
ກອງປະຊຸມສຳມະນາວິທະຍາສາດ ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງສື່ມວນຊົນ ແລະ ການພີມຈໍາໜ່າຍ ຄົບຮອບ 76 ປີ (13 ສິງຫາ 1950 – 13 ສິງຫາ 2026) ໄດ້ຈັດຂື້ນໃນວັນທີ 13 ສິງຫາ 2026 ທີ່ຫໍປະຊຸມໃຫຍ່ຂອງແຂວງ,ໂດຍການການເຂົ້າຮ່ວມຂອງ ທ່ານ ນາງ ມີນາພອນ ໄຊສົມພູ ຮອງເລຂາພັກແຂວງ,ຜູ້ຊີ້ນວຽກງານການເມືອງແນວຄິດ ພັກ-ພະນັກງານ,ມີທ່ານ ກົງຈັກ ສີສະຫວາດ ກຳມະການພັກແຂວງ ຫົວໜ້າຄະນະໂຄສະນາອົບແຂວງອັດຕະປື,ມີພະແນກການພ້ອມຂ້າງແຂວງ,ກຳລັງ ປກສ,ປກຊ,ອາດີດພະນັກງານການນຳ,ພະນັກງານອາວຸໂສບໍານານ,ວິຊາການຕາໜ່າງຂ່າວອ້ອມຂ້າງແຂວງເຂົ້າຮ່ວມ.

ທ່ານ ກົງຈັກ ສີສະຫວາດ ໄດ້ກ່າວເປີດໃນກອງປະຊຸມວ່າ: ກອງປະຊຸມສໍາມະນາວິທະຍາສາດ ເປັນເທື່ອທຳອິດໄຂຂຶ້ນພາຍໄຕ້ໃນຫົວຂໍ້ ” ຍົກສູງຄຸນນະພາບ ວຽກງານສື່ມວນຊົນ ຢູ່ ແຂວງອັດຕະປື ໃນເງື່ອນໄຂໃໝ່ “. ເລີ່ມແຕ່ປີ 2025 ເປັນຕົ້ນມາ ປະຕິບັດຕາມມະຕິຂອງພັກ ກ່ຽວກັບການປັບປຸງ ກົງຈັກການຈັດຕັ້ງ ເຊິ່ງໄດ້ໂອນວຽກງານສື່ມວນຊົນ ມາຂື້ນກັບຄະນະໂຄສະນາອົບຮົມແຂວງ ແມ່ນບາດກ້າວການ ຫັນປ່ຽນສູ່ຄຸນນພາຍໃໝ່ຢ່າງແຂງແຮງ ເພື່ອຮັບປະກັນ ການນໍາພາຊີ້ນໍາຢ່າງໃກ້ຊິດ ເດັດຂາດ ໂດຍກົງ ແລະ ຮອບດ້ານ,ດັ່ງນັ້ນ ກອງປະຊຸມສໍາມະນາວິທະຍາສາດໃນລະດັບແຂວງເທຶ່ອນີ້ມີຄວາມໝາຍສໍາຄັນເປັນຢ່າງຍິ່ງ ທາງດ້ານທິດສະດີ ແລະ ພຶດຕິກຳ ຢູ່ຂັ້ນທ້ອງຖິ່ນເຮົາ, ຈຸດປະສົງສໍາຄັນ ແມ່ນເພື່ອຢາກໄດ້ການສະໜັບສະໜູນທາງດ້ານສະຕິປັນຍາ ກຳນົດທິດ ຊອກຊ່ອງທາງ ເພື່ອຍົກສູງຄຸນນະພາບ ພັດທະນາວຽກງານສື່ມວນຊົນ ຢູ່ແຂວງອັດຕະປື ໃນເງື່ອນໄຂໃໝ່ ແນໃສ່ ເຮັດໃຫ້ພະນັກງານນໍາພາ-ຄຸ້ມຄອງ, ນັກຮົບສື່ມວນຊົນ ແລະ ເພື່ອນຮ່ວມງານ ກຳແໜ້ນແນວທາງ, ທັດສະນະ, ຫຼັກການ, ທິດທາງ, ວິທີການ ແລະ ສ້າງເງື່ອນໄຂທີ່ສອດຄ່ອງ ຊຸກຍູ້ວຽກງານສື່ມວນຊົນຢູ່ທ້ອງຖິ່ນ ໃຫ້ຂະຫຍາຍຕົວ ຄຽງຄູ່ ສະພາບການປ່ຽນແປງ ວຽກງານສື່ມວນຊົນໂລກ ໃນປັດຈຸບັນ.

ໃນກອງປະຊຸມ ທ່ານ ຊີບປະໄຊ ສົງປະເສີດ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ໄດ້ຜ່ານບົດສໍາມະນາ ໃນຫົວຂໍ້້ ” ຍົກສູງຄຸນນະພາບ ວຽກງານສື່ມວນຊົນຢູ່ແຂວງອັດຕະປື ໃນເງື່ອນໄຂໃໝ່ “ເຊີ່ງຕະຫຼອດໄລຍະຜ່ານມາສື່ມວນຊົນແຂວງ ໄດ້ເປັນເຈົ້າການໃນການໂຄສະນາ ຕອບໂຕ້ ນະໂຍບາຍຫັນປ່ຽນໂດຍສັນຕິຂອງສັດຕູ, ຕີຖອຍ ຖ້ອຍທໍານອງບິດເບືອນ ໃສ່ຮ້າຍປ້າຍສີ ຂອງຄົນບໍ່ດີ ແລະ ອິດທິກຳລັງປໍລະປັກຕໍ່ການນໍາພາຂອງພັກ-ລັດພາຍໃນແຂວງກໍ ຄືໝາກຜົນໃນການພັດທະນາແຂວງເປັນຕົ້ນ: ການຟື້ນຟູໄພພິບັດ; ການແກ້ໄຂບັນຫາຊາຍແດນ; ການຂຸດຄົ້ນແຮ່ທາດ, ການ ແກ້ໄຂບັນຫາທີ່ດິນ ແລະ ອື່ນໆ. ເຊິ່ງຄົນບໍ່ດີ ໄດ້ພະຍາຍາມສ້າງຂ່າວບິດເບືອນຄວາມຈິງ, ຂ່າວປອມ ພ້ອມທັງຄອມເມັນ ຄວາມເຫັນກ່ຽວກັບ ສິດທິມະນຸດດ້ານສື່ມວນຊົນ, ສື່ມວນຊົນແຂວງໄດ້ເຮັດໜ້າທີ່ ດ້ວຍຄວາມຮັບຜິດຊອບໃນການນໍາ ພາຫາງສຽງສັງຄົມ, ສ້າງຄວາມຮັບຮູ້, ຄວາມເຂົ້າໃຈ ໃຫ້ປະຊາຊົນຢ່າງຖືກຕ້ອງ, ວ່ອງໄວ, ເປັນລະບົບ ແລະ ຕໍ່ເນື່ອງ,ພ້ອມນີ້,ກອງປະຊຸມ ກໍ່ໄດ້ແລກປ່ຽນຄໍາຄິດຄໍາເຫັນ ກ່ຽວກັບບັນຫາຕ່າງໆຢ່າງກົງໄປກົງມາ ຊຶ່ງເປັນພື້ນຖານໃຫ້ການຍົກສູງພາລະບົດບາດ ແລະ ສ້າງການຫັນປ່ຽນຂອງວຽກງານສື່ມວນຊົນຢູ່ແຂວງອັດຕະປືໃນເງື່ອນໄຂໃໝ່ ໃນປັດຈຸບັນ

ຕອນທ້າຍຂອງກອງປະຊຸມຍັງໄດ້ມອບຂອງຂວັນໃຫ້ແກ່ພະນັກງານການນໍາ ແລະ ພະນັກງານອາວຸໂສບໍານານ ທີ່ໄດ້ປະກອບສ່ວນຊີ້ນໍາ-ນໍາພາ ແລະ ປະກອບສ່ວນສໍາຄັນໃນການພັດທະນາວຽກງານສື່ມວນຊົນນັບແຕ່ອາດີດຈົນເຖິງປັດຈຸບັນ.

