ເຜີຍແຜ່ດຳລັດ 112/ລບ ກຳນົດມາດຕະການປັບໄໝຜູ້ລະເມີດລະບຽບຊັບສິນຂອງລັດ

ແຂວງອັດຕະປື ຈັດກອງປະຊຸມເຜີຍແຜ່ດຳລັດ ວ່າດ້ວຍການປັບໄໝ ແລະ ການນຳໃຊ້ມາດຕະການອື່ນ ຕໍ່ຜູ້ລະເມີດກົດໝາຍ ແລະ ລະບຽບການ ກ່ຽວກັບຊັບສິນຂອງລັດ ພ້ອມທັງທາບທາມຮ່າງວິໄສທັດ ຮອດປີ 2040 ແລະ ຮ່າງຍຸດທະສາດການຄຸ້ມຄອງຊັບສິນຂອງລັດ ຮອດປີ 2035 ເພື່ອສ້າງຄວາມເຂົ້າໃຈອັນດຽວກັນ ແລະ ຍົກສູງປະສິດທິພາບການຄຸ້ມຄອງຊັບສິນແຫ່ງລັດ.
ກອງປະຊຸມຈັດຂຶ້ນໃນວັນທີ 30 ກັນຍາ 2026 ທີ່ຫໍປະຊຸມໃຫຍ່ແຂວງອັດຕະປື ໂດຍມີທ່ານ ສຸລິວົງ ອະໄພວົງ ຮອງປະທານຄະນະກໍາມະການປົກຄອງແຂວງ ຫົວໜ້າພະແນກການເງິນແຂວງ, ມີທ່ານ ນະລົງລິດ ນໍລະສິງ ຫົວໜ້າກົມກົດໝາຍ ກະຊວງຍຸຕິທຳ, ພ້ອມດ້ວຍບັນດາທ່ານຈາກພະແນກການທີ່ກ່ຽວຂ້ອງຈາກບັນດາແຂວງພາກກາງ-ພາກໃຕ້ເຂົ້າຮ່ວມ.

ໃນໂອກາດກ່າວຕ້ອນຮັບ ທ່ານ ສຸລິວົງ ອະໄພວົງ ໄດ້ກ່າວວ່າ: ໃນຂະນະທີ່ເສດຖະກິດໂລກຍັງປະເຊີນກັບຫຼາຍຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍ, ໂດຍສະເພາະອັດຕາເງິນເຟີ້ຍັງສູງ, ລາຄາພະລັງງານ ແລະ ທອງຄຳຜັນຜວນ ລວມທັງການຫວ່າງງານມີແນວໂນ້ມເພີ່ມຂຶ້ນ, ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດກໍຍັງມີຂໍ້ຄົງຄ້າງ ແລະ ສິ່ງທ້າທາຍຫຼາຍດ້ານທີ່ຕ້ອງເອົາໃຈໃສ່ແກ້ໄຂ. ດັ່ງນັ້ນ ຈຳເປັນຕ້ອງສືບຕໍ່ແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ, ປັບປຸງການຈັດເກັບລາຍຮັບເຂົ້າງົບປະມານ ເພາະບາງຖານລາຍຮັບຍັງບໍ່ທັນຍືນຍົງ ແລະ ຍັງມີລາຍຮັບບາງສ່ວນທີ່ບໍ່ສາມາດເກັບໄດ້ຄົບຖ້ວນ. ພ້ອມທັງຍົກສູງການພັດທະນາວຽກງານການເງິນແຫ່ງລັດໃຫ້ທັນສະໄໝ, ລວມສູນ ແລະ ມີປະສິດທິພາບ. ສຳລັບວຽກງານຊັບສິນຂອງລັດ, ທ່ານເນັ້ນໃຫ້ເອົາໃຈໃສ່ການຄຸ້ມຄອງ, ຕິດຕາມ, ກວດກາ ແລະ ນຳໃຊ້ຊັບສິນຂອງລັດ ໂດຍສະເພາະການຄຸ້ມຄອງ ແລະ ຈັດເກັບລາຍຮັບຈາກຄ່າເຊົ່າ, ຄ່າສຳປະ ທານ, ຄ່າຊັບພະຍາກອນ, ຄ່າພາກຫຼວງ ລວມທັງການສະສາງຊັບສິນຂອງລັດທັງຂັ້ນສູນກາງ ແລະ ຂັ້ນທ້ອງຖິ່ນ ໃຫ້ມີປະສິດທິພາບສູງຂຶ້ນ.

ທ່ານ ນະລົງລິດ ນໍລະສິງ ຫົວໜ້າກົມກົດໝາຍ ກະຊວງຍຸຕິທຳ ໄດ້ນຳສະເໜີເນື້ອໃນກ່ຽວກັບດຳລັດສະບັບເລກທີ 112/ລບ ໂດຍລະບຸວ່າ: ດຳລັດສະບັບນີ້ໄດ້ຜ່ານຂະບວນການຄົ້ນຄວ້າ ແລະ ສ້າງນິຕິກຳຕາມຂັ້ນຕອນ ຈົນສຳເລັດ ແລະ ໄດ້ຮັບຮອງປະກາດໃຊ້ແລ້ວ, ການສ້າງດຳລັດສະບັບນີ້ ເປັນການຜັນຂະຫຍາຍມາດຕາ 63 ຂອງກົດໝາຍ ວ່າດ້ວຍຊັບສິນຂອງລັດ (ສະບັບປັບປຸງ) ສະບັບເລກທີ 18/ສພຊ, ລົງວັນທີ 07 ກໍລະກົດ 2022 ແລະ ຂໍ້ຕົກລົງຂອງລັດຖະມົນ ຕີ ກະຊວງການເງິນ ສະບັບເລກທີ 2842/ກງ, ລົງວັນທີ 03 ກັນຍາ 2025 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມຄຸ້ມຄອງຊັບສິນແຫ່ງລັດ, ຕາມເນື້ອໃນທີ່ນຳສະເໜີ, ໃນໄລຍະຜ່ານມາ ບັນດາຂະແໜງການ ແລະ ອົງການປົກຄອງທ້ອງຖິ່ນໄດ້ເອົາໃຈໃສ່ຄຸ້ມຄອງ ແລະ ນຳໃຊ້ຊັບສິນຂອງລັດໃນລະດັບດີພໍສົມຄວນ, ແຕ່ຍັງພົບວ່າ ການວາງມາດຕະການປັບໃໝຕໍ່ຜູ້ລະເມີດຍັງບໍ່ມີລະບຽບສະເພາະ ແລະ ຂາດຄວາມເປັນເອກະພາບ, ເຮັດໃຫ້ການດຳເນີນງານໃນແຕ່ລະບ່ອນມີຄວາມແຕກຕ່າງກັນ, ການລະເມີດທີ່ຖືກກ່າວເຖິງ ປະກອບມີ: ການບໍ່ປະຕິບັດພັນທະຄ່າເຊົ່າ-ຄ່າສຳປະທານ, ການບໍ່ປະຕິບັດພັນທະຄ່າຊັບພະຍາກອນທຳມະຊາດ, ການນຳໃຊ້ຊັບສິນຂອງລັດໂດຍບໍ່ໄດ້ຮັບອະນຸຍາດ, ການຊື້-ຂາຍ ຫຼື ເຄື່ອນຍ້າຍຊັບສິນຂອງລັດໂດຍບໍ່ຖືກຕ້ອງຕາມກົດໝາຍ ລວມທັງການເຮັດໃຫ້ຊັບສິນຂອງລັດເປ່ເພ ຫຼື ເສຍຫາຍ.
ດັ່ງນັ້ນ ການອອກດຳລັດຈຶ່ງມີເປົ້າໝາຍເພື່ອກຳນົດລາຍລະອຽດການລະເມີດ, ແຍກປະເພດການປັບໃໝ ແລະ ວາງອັດຕາການປັບໃໝຕາມແຕ່ລະກໍລະນີ ເພື່ອໃຫ້ການນຳໃຊ້ມາດຕະການຕໍ່ຜູ້ລະ ເມີດມີຄວາມຊັດເຈນ, ຮັດກຸມ ແລະ ເປັນເອກະພາບໃນຂອບເຂດທົ່ວປະເທດ. ພ້ອມນີ້ ກະຊວງການເງິນ ໄດ້ຮ່າງຄຳແນະນຳ ເພື່ອອະທິບາຍ ແລະ ກຳນົດຫຼັກການບາງມາດຕາຂອງດຳລັດ ໃຫ້ສາມາດນຳໄປຈັດຕັ້ງປະຕິບັດໄດ້ຖືກຕ້ອງ, ສອດຄ່ອງກັບລະບຽບການ ແລະ ສະພາບຕົວຈິງ. ພ້ອມທັງມຸ່ງໃຫ້ແຕ່ລະພາກສ່ວນມີສ່ວນຮ່ວມໃນການປົກປັກຮັກສາ ແລະ ນຳໃຊ້ຊັບສິນຂອງລັດໃຫ້ເກີດປະໂຫຍດສູງສຸດ ພ້ອມທັງຂຸດຄົ້ນແຫຼ່ງລາຍຮັບຈາກຊັບສິນເພື່ອນຳສົ່ງເຂົ້າງົບປະມານໃຫ້ຖືກຕ້ອງ ແລະ ທັນຕາມກຳນົດເວລາ, ອີກປະເດັນສຳຄັນ ແມ່ນ ກົມຄຸ້ມຄອງຊັບສິນແຫ່ງລັດ ໄດ້ສ້າງຮ່າງ ວິໄສທັດຮອດປີ 2040 ແລະ ຮ່າງ ຍຸດທະສາດການຄຸ້ມຄອງຊັບສິນຂອງລັດຮອດປີ 2035 ເພື່ອເປັນແນວທາງ ແລະ ກຳນົດທິດທາງໃນການຄຸ້ມຄອງ, ຕິດຕາມ ແລະ ກວດກາການນຳໃຊ້ຊັບສິນຂອງລັດ ໃຫ້ເປັນລະບົບ, ຄົບຊຸດ, ລວມສູນ ແລະ ເປັນເອກະພາບກັນ.

ໃນກອງປະຊຸມ ຜູ້ເຂົ້າຮ່ວມຍັງໄດ້ນຳສະເໜີ ແລະ ປະກອບຄຳຄິດເຫັນຕໍ່ຮ່າງວິໄສທັດ ແລະ ຮ່າງຍຸດທະສາດດັ່ງກ່າວ ໂດຍຮັບຟັງຄຳຄິດເຫັນ, ຂໍ້ສະເໜີ ແລະ ປະສົບການຈາກບັນດາພາກສ່ວນກ່ຽວຂ້ອງ ເພື່ອນຳໄປປັບປຸງເນື້ອໃນໃຫ້ມີຄວາມເໝາະສົມ.

ຂ່າວ: ມະນີວອນ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa