ປະທານຄະນະກໍາມະການປົກຄອງແຂວງອັດຕະປື ຕ້ອນຮັບຄະນະສະມາຄົມມິດຕະພາບລາວ-ສ.ເກົາຫຼີ

ວັນທີ 30 ກັນຍາ 2026 ນີ້, ທີ່ຫ້ອງວ່າການແຂວງ ທ່ານ ທະນູໄຊ ບັນຊາລິດ ຮອງເລຂາພັກແຂວງ, ປະທານຄະນະກຳມະການປົກຄອງແຂວງອັດຕະປື ໄດ້ຕ້ອນຮັບຄະນະສະມາຄົມມິດຕະ ພາບ ລາວ-ສາທາລະນະລັດ ເກົາຫຼີ (ສ.ເກົາຫຼີ), ນຳໂດຍ ທ່ານ ດາວອນ ພະຈັນທະວົງ ຮອງປະທານສະມາ ຄົມມິດຕະພາບ ລາວ-ສ.ເກົາຫຼີ, ຮອງປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ພ້ອມຄະນະ.

ໃນການເຂົ້າຢ້ຽມຄັ້ງນີ້, ຄະນະສະມາຄົມມິດຕະພາບ ລາວ-ສ.ເກົາຫຼີ ໄດ້ລາຍງານຈຸດປະສົງ ແລະ ແຜນການເຄື່ອນໄຫວວຽກງານ ໂດຍຈະສຶກສາ ແລະ ເກັບກຳຂໍ້ມູນພື້ນທີ່ ພ້ອມປະເມີນຄວາມເປັນໄປໄດ້ໃນການລົງທຶນດ້ານກະສິກຳ, ໂດຍສະເພາະການປູກໄມ້ໃຫ້ໝາກ ເຊັ່ນ: ທຸລຽນ ເຊິ່ງເປັນພືດເສດຖະກິດທີ່ມີທ່າແຮງ ແລະ ມີຄວາມຕ້ອງການຈາກຕະຫຼາດທັງພາຍໃນ ແລະ ຕ່າງປະເທດ.

ໂອກາດນີ້, ທ່ານ ທະນູໄຊ ບັນຊາລິດ ໄດ້ສະແດງຄວາມຍິນດີຕ້ອນຮັບຄະນະ ແລະ ຕີລາຄາສູງຕໍ່ຄວາມສົນໃຈຕໍ່ທ່າແຮງດ້ານກະສິກຳຂອງແຂວງອັດຕະປື. ທ່ານເນັ້ນວ່າ: ແຂວງອັດຕະປື ມີພື້ນທີ່, ດິນ ແລະ ສະພາບອາກາດທີ່ເໝາະສົມຕໍ່ການປູກພືດອຸດສາຫະກຳ ແລະ ໄມ້ໃຫ້ໝາກຫຼາຍຊະນິດ. ພ້ອມນີ້, ອຳນາດການປົກຄອງແຂວງ ມີນະໂຍບາຍສົ່ງເສີມ ແລະ ພ້ອມອຳນວຍຄວາມສະດວກ, ໃຫ້ການຮ່ວມມື ພ້ອມສະໜອງຂໍ້ມູນດ້ານຕ່າງໆ ແລະ ນິຕິກຳທີ່ກ່ຽວຂ້ອງ ເພື່ອສະໜັບສະໜູນການສຶກສາຄວາມເປັນໄປໄດ້ຂອງໂຄງການໃຫ້ດຳເນີນໄປຢ່າງມີປະສິດທິຜົນ.

ທາງດ້ານຄະນະສະມາຄົມມິດຕະພາບ ລາວ-ສ.ເກົາຫຼີ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບຂອງຜູ້ນຳແຂວງ ພ້ອມລາຍງານແຜນການລົງສຶກສາພື້ນທີ່ຈິງ ເພື່ອເກັບກຳຂໍ້ມູນລະອຽດ ນຳໄປປະກອບການພິຈາລະນາ ແລະ ວາງແຜນການລົງທຶນພັດທະນາການປູກທຸລຽນໃນຕໍ່ໜ້າ.

ໃນໂອກາດດັ່ງກ່າວ, ຄະນະສະມາຄົມມິດຕະພາບ ລາວ-ສ.ເກົາຫຼີ ຍັງໄດ້ມອບເຄື່ອງໃຊ້ຫ້ອງການ ແລະ ອຸປະກອນອີເລັກໂຕຣນິກ ໃຫ້ແກ່ແຂວງອັດຕະປື ປະກອບມີ: ເຄື່ອງພິມສີ ທີ່ສາມາດກັອບປີ້ໄດ້ 1 ໜ່ວຍ, ຄອມພິວເຕີ 1 ໜ່ວຍ ແລະ ເຄື່ອງພິມຂາວ-ດຳ 1 ໜ່ວຍ, ຄອມພິວເຕີໂນດບຸກ 3 ໜ່ວຍ ມູນຄ່າ, ລວມມູນຄ່າອຸປະກອນທັງໝົດ 5,528 ໂດລາສະຫະລັດ.
ຂ່າວ: ວິໄລສັກ ແກ້ວຫຼວງໂຄດ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa