ໃນ 6 ເດືອນຕົ້ນປີ 2026 ອັດຕະປື ຂຶ້ນທະບຽນພາຫະນະ 1,466 ຄັນ ພ້ອມກວດກາເຕັກນິກເກືອບ 3,000 ຄັນ.

ຕາມການລາຍງານຂອງ ທ່ານ ວຽງທອງ ທຳມານຸວົງ ຮອງຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງ ແຂວງອັດຕະປື, ຕໍ່ກອງປະຊຸມສະຫຼຸບວຽກງານ 6 ເດືອນຕົ້ນປີ ແລະ ວາງທິດທາງແຜນການ 6 ເດືອນທ້າຍປີ 2026 ຊຶ່ງຈັດຂຶ້ນເມື່ອບໍ່ດົນມານີ້ວ່າ: ໃນໄລຍະ 6 ເດືອນຜ່ານມາ ພະແນກໂຍທາທິການ ແລະ ຂົນສົ່ງ ໄດ້ເອົາໃຈໃສ່ວຽກງານຂົນສົ່ງ, ການຄຸ້ມຄອງພາຫະນະ ແລະ ການຂັບຂີ່ ເພື່ອຍົກສູງຄວາມເປັນລະບຽບ ແລະ ຄວາມປອດໄພທາງຖະໜົນ. ສຳລັບວຽກງານຂຶ້ນທະບຽນພາຫະນະ ສາມາດຂຶ້ນທະບຽນຍານພາຫະນະທາງບົກທຸກປະເພດໄດ້ທັງໝົດ 1,466 ຄັນ, ໃນນັ້ນ ລົດຈັກ 912 ຄັນ, ລົດເບົາ ເຊັ່ນ ລົດເກັງ, ລົດກະບະ, ລົດຈິບ ແລະ ລົດຕູ້ 422 ຄັນ, ໃນນັ້ນມີລົດໄຟຟ້າ 6 ຄັນ, ລົດຂົນສົ່ງສິນຄ້າ 117 ຄັນ ແລະ ລົດຂົນສົ່ງໂດຍສານ 15 ຄັນ. ນອກນັ້ນ ຍັງໄດ້ຍົກຍ້າຍສຳນວນເອກະສານໄປຂຶ້ນທະບຽນຢູ່ຕ່າງແຂວງ 53 ຄັນ. ດ້ານການຕໍ່ ແລະ ແຈ້ງເສຍໃບທະບຽນຖາວອນ ມີທັງໝົດ 197 ຄັນ, ໃນນັ້ນ ຕໍ່ທະບຽນ 175 ຄັນ ແລະ ແຈ້ງເສຍ 22 ຄັນ.
ສ່ວນການປະມູນເລກປ້າຍທະບຽນ ໄດ້ຈັດຂຶ້ນ 1 ຄັ້ງ ມີຜູ້ສົນໃຈເຂົ້າຮ່ວມປະມູນ 10 ໝາຍເລກ ສາມາດສ້າງລາຍຮັບໄດ້ກວ່າ 256 ລ້ານກວ່າກີບ ແລະ ຂາຍເລກທະບຽນຕາມຄວາມຕ້ອງການຂອງສັງຄົມໄດ້ 98 ຄັນ. ດ້ານການກວດກາເຕັກນິກພາຫະນະຕາມຮອບວຽນ ໄດ້ກວດກາທັງໝົດ 2,939 ຄັນ, ໃນນັ້ນ ລົດຈັກ 841 ຄັນ, ລົດເບົາ 1,910 ຄັນ, ລົດຂົນສົ່ງສິນຄ້າ 177 ຄັນ ແລະ ລົດຂົນສົ່ງໂດຍສານ 11 ຄັນ. ພ້ອມນີ້ ຍັງໄດ້ຢັ້ງຢືນການກວດສະພາບເຕັກນິກຂອງຍານພາຫະນະທີ່ນຳເຂົ້າ ແລະ ນຳໃຊ້ ເພື່ອເສຍພາສີ-ອາກອນ ຈຳນວນ 1,066 ຄັນ, ໃນນັ້ນ ລົດຈັກ 22 ຄັນ, ລົດເບົາ 1,043 ຄັນ ແລະ ລົດຂົນສົ່ງສິນຄ້າ 1 ຄັນ. ສຳລັບວຽກງານໃບອະນຸຍາດຂັບຂີ່ ໄດ້ຈັດສອບເສັງໃບອະນຸຍາດຂັບຂີ່ປະເພດ ABCD ຈຳນວນ 270 ຄົນ, ຕໍ່ອາຍຸໃບອະນຸຍາດ 199 ຄົນ ແລະ ແຈ້ງໃບອະນຸຍາດຂັບຂີ່ເສຍຫາຍ 4 ຄົນ. ຂໍ້ມູນແຍກຕາມປະເພດ ປະກອບມີ ປະເພດ A ຈຳນວນ 382 ຄົນ, ປະເພດ B ມີ 458 ຄົນ ແລະ ປະເພດ C ມີ 175 ຄົນ. ດ້ານວຽກງານຄຸ້ມຄອງການຂົນສົ່ງສິນຄ້າ ແລະ ໂດຍສານ ໄດ້ອອກປື້ມອະນຸຍາດຂົນສົ່ງລະຫວ່າງປະເທດ 214 ຫົວ, ອອກໃບອະນຸຍາດແລ່ນລົດ 75 ໃບ ແລະ ໃບອະນຸຍາດດຳເນີນທຸລະກິດ 3 ຄັນ. ສຳລັບວຽກຂົນສົ່ງໂດຍສານໃນເສັ້ນທາງ ອັດຕະປື-ວຽງຈັນ, ອັດຕະປື-ສະຫວັນນະເຂດ, ອັດຕະປື-ຈຳປາສັກ ແລະ ອັດຕະປື-ເຊກອງ ມີຈຳນວນຖ້ຽວລວມ 793 ຖ້ຽວ ແລະ ມີປະລິມານຜູ້ໂດຍສານລວມ 3,792 ຄົນ.
ທ່ານ ວຽງທອງ ທຳມານຸວົງ ກ່າວຕື່ມວ່າ: ໃນ 6 ເດືອນທ້າຍປີ 2026 ຈະສືບຕໍ່ປັບປຸງວຽກງານຂົນສົ່ງສິນຄ້າ ແລະ ໂດຍສານໃຫ້ມີຄວາມເຂັ້ມແຂງ, ສືບຕໍ່ປັບປຸງເສັ້ນທາງຂົນສົ່ງໂດຍສານກັບ ສສ ຫວຽດນາມ, ສືບຕໍ່ຄຸ້ມຄອງຄວາມປອດໄພຕາມທ້ອງຖະໜົນຫຼວງ, ສືບຕໍ່ຄຸ້ມຄອງພາຫະນະ ແລະ ການຂັບຂີ່, ພ້ອມທັງຫັນເອົາວຽກງານຄຸ້ມຄອງພາຫະນະ ແລະ ການຂັບຂີ່ລົງສູ່ທ້ອງຖິ່ນ ແລະ ປັບປຸງວຽກງານກວດກາເຕັກນິກພາຫະນະໃຫ້ດີຂຶ້ນ.
ຂ່າວ: ສິດຕິພອນ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa