ສອງກອງບັນຊາການທະຫານ ອັດຕະປື-ກວາງຫງາຍ ພົບປະຢ້ຽມຢາມ ກະຊັບສາຍພົວພັນ ແລະ ຫັດແໜ້ນຄວາມສາມັກຄີ

ວັນທີ 11 ພະຈິກ 2026, ສະຫາຍ ພັນໂທ ຮວິ່ງ ກິມ ຫ້າຍ ຮອງຫົວກອງບັນຊາການທະຫານແຂວງກວາງຫງາຍ ກອງທັບປະຊາຊົນຫວຽດນາມ ພ້ອມຄະນະ ໄດ້ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ກອງບັນຊາການທະຫານແຂວງອັດຕະປື ໂດຍມີສະຫາຍ ພົ.ວ ສີສົມໃຈ ມະໂນລາ ຄະນະປະຈຳພັກແຂວງ, ເລຂາພັກ ແລະ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງອັດຕະປື ພ້ອມຄະນະ ໃຫ້ການຕ້ອນຮັບ.

ໃນກອງປະຊຸມ ຕາງໜ້າສອງຝ່າຍໄດ້ຜັດປ່ຽນກັນລາຍງານຜົນການຈັດຕັ້ງປະຕິບັດວຽກງານຜ່ານມາ ໂດຍສະເພາະວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃນຖານະເປັນເຂດທີ່ມີທີ່ຕັ້ງທາງຍຸດທະສາດສຳຄັນ. ຜ່ານມາ ກອງບັນຊາການທະຫານແຂວງອັດຕະປືໄດ້ເຮັດໜ້າທີ່ເສນາ ທິການໃຫ້ແກ່ຄະນະພັກ ແລະ ອຳນາດການປົກຄອງທ້ອງຖິ່ນ ໃນການນຳພາ-ຊີ້ນຳວຽກງານປ້ອງ ກັນຊາດ ແລະ ການທະຫານທ້ອງຖິ່ນ, ສ້າງເຂດປ້ອງກັນແຂວງ ແລະ ຕາແສງໃຫ້ໝັ້ນຄົງເຂັ້ມແຂງ, ປະສານສົມທົບກັບກຳລັງຕ່າງໆໃນການຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບ ຮ້ອຍຂອງສັງຄົມ ແລະ ສ້າງເງື່ອນໄຂເອື້ອອຳນວຍຕໍ່ການພັດທະນາເສດຖະກິດ-ສັງຄົມ.

ພ້ອມນັ້ນ ຍັງໄດ້ເອົາໃຈໃສ່ຮັກສາລະບຽບວິໄນ, ລະບອບການກຽມພ້ອມປ້ອງກັນຊາດ, ການກຽມພ້ອມປ້ອງກັນໄພທາງອາກາດ ແລະ ການກຽມພ້ອມຮັບມືກັບໄພພິບັດຢ່າງເຄັ່ງຄັດ, ພາຍຫຼັງການປຶກສາຫາລື ສອງຝ່າຍໄດ້ເຫັນດີຮ່ວມກັນລົງນາມໃນບົດບັນທຶກຊ່ວຍຈຳ ເພື່ອເປັນພື້ນຖານໃນການສືບຕໍ່ຮ່ວມມື, ແລກປ່ຽນບົດຮຽນ ແລະ ຫັດແໜ້ນສາຍພົວພັນມິດຕະພາບລະຫວ່າງສອງກອງບັນຊາການໃຫ້ແໜ້ນແຟ້ນຍິ່ງຂຶ້ນ.

ໂອກາດດັ່ງກ່າວ ກອງບັນຊາການທະຫານແຂວງກວາງຫງາຍ ຍັງໄດ້ມອບທຶນຊ່ວຍເຫຼືອຈຳນວນ 500 ລ້ານດົ້ງ ໃຫ້ແກ່ກອງບັນຊາການທະຫານແຂວງອັດຕະປື ເພື່ອນຳໄປປັບປຸງ ແລະ ກໍ່ສ້າງກົມກອງ.
ການພົບປະໃນຄັ້ງນີ້ ນັບເປັນການສືບຕໍ່ເສີມສ້າງສາຍພົວພັນມິດຕະພາບ, ຄວາມສາມັກຄີ ແລະ ການຮ່ວມມືອັນດີ ລະຫວ່າງ ກອງທັບປະຊາຊົນລາວ ແລະ ຫວຽດນາມ.

ຂ່າວ: ແສງຫຼ້າ ກຸວົງສາ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa