ປະທານຄະນະກຳມະການປົກຄອງແຂວງອັດຕະປື ຕ້ອນຮັບເອກອັກຄະລັດຖະທູດ ສ. ເກົາຫຼີ ເຂົ້າຢ້ຽມຢາມ.

ວັນທີ 11 ພະຈິກ 2026, ທີ່ສຳນັກງານແຂວງອັດຕະປື, ທ່ານ ທະນູໄຊ ບັນຊາລິດ ຮອງເລຂາພັກແຂວງ, ປະທານຄະນະກຳມະການປົກຄອງແຂວງ ພ້ອມຂະແໜງການທີ່ກ່ຽວຂ້ອງຂອງແຂວງ ໄດ້ຕ້ອນຮັບ ທ່ານ ລີ ຈອງ ຮ້ອບ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງສາທາລະນະລັດເກົາຫຼີ (ສ. ເກົາຫຼີ) ປະຈຳ ສປປ ລາວ ພ້ອມຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງອັດຕະປື ເພື່ອປຶກສາຫາລື, ແລກປ່ຽນຂໍ້ມູນ ແລະ ຊຸກຍູ້ການຮ່ວມມືດ້ານການພັດທະນາໃຫ້ນັບມື້ເລິກເຊິ່ງ ແລະ ເປັນຮູບປະທຳຍິ່ງຂຶ້ນ.

ໃນໂອກາດນີ້, ທ່ານ ທະນູໄຊ ບັນຊາລິດ ໄດ້ກ່າວຕ້ອນຮັບຄະນະຜູ້ແທນດ້ວຍຄວາມຍິນດີ ແລະ ຂອບໃຈຕໍ່ລັດຖະບານ ແລະ ປະຊາຊົນ ສ. ເກົາຫຼີ ທີ່ຜ່ານມາໄດ້ໃຫ້ການຊ່ວຍເຫຼືອ ແລະ ສະໜັບສະ ໜູນຫຼາຍໂຄງການພັດທະນາຢູ່ແຂວງອັດຕະປື ເຊິ່ງມີສ່ວນສຳຄັນໃນການປັບປຸງພື້ນຖານໂຄງລ່າງ, ຍົກລະດັບຄຸນນະພາບຊີວິດ ແລະ ສົ່ງເສີມການພັດທະນາໃນຫຼາຍຂົງເຂດ, ຊຶ່ງສະທ້ອນໃຫ້ເຫັນເຖິງສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມລະຫວ່າງສອງປະເທດ. ພ້ອມນີ້, ທ່ານຍັງໄດ້ແນະນຳພາບລວມກ່ຽວກັບສະພາບພູມສາດ, ຈຸດພິເສດ, ທ່າແຮງ ແລະ ທິດທາງການພັດທະນາຂອງແຂວງອັດຕະປື ເຊິ່ງເປັນແຂວງທາງພາກໃຕ້ຂອງ ສປປ ລາວ ມີຊາຍ ແດນຕິດຕໍ່ກັບຫວຽດນາມ ແລະ ກຳປູເຈຍ ໂດຍມີເສັ້ນທາງເລກທີ 18B ເປັນເສັ້ນທາງຄົມມະ ນາຄົມສຳຄັນ ເຊື່ອມຕໍ່ແຕ່ເທດ ສະບານແຂວງໄປຫາຊາຍແດນຫວຽດນາມ ເຊິ່ງເປັນທ່າແຮງໃນການພັດທະນາການຄ້າ, ການລົງທຶນ ແລະ ການບໍລິການຂ້າມແດນ.

ສຳລັບທ່າແຮງສໍາຄັນດ້ານການລົງທຶນ ຢູ່ແຂວງອັດຕະປື ປະກອບມີ: ກະສິກຳ-ປ່າໄມ້, ອຸດສາຫະກຳປຸງແຕ່ງຜະລິດຕະພັນກະສິກຳເພື່ອສົ່ງອອກ, ພະລັງງານ-ບໍ່ແຮ່, ການພັດທະນາເຂດນິຄົມອຸດສາຫະ ກຳເນື້ອທີ່ 580 ເຮັກຕາ, ການທ່ອງທ່ຽວ ແລະ ການບໍລິການທາງຜ່ານ. ຂົງເຂດເຫຼົ່ານີ້ມີທ່າແຮງໃນການຕໍ່ຍອດການຮ່ວມມື ແລະ ດຶງດູດທຶນຮອນ, ເຕັກນິກວິຊາການ ແລະ ຕະຫຼາດຈາກ ສ. ເກົາຫຼີ.
ຜ່ານມາ, ລັດຖະບານ ແລະ ປະຊາຊົນ ສ. ເກົາຫຼີ ໄດ້ຊ່ວຍເຫຼືອແຂວງອັດຕະປືຜ່ານອົງການ KOICA, K-EXIM ແລະ KOFIH ໃນຫຼາຍຂົງເຂດ ເຊັ່ນ: ການພັດທະນາພື້ນຖານໂຄງລ່າງ, ການຮັບມືກັບການປ່ຽນແປງດິນຟ້າອາກາດ, ການປັບປຸງການບໍລິການສາທາລະນະສຸກ, ການພັດທະ ນາສີມືແຮງງານ, ການຄຸ້ມຄອງໄພພິບັດ, ການຍົກສູງຜົນຜະລິດກະສິກຳ ແລະ ການປົກປ້ອງເດັກ. ນອກນັ້ນ, ຍັງມີໂຄງການລົງທຶນຈາກພາກເອກະຊົນ ສ. ເກົາຫຼີ ທີ່ໄດ້ຮັບອະນຸຍາດລົງທຶນຢູ່ແຂວງຈຳນວນ 3 ໂຄງ ການ ມູນຄ່າລວມ 411,2 ລ້ານໂດລາສະຫະລັດ, ໃນນັ້ນ 2 ໂຄງການດ້ານພະລັງງານໄຟຟ້າ ແລະ 1 ໂຄງການກໍ່ສ້າງເສັ້ນທາງຮູບແບບ BOT. ຂະນະທີ່ປີ 2024 ໄດ້ມີການເຊັນບົດບັນທຶກຄວາມເຂົ້າໃຈ 1 ໂຄງການ ກ່ຽວກັບການສຶກສາສຳຫຼວດການປູກພືດຜັກ ແລະ ການປູກມອນລ້ຽງມ້ອນເພື່ອຜະລິດເສັ້ນໄໝ ພ້ອມທັງສ້າງໂຮງງານຂະໜາດນ້ອຍຢູ່ແຂວງອັດຕະປື.

ເພື່ອສືບຕໍ່ຂະຫຍາຍການຮ່ວມມືໃຫ້ເລິກເຊິ່ງ ແລະ ເກີດໝາກຜົນເປັນຮູບປະທຳ, ທ່ານ ທະນູໄຊ ບັນຊາລິດ ໄດ້ສະເໜີໃຫ້ທ່ານເອກອັກຄະລັດຖະທູດຊ່ວຍປະສານງານສ້າງສາຍພົວພັນຮ່ວມມືລະຫວ່າງແຂວງອັດຕະປືກັບແຂວງໃດໜຶ່ງຂອງ ສ. ເກົາຫຼີ ທີ່ມີທ່າແຮງ ແລະ ຈຸດເດັ່ນຄ້າຍຄືກັນ ເພື່ອແລກປ່ຽນບົດຮຽນ, ສົ່ງເສີມການຄ້າ ແລະ ດຶງດູດການລົງທຶນ. ພ້ອມທັງສະເໜີໃຫ້ຊ່ວຍສະ ໜັບສະໜູນທຶນການສຶກສາ, ການຝຶກອົບຮົມວິຊາຊີບ, ການພັດທະນາທັກສະດ້ານ AI, ເຕັກໂນໂລຊີດິຈິຕອນ ແລະ ພາສາເກົາຫຼີ ໃຫ້ແກ່ພະນັກງານ, ນັກຮຽນ ແລະ ນັກສຶກສາ. ນອກນັ້ນ, ຍັງສະເໜີໃຫ້ຊຸກຍູ້ອົງການຮ່ວມມືສາກົນຂອງ ສ. ເກົາຫຼີ ສືບຕໍ່ປະສານງານ ແລະ ສົ່ງເສີມໂຄງການຮ່ວມມືກັບບັນດາຂະແໜງການຂອງແຂວງ ໃຫ້ສອດຄ່ອງກັບທ່າແຮງ ແລະ ຄວາມຕ້ອງການຕົວຈິງ.

ໂອກາດດຽວກັນ ທ່ານ ລີ ຈອງ ຮ້ອບ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນຈາກການນຳແຂວງອັດຕະປື, ພ້ອມທັງ ໄດ້ສະແດງຄວາມສົນໃຈຕໍ່ທ່າແຮງຂອງແຂວງອັດຕະປື ແລະ ເນັ້ນເຖິງໂອກາດໃນການສົ່ງເສີມການລົງທຶນ ແລະ ຂະຫຍາຍການຮ່ວມມືໃນຂົງເຂດຕ່າງໆ ປະກອບມີ ກະສິກຳ-ປ່າໄມ້, ອຸດສາຫະກຳປຸງແຕ່ງຜະລິດຕະພັນກະສິກຳເພື່ອການສົ່ງອອກ, ພະລັງງານ-ບໍ່ແຮ່, ການພັດທະນາເຂດນິຄົມອຸດສາຫະກຳ, ການທ່ອງທ່ຽວ ແລະ ການບໍລິການທາງຜ່ານ ລວມທັງການນຳເອົາເຕັກນິກວິຊາການ, ເຕັກໂນໂລຊີ ແລະ ຕະຫຼາດຈາກ ສ. ເກົາຫຼີ ມາສະໜັບສະໜູນການພັດ ທະນາ.

ການຢ້ຽມຢາມ ແລະ ເຮັດວຽກຂອງຄະນະຜູ້ແທນ ສ. ເກົາຫຼີ ໃນຄັ້ງນີ້ ເປັນໂອກາດສຳຄັນໃນການເສີມສ້າງຄວາມເຂົ້າໃຈ, ແລກປ່ຽນຂໍ້ມູນ ແລະ ກຳນົດແນວທາງຮ່ວມມືໃນຕໍ່ໜ້າ ໂດຍມຸ່ງເນັ້ນການເຊື່ອມໂຍງທ່າແຮງຂອງແຂວງອັດຕະປືເຂົ້າກັບທຶນຮອນ, ຄວາມຮູ້ ແລະ ເຕັກໂນໂລຊີຈາກ ສ. ເກົາຫຼີ ເພື່ອສ້າງຜົນປະໂຫຍດໃຫ້ແກ່ປະຊາຊົນ ແລະ ປະກອບສ່ວນເສີມສ້າງສາຍພົວ ພັນມິດຕະພາບ ລາວ-ເກົາຫຼີ ໃຫ້ໝັ້ນຄົງ ແລະ ຍືນຍົງຕະຫຼອດໄປ.

ຂ່າວ: ສ. ໄຊຄຳສອນ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa