
ໃນວັນທີ 9 ກັນຍາ 2026, ຄະນະນໍາພະແນກການຕ່າງປະເທດ ແຂວງອັດຕະປື ນໍາໂດຍ ທ່ານ ປອ. ຄຳພັນ ແກ້ວມະນີ, ກຳມະການພັກແຂວງ, ຫົວໜ້າພະແນກການຕ່າງປະເທດແຂວງ ພ້ອມຄະນະໄດ້ເຂົ້າພົບປະຢ້ຽມຢາມ ກົງສູນໃຫຍ່ ແຫ່ງ ສປປ ລາວ ປະຈຳນະຄອນດານັງ ສສ ຫວຽດ ນາມ, ໂດຍການຕ້ອນຮັບຂອງທ່ານ ນາງ ວອນຄຳ ເຈືອງມະນີວົງ, ກຳມະການຄະນະພັກຮາກ ຖານ, ເລຂາໜ່ວຍພັກສະຖານກົງສູນໃຫຍ່ ກົງສູນໃຫຍ່ ແຫ່ງ ສປປ ລາວ ປະຈຳນະຄອນດານັງ .
ໂອກາດດັ່ງກ່າວ ທ່ານ ນາງ ວອນຄຳ ເຈືອງມະນີວົງ, ໄດ້ກ່າວຕ້ອນຮັບ ແລະ ສະແດງຄວາມຍິນດີຕໍ່ການມາຢ້ຽມຢາມ ແລະ ເຮັດວຽກຂອງຄະນະນໍາພະແນກການຕ່າງປະເທດ ແຂວງອັດຕະປື. ຈາກນັ້ນທ່ານ ປອ. ຄຳພັນ ແກ້ວມະນີ ໄດ້ກ່າວສະເໜີຈຸດປະສົງຂອງການມາເຮັດວຽກຄັ້ງນີ້ ວ່າ: ພະແນກການຕ່າງປະເທດແຂວງອັດຕະປື ໄດ້ນຳພາຄະນະນຳ ແລະ ວິຊາການ ຈຳນວນ 15 ທ່ານ ເດີນທາງມາສະເໜີຕົວ ແລະ ແລກປ່ຽນບົດຮຽນດ້ານວຽກງານການຕ່າງປະເທດ ກັບພາກສ່ວນທີ່ກ່ຽວຂ້ອງຂອງ ສສ ຫວຽດນາມ, ພ້ອມທັງເຂົ້າຢ້ຽມຢາມສະຖານກົງສູນໃຫຍ່ ແຫ່ງ ສປປ ລາວ ປະຈຳນະຄອນດານັງ.
ການເດີນທາງມາເຮັດວຽກໃນຄັ້ງນີ້ ຢູ່ໃນຂອບຂອງແຜນງານ ລະຫວ່າງ ວັນທີ 7-11 ກັນຍາ 2026 ເພື່ອຮ່ວມກອງປະຊຸມ, ແລກປ່ຽນບົດຮຽນ ແລະ ສຶກສາເບິ່ງວຽກງານດ້ານການຕ່າງປະ ເທດ ກັບພະແນກການຕ່າງປະເທດແຂວງກວາງຫງາຍ ແລະ ນະຄອນດານັງ. ທັງນີ້ ເພື່ອນຳເອົາບົດຮຽນ ແລະ ແນວທາງອັນເໝາະສົມມາປັບໃຊ້ໃນການຍົກສູງຄຸນນະພາບວຽກງານການຕ່າງປະເທດຂອງແຂວງ.
ພາຍໃນການພົບປະ, ສອງຝ່າຍໄດ້ແລກປ່ຽນຂໍ້ມູນ, ບົດຮຽນ ແລະ ປະສົບການກ່ຽວກັບວຽກ ງານການຕ່າງປະເທດ, ວຽກງານກົງສູນ, ການປະສານງານກັບພາກສ່ວນຕ່າງໆ ຕະຫຼອດຮອດວຽກງານການຮັກສາ ແລະ ເສີມຂະຫຍາຍສາຍພົວພັນອັນດີລະຫວ່າງ ສປປ ລາວ ແລະ ສສ ຫວຽດນາມ. ພ້ອມນັ້ນ ຍັງໄດ້ປຶກສາຫາລືແນວທາງການປະສານງານ, ການແລກປ່ຽນຂ່າວສານ ແລະ ການສະໜັບສະໜູນວຽກງານຕ່າງໆ ໃນອະນາຄົດ.
ໂອກາດດຽວກັນນີ້, ຄະນະນໍາພະແນກການຕ່າງປະເທດແຂວງອັດຕະປື ໄດ້ຮັບຟັງການແນະນຳກ່ຽວກັບບົດບາດ, ໜ້າທີ່ ແລະ ວຽກງານຂອງກົງສູນໃຫຍ່ ແຫ່ງ ສປປ ລາວ ປະຈຳນະຄອນດານັງ ໃນການປະສານງານດ້ານການທູດ, ວຽກງານກົງສູນ ແລະ ການເຊື່ອມສານຄວາມຮ່ວມມືລະ ຫວ່າງລາວ-ຫວຽດນາມ. ເຊິ່ງຖືເປັນບົດຮຽນທີ່ມີຄຸນຄ່າ ສຳລັບຄະນະໃນການນຳໄປປັບປຸງວຽກງານຕ່າງປະເທດຂອງແຂວງໃຫ້ມີປະສິດທິຜົນຍິ່ງຂຶ້ນ.
ການເຂົ້າພົບຄັ້ງນີ້ ນອກຈາກເປັນໂອກາດໃນການສ້າງຄວາມສຳພັນອັນດີແລ້ວ, ຍັງເປັນກົນໄກສຳຄັນໃນການເຊື່ອມສານວຽກງານລະຫວ່າງພະແນກການຕ່າງປະເທດແຂວງ ກັບ ກົງສູນໃຫຍ່ ສປປ ລາວ ປະຈຳນະຄອນດານັງ, ພ້ອມທັງສ້າງພື້ນຖານສຳລັບການປະສານງານ ແລະ ຮ່ວມມືກັນໃນວຽກງານດ້ານການຕ່າງປະເທດໃນຕໍ່ໜ້າພ້ອມນີ້ທັງສອງຝ່າຍໄດ້ຢືນຢັນເຖິງຄວາມສຳຄັນຂອງການຮັກສາການປະສານງານຢ່າງໃກ້ຊິດ, ສົ່ງເສີມການແລກປ່ຽນບົດຮຽນ ແລະ ຮ່ວມກັນຊຸກຍູ້ວຽກງານຮ່ວມມືລາວ-ຫວຽດນາມ ໃຫ້ນັບມື້ເຂັ້ມແຂງ ແລະ ມີໝາກຜົນຫຼາຍຂຶ້ນ.
ຂ່າວ: ມະນີວອນ