
ໃນວັນທີ 10 ກັນຍາ 2026 ທີ່ຫ້ອງປະຊຸມກອງບັນຊາການ ປກສ ເມືອງຊານໄຊ, ແຂວງອັດຕະປື, ໄດ້ຈັດການອົບຮົມເອກະສານມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ໃຫ້ແກ່ສະມາຊິກພັກ, ພະນັກງາຫຼັກແຫຼ່ງ, ເມືອງຊານໄຊ, ໂດຍມີ ສະຫາຍ ກົງຈັກ ສີສະຫວາດ ກຳມະການພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ເປັນປະທານ, ມີຄະນະພັກເມືອງ, ສະມາຊິກພັກ ແລະ ພະນັກງານຫຼັກແຫຼ່ງເຂົ້າຮ່ວມ.
ສະຫາຍ ກົງຈັກ ສີສະຫວາດ ໄດ້ເນັ້ນວ່າ: ການອົບຮົມມະຕິ XII ຂອງພັກ ເປັນວຽກງານສຳຄັນ ເພື່ອສ້າງຄວາມເອກະພາບດ້ານແນວຄິດ, ຄວາມເຂົ້າໃຈ ແລະ ການປະຕິບັດພາຍໃນພັກ. ສະນັ້ນ ພາຍຫຼັງການອົບຮົມ ຕ້ອງເລັ່ງຈັດຕັ້ງເຜີຍແຜ່-ເຊື່ອມຊຶມໃຫ້ກວ້າງຂວາງ ລົງເຖິງຮາກຖານພັກ ແລະ ປະຊາຊົນບັນດາເຜົ່າ, ໃຫ້ມະຕິຂອງພັກກາຍເປັນແນວທາງການກະທຳທີ່ເປັນຮູບປະທຳ.
ເນື້ອໃນການອົບຮົມ ປະກອບມີ 50 ຄຳຖາມ-ຄຳຕອບ ກ່ຽວກັບມະຕິ XII ຂອງພັກ, ໂດຍຄະນະຮັບຜິດຊອບໄດ້ຜັດປ່ຽນກັນເຜີຍແຜ່, ເຊິ່ງເນື້ອໃນສຳຄັນ ໄດ້ເນັ້ນການຍົກສູງບົດບາດການນຳພາຂອງພັກ, ສ້າງເສດຖະກິດໃຫ້ເອກະລາດ-ເປັນເຈົ້າຕົນເອງ, ບູລະນະລະບອບປະຊາທິປະໄຕປະຊາຊົນໃຫ້ໜັກແໜ້ນ ແລະ ສືບຕໍ່ກ້າວຂຶ້ນສູ່ສັງຄົມນິຍົມ. ພ້ອມນັ້ນ ຍັງເນັ້ນໜັກວຽກງານກໍ່ສ້າງຮາກຖານການເມືອງ ໃຫ້ເຂັ້ມແຂງ, ຕິດພັນກັບການພັດທະນາຊົນນະບົດ, ການແກ້ໄຂຄວາມທຸກຍາກ ແລະ ວຽກງານ “4 ເນື້ອໃນ 4 ຄາດໝາຍ”. ໃນນັ້ນ ໃຫ້ສຸມໃສ່ການໂຄສະນາ-ສຶກສາອົບຮົມການເມືອງ-ແນວຄິດ, ລະດົມທຸກກຳລັງເຂົ້າໃນການແກ້ໄຂຄວາມທຸກຍາກ, ພັດທະນາການສຶກສາ-ສາທາລະນະສຸກ-ວັດທະນະທຳ ຄຽງຄູ່ກັບເສດຖະກິດ ແລະ ສ້າງຮາກຖານປ້ອງກັນຊາດ-ປ້ອງກັນຄວາມສະຫງົບໃຫ້ໜັກແໜ້ນ.
ສຳລັບດ້ານການເມືອງ, ວັດທະນະທຳ-ສັງຄົມ ແລະ ນິຕິບັນຍັດ, ການອົບຮົມໄດ້ເນັ້ນໃຫ້ສ້າງລະບົບການເມືອງຢູ່ຮາກຖານໃຫ້ເຂັ້ມແຂງ, ຍົກສູງຄຸນນະພາບການສຶກສາ, ພັດທະນາຊັບພະຍາກອນມະນຸດ, ສົ່ງເສີມການນຳໃຊ້ປັນຍາປະດິດ (AI), ຍົກສູງວຽກງານສາທາລະນະສຸກ, ແຮງງານ, ສະຫວັດດີການສັງຄົມ, ອະນຸລັກຄຸນຄ່າວັດທະນະທຳ ແລະ ພັດທະນາການທ່ອງທ່ຽວຢ່າງຍືນຍົງ.
ອີກດ້ານໜຶ່ງ ໄດ້ເນັ້ນການປັບປຸງກົນໄກຍຸຕິທຳ, ຍົກສູງການປະສານງານລະຫວ່າງອົງການສືບ ສວນ-ສອບສວນ, ຕຳຫຼວດ, ໄອຍະການ, ສານ, ຂະແໜງຍຸຕິທຳ ແລະ ອົງການກວດກາລັດ ໃຫ້ກົມກຽວ, ໂລ່ງລ່ຽນ ແລະ ມີປະສິດທິຜົນ, ພ້ອມທັງເສີມສ້າງການດຳເນີນການຕາມຄຳຕັດສິນຂອງສານໃຫ້ເຂັ້ມແຂງ.
ການອົບຮົມຄັ້ງນີ້ ຈຶ່ງເປັນກ້າວສຳຄັນໃນການສ້າງຄວາມເອກະພາບດ້ານຄວາມຮັບຮູ້ ແລະ ແນວຄິດໃຫ້ແກ່ສະມາຊິກພັກ-ພະນັກງານເມືອງຊານໄຊ, ເພື່ອນຳເອົາແນວທາງ ແລະ ມະຕິຂອງພັກ ໄປຈັດຕັ້ງປະຕິບັດເປັນວຽກງານຕົວຈິງ, ສ້າງຮາກຖານພັກໃຫ້ເຂັ້ມແຂງ, ພັດທະນາເມືອງຮອບດ້ານ ແລະ ຍົກສູງຊີວິດ-ຄວາມເປັນຢູ່ຂອງປະຊາຊົນ.
ຂ່າວ: ມະນີວອນ