
ວັນທີ 1 ກໍລະກົດ 2026 ນີ້ ທີ່ຫ້ອງປະຊຸມຄະນະໂຄສະນາອົບຮົມແຂວງອັດຕະປື ໄດ້ເປີດຊຸດຝຶກອົບຮົມວຽກງານຕິດຕາມ, ເກັບກຳສະພາບແນວຄິດ-ຫາງສຽງສັງ ຄົມໃຫ້ພະແນກການອ້ອມຂ້າງແຂວງ ແລະ ເມືອງ, ໂດຍການເປັນປະທານຂອງ ສະຫາຍ ນາງ ມີນາພອນ ໄຊສົມພູ ຮອງເລຂາພັກແຂວງ, ຜູ້ຊີ້ນຳວງກງານການເມຶອງແນວຄິດ, ພັກ-ພະນັກງານ, ມີສຳມະນາກອນມາຈາກຄະນະພັກຮາກຖານພະແນກການຂັ້ນແຂວງ ແລະ ເມຶອງເຂົ້າຮ່ວມ.

ສະຫາຍ ນາງ ມີນາພອນ ໄຊສົມພູ ໄດ້ກ່າວໄຂຊຸດຝຶກອົບຮົມວ່າ: ຊຸດຝຶກອົບຮົມວຽກງານຕິດຕາມ, ເກັບກຳສະພາບແນວຄິດ-ຫາງສຽງສັງຄົມ ໃນຄັ້ງນີ້ ມີຄວາມໝາຍຄວາມສຳຄັນຫຼາຍ ຕໍ່ຂົງເຂດວຽກທິດສະດີຂອງພັກ ເວົ້າລວມ, ເວົ້າສະເພາະຕໍ່ວຽກງານການເມືອງ-ແນວຄິດຂອງພັກ, ເຊິ່ງພື້ນຖານຂອງການອົບຮົມເທື່ອນີ້ ແມ່ນການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ, ມະຕິກອງປະຊຸມໃຫຍ່ຄັ້ງທີ ຄັ້ງທີ XII ຂອງອົງຄະນະພັກແຂວງ, ພ້ອມທັງມະຕິກອງປະຊຸມວຽກ ງານການເມືອງ-ແນວຄິດ ທົ່ວປະເທດຄັ້ງທີ V ໃຫ້ເກີດດອກອອກຜົນ, ທັງແມ່ນໜ້າທີ່ຄວາມຮັບຜິດຊອບຂອງຄະນະພັກທຸກຂັ້ນຈະຕ້ອງໄດ້ພ້ອມກັນຮັບຮູ້, ເຂົ້າໃຈຢ່າງເລິກເຊິ່ງ ແລະ ຈັດຕັ້ງປະຕິບັດຢ່າງເຂັ້ມງວດ, ການເກັບກຳຫາງສຽງສັງຄົມ ແມ່ນການທ້ອນໂຮມເອົາທັດສະນະຂອງມະຫາຊົນຊັ້ນຄົນຕ່າງໆ ທີ່ມີຕໍ່ການນໍາພາ-ຊີ້ນໍາຂອງພັກແຕ່ລະໄລຍະ, ແມ່ນທັດສະນະຕໍ່ບັນດາເຫດການ, ປະກົດການທີ່ເກີດຂື້ນໃນສັງຄົມ ທັງດ້ານຕັ້ງໜ້າທີ່ຄວນເສີມຂະຫຍາຍ ແລະ ອັນທີ່ຫຍໍ້ທໍ້ທີ່ຄວນປັບປຸງແກ້ໄຂລາຍງານຂັ້ນເທິງ ເພື່ອຄົ້ນຄວ້າວິທີການແກ້ໄຂໃຫ້ສອດຄ່ອງ ແລະ ທັນການ, ພາຍຫຼັງອົບຮົມໄປແລ້ວ ບັນດາສະຫາຍຈະຮັບຮູ້ເຂົ້າໃຈເນື້ອໃນການຕິດຕາມ, ເກັບກຳ ແລະ ການນໍາໃຊ້ຫາງສຽງສັງຄົມເຂົ້າໃນການນໍາພາ-ຊີ້ນໍາ ກໍ່ຄືການສຶກສາອົບຮົມການເມືອງ-ແນວຄິດ. ພ້ອນນັ້ນ ສະຫາຍຍັງໄດ້ຮຽກຮ້ອງໃຫ້ບັນ ດາສຳມະນາກອນພ້ອມກັນເສີມຂະຫຍາຍຄວາມຮັບຜິດຊອບການເມືອງ, ສຸມທຸກສະຕິບັນຍາຂອງຕົນເຂົ້າໃນການຄົ້ນຄວ້າ, ປຶກສາຫາລືແລກປ່ຽນບົດຮຽນໃນ ແຕ່ລະຫົວຂໍ້ຢ່າງເລິກເຊິ່ງ ເພື່ອຮັບປະ ກັນການຈັດຕັ້ງປະຕິບັດເຂົ້າໃນວຽກງານການນໍາພາ-ຊີ້ນໍາ ໃນຂົງເຂດວຽກງານຂອງພັກ ກໍ່ຄືໜ້າທີ່ຄວາມຮັບຜິດຊອບ ເຮັດໃຫ້ການແກ້ໄຂຫາງສຽງສັງຄົມວ່ອງໄວທັນເຫດການ ແລະ ສົມເຫດສົມຜົນ ຮັບປະກັນໃຫ້ສັງຄົມມີຄວາມສະຫງົບ ແລະ ມີຄວາມເປັນເອກະພາບກັບແນວທາງນະໂຍບາຍຂອງພັກ ແຕ່ລະໄລຍະ.

ຊຸດອົບຮົມເທື່ອນີ້ຈະໄດ້ດຳເນີນເປັນເວລາ 2 ວັນ, ເຊິ່ງສຳມະນາກອນ ທີ່ເຂົ້າຮ່ວມ ຈໍານວນ 31 ທ່ານ, ຍິ່ງ 4 ທ່ານ ຈະໄດ້ຮຽນຮູ້ 4 ເນື້ອໃນສໍາຄັນ ຄື:
1) ບັນຫາພື້ນຖານກ່ຽວກັບແນວຄິດ-ຫາງສຽງສັງຄົມ.
2) ວິທີການເກັບກໍາ ແລະ ນຳໃຊ້ສະພາບແນວຄິດ-ຫາງສຽງສັງຄົມ.
3) ຕາງໜ່າງເພື່ອນຮ່ວມການ.
4) ວຽກງານຄົ້ນຄວ້າ ແລະ ສັງລວມ.
ຂ່າວ: ທິດປະສົງ