
ໃນວັນທີ 7 ຕຸລາ 2026 ທີ່ຫ້ອງວ່າການປົກຄອງເມືອງຊານໄຊ ແຂວງອັດຕະປື ໄດ້ເປີດຝຶກອົບຮົມຄວາມຮູ້ພື້ນຖານດ້ານການເມືອງ-ການປົກຄອງ ໃຫ້ແກ່ພະນັກງານຂັ້ນຕາແສງ, ໂດຍເຂົ້າຮ່ວມເປັນປະທານມີ ທ່ານ ທະນູໄຊ ບັນຊາລິດ, ຮອງເລຂາພັກແຂວງ, ປະທານຄະນະກຳມະການປົກຄອງແຂວງອັດຕະປື, ມີຄະນະພັກ, ຄະນະນໍາຂອງແຂວງ, ເມືອງ, ພ້ອມດ້ວຍ ວິທະຍາກອນ ແລະ ສຳມະນາກອນຈາກ 4 ຕາແສງຂອງເມືອງຊານໄຊ ປະກອບມີ: ຕາແສງວັງຕັດ, ຕາແສງກອງນາ, ຕາແສງນ້ຳຊຸ ແລະ ຕາແສງຄຳເບໄຊ, ລວມທັງໝົດ 52 ທ່ານເຂົ້າຮ່ວມ.

ທ່ານ ທະນູໄຊ ບັນຊາລິດ ໄດ້ກ່າວວ່າ: ການຝຶກອົບຮົມຄັ້ງນີ້ ເປັນຂີດໝາຍສຳຄັນໃນການຍົກສູງຄວາມຮູ້, ຄວາມເຂົ້າໃຈ ກ່ຽວກັບການປົກຄອງໃນ ສປປ ລາວ ແລະ ວຽກງານສຶກສາອົບຮົມການເມືອງ-ແນວຄິດໃນໄລຍະໃໝ່. ພ້ອມທັງເປັນການເສີມສ້າງຄວາມສາມາດນຳພາ, ບົດບາດ ແລະ ຄວາມຮັບຜິດຊອບຂອງພະນັກງານຂັ້ນຕາແສງ ໃຫ້ສາມາດຊີ້ນຳ-ນຳພາການປະຕິບັດວຽກງານຕາມພາລະບົດບາດ, ສິດ ແລະ ໜ້າທີ່ຂອງແຕ່ລະໜ່ວຍງານໄດ້ຢ່າງມີປະສິດທິຜົນ.

ພະນັກງານຂັ້ນຕາແສງ ຍັງຈະໄດ້ນຳເອົາເນື້ອໃນທີ່ໄດ້ຮຽນຮູ້ໄປຜັນຂະຫຍາຍສູ່ການສຶກສາອົບຮົມການເມືອງ-ແນວຄິດໃຫ້ປະຊາຊົນຢູ່ໃນຂອບເຂດຮັບຜິດຊອບ, ສ້າງຈິດສຳນຶກຕື່ນຕົວ ແລະ ເປັນເຈົ້າ ການໃນການປະຕິບັດແນວທາງ-ນະໂຍບາຍຂອງພັກ, ນຳພາປະຊາຊົນທຳມາຫາກິນຕາມລະບຽບ ແລະ ກົດໝາຍ, ເພື່ອສ້າງລາຍຮັບ, ແກ້ໄຂຄວາມທຸກຍາກ ແລະ ສ້າງຄວາມຢູ່ດີກິນດີໃຫ້ແກ່ປະຊາ ຊົນ.
ການຝຶກອົບຮົມຈະດຳເນີນເປັນເວລາ 3 ວັນ ໂດຍສຳມະນາກອນຈະໄດ້ຮຽນຮູ້ ແລະ ເຊື່ອມຊຶມຫຼາຍເນື້ອໃນສຳຄັນ ເຊັ່ນ: ການເສີມຂະຫຍາຍມູນເຊື້ອອັນດີງາມຂອງຊາດລາວ, ຄວາມຮູ້ຄວາມເຂົ້າໃຈກ່ຽວກັບຕາແສງ; ວຽກງານສຶກສາອົບຮົມການເມືອງ-ແນວຄິດໃນໄລຍະໃໝ່, ການເພີ່ມທະວີບົດບາດ ແລະ ຍົກສູງຄວາມສາມາດນຳພາຂອງພັກ; ວຽກງານກໍ່ສ້າງຮາກຖານການເມືອງຕິດພັນກັບວຽກງານພັດທະນາຊົນນະບົດ-ແກ້ໄຂຄວາມທຸກຍາກ ແລະ ວຽກງານ “ສາມສ້າງ” ໃນໄລຍະໃໝ່. ນອກນັ້ນ ຍັງມີເນື້ອໃນກ່ຽວກັບແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານ, ການເຊື່ອມຊຶມກົດໝາຍ ເລກທີ 69/ສພຊ ແລະ ຄຳແນະນຳການຈັດຕັ້ງປະຕິບັດກົດໝາຍກ່ຽວກັບເອກະສານທາງລັດຖະການ, ຄຳແນະນຳ ເລກທີ 01/ກສະ ກ່ຽວກັບການຈັດຕັ້ງປະຕິບັດເອກະສານຂອງພັກ ປະຊາຊົນ ປະຕິວັດລາວ ແລະ ເນື້ອໃນກ່ຽວກັບວຽກ ງານການເງິນຂອງຕາແສງ.
ການຈັດຝຶກອົບຮົມໃນຄັ້ງນີ້ ຄາດໝາຍວ່າຈະຊ່ວຍໃຫ້ພະນັກງານຂັ້ນຕາແສງມີຄວາມຮູ້, ຄວາມສາມາດ ແລະ ທັກສະທີ່ຈຳເປັນຕໍ່ການປະຕິບັດໜ້າທີ່, ສາມາດນຳເອົາຄວາມຮູ້ໄປປະຍຸກໃຊ້ໃນວຽກງານຕົວຈິງ ແລະ ປະກອບສ່ວນໃນການພັດທະນາຕາແສງໃຫ້ມີຄວາມເຂັ້ມແຂງ.
ຂ່າວ: ທິດປະສົງ