
ໃນວັນທີ 6 ພະຈິກ 2026 ນີ້, ກອງປະຊຸມໃຫຍ່ຄັ້ງທີ V ຂອງຄະນະພັກຮາກຖານຫ້ອງວ່າການແຂວງອັດຕະປື ໄດ້ດໍາເນີນຂຶ້ນ ແລະ ສໍາເລັດລົງຢ່າງຈົບງາມ ທີ່ຫໍປະຊຸມໃຫຍ່ຂອງແຂວງ ໂດຍມີສະຫາຍ ນາງ ມີນາພອນ ໄຊສົມພູ ຮອງເລຂາພັກແຂວງ ເປັນປະທານ, ມີສະຫາຍ ລິດຄໍາ ໂຮມອິນຕາ ກໍາມະການພັກແຂວງ ແລະ ເລຂາຄະນະພັກຮາກຖານຫ້ອງວ່າການແຂວງ, ສະຫາຍ ສົມຫວັງ ນາມສີນາ ຮອງປະທານກວດກາພັກ-ລັດແຂວງ, ພ້ອມດ້ວຍບັນດາແຂກຖືກເຊີນ ແລະ ຜູ້ແທນສົມບູນຈໍານວນ 80 ສະຫາຍເຂົ້າຮ່ວມ.

ກອງປະຊຸມໄດ້ຮ່ວມກັນປະເມີນຜົນການນໍາພາ-ຊີ້ນໍາ ແລະ ການຈັດຕັ້ງຜັນຂະຫຍາຍມະຕິຂອງພັກໃນໄລຍະ 5 ປີຜ່ານມາ, ພ້ອມທັງພິຈາລະນາທິດທາງ, ແຜນການ ແລະ ຄາດໝາຍການພັດທະນາໃນ 5 ປີຕໍ່ໜ້າ. ໃນນັ້ນ, ຜູ້ແທນໄດ້ພ້ອມກັນປະກອບຄໍາເຫັນ, ປັບປຸງ ແລະ ຮັບຮອງເອົາບົດລາຍງານການເມືອງທັງສອງພາກ, ແຜນພັດທະນາ 5 ປີຕໍ່ໜ້າ ແລະ ບົດສໍາຫຼວດການນໍາພາລວມຂອງຄະນະພັກຊຸດເກົ່າ ເພື່ອເປັນພື້ນຖານໃນການສືບຕໍ່ປັບປຸງວຽກງານການນໍາພາ-ຊີ້ນໍາໃຫ້ມີປະສິດທິຜົນຍິ່ງຂຶ້ນ.

ກອງປະຊຸມໄດ້ດໍາເນີນການປ່ອນບັດເລືອກຕັ້ງຄະນະພັກຮາກຖານຊຸດໃໝ່ ຊຸດທີ V ໂດຍມີຜູ້ສະໝັກຈໍານວນ 9 ສະຫາຍ ເລືອກເອົາ 7 ສະຫາຍ. ຜ່ານການປ່ອນບັດ ແລະ ຜົນຂອງກອງປະຊຸມຄັ້ງປະຖົມມະລຶກ ໄດ້ມີມະຕິເປັນເອກະສັນເລືອກເອົາ ສະຫາຍ ລິດຄໍາ ໂຮມອິນຕາ ເປັນເລຂາຄະນະພັກຮາກຖານຫ້ອງວ່າການແຂວງອັດຕະປື ຊຸດໃໝ່ສະໄໝທີ V, ເລືອກເອົາ ສະຫາຍ ໄຊພອນ ໄຊສະຫວາງ ເປັນຮອງເລຂາຄະນະພັກຮາກຖານ, ສະຫາຍ ທອງຈັນ ສີສະຫວັດໄຊ, ສະຫາຍ ເກັດສະໜາ ກົມມະເມືອງ, ສະຫາຍ ທອງສະຫວັດ ກຸນລະວົງ, ສະຫາຍ ຂາວພອນ ຜິວຄໍາພັນ, ສະຫາຍ ວີລະກອນ ຈັນທະນູ ທັງ 5 ສະຫາຍເປັນຄະນະພັກຮາກຖານ, ພ້ອມທັງໄດ້
ເລືອກເອົາສະຫາຍ ທອງຈັນ ສີສະຫວັດໄຊ ເປັນປະທານກວດກາ, ສະຫາຍ ຂາວພອນ ຜິວຄໍາພັນ ແລະ ສະຫາຍ ນາງ ກໍາໄລ ດາວັນນະວົງ ເປັນຮອງປະທານກວດ.

ໂອກາດນີ້, ສະຫາຍ ນາງ ມີນາພອນ ໄຊສົມພູ ໄດ້ກ່າວໂອ້ລົມ ແລະ ຊົມເຊີຍຕໍ່ຜົນສໍາເລັດຂອງກອງປະຊຸມ ພ້ອມທັງເນັ້ນໃຫ້ຄະນະພັກຮາກຖານຊຸດໃໝ່ ສືບຕໍ່ຍົກສູງຄວາມຮັບຜິດຊອບໃນການນໍາພາ-ຊີ້ນໍາ, ເພີ່ມທະວີການສ້າງສາມັກຄີພາຍໃນ, ເອົາໃຈໃສ່ຊຸກຍູ້ວຽກງານໃຫ້ດໍາເນີນໄປຢ່າງມີລະບຽບແບບແຜນ ແລະ ຕໍ່ເນື່ອງ. ພ້ອມກັນນັ້ນ, ໄດ້ເນັ້ນໃຫ້ຄະນະພັກຊຸດໃໝ່ຖືສໍາຄັນວຽກງານການເມືອງ-ແນວຄິດ, ຮຽນຮູ້ ແລະ ກໍາແໜ້ນແນວທາງ, ນະໂຍບາຍ ແລະ ມະຕິຂອງພັກ, ຍົກສູງຈັນຍາບັນປະຕິວັດ, ຈັນຍາທໍາໃນການປະຕິບັດໜ້າທີ່, ມີຈິດໃຈຮັກອາຊີບ ແລະ ມີສະຕິຕໍ່ຄວາມຮັບຜິດຊອບ. ນອກຈາກນີ້, ຕ້ອງສືບຕໍ່ຮັກສາມູນເຊື້ອອັນດີງາມ, ເສີມສ້າງຄວາມສາມັກຄີປອງດອງ, ຮັກສາລະບຽບວິໄນ, ຫຼີກລ່ຽງການສວຍໃຊ້ສິດອໍານາດເພື່ອຜົນປະໂຫຍດສ່ວນຕົວ, ເປັນແບບຢ່າງນໍາໜ້າໃນການສ້າງຄະນະພັກໃຫ້ມີຄວາມປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ, ພ້ອມທັງເອົາໃຈໃສ່ວຽກງານກວດກາ, ຕິຊົມ ແລະ ຊ່ວຍເຫຼືອເຊິ່ງກັນແລະກັນ ເພື່ອຮ່ວມກັນສ້າງອົງກອນພັກໃຫ້ມີຄວາມເຂັ້ມແຂງຮອບດ້ານ.

ຂ່າວ: ມະນີວອນ