພະນັກງານ, ນັກຂ່າວ ແລະ ເຄືອຂ່າຍເພື່ອນຮ່ວມງານ ໄດ້ພົບປະ, ສົນທະນາ, ແລກປ່ຽນປະສົບການ ແລະ ສ້າງມິດຕະພາບ. ອັນສຳຄັນ ຍັງເປັນການສ້າງພະລັງຮ່ວມມື ເພື່ອຮ່ວມກັນຍົກສູງວຽກງານສື່ມວນຊົນໃຫ້ມີຄຸນນະພາບ ແລະ ພັດທະນາກ້າວໜ້າຍິ່ງຂຶ້ນ. ພ້ອມກັນນີ້ ຍັງໄດ້ຂອບໃຈບັນດາຜູ້ປະກອບການ ແລະ ນັກທຸລະກິດ ທີ່ມີນ້ຳໃຈຮ່ວມສະໜັບສະໜູນວັດຖຸປັດໃຈຕ່າງໆ ຈົນກິດຈະກຳສາມາດສຳເລັດຕາມແຜນການທີ່ວາງໄວ.

ຂ່າວ: ສ.ໄຊຄຳສອນ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa