ກອງປະຊຸມໃຫຍ່ ອົງຄະນະພັກ ເມືອງສາມັກຄີໄຊ ແຂວງ ອັດຕະປື ສຳເລັດຢ່າງຈົບງາມ

ກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກ ເມືອງສາມັກຄີໄຊ ແຂວງອັດຕະປື ຄັ້ງທີ VII ໄດ້ສຳເລັດລົງຢ່າງສົມບູນໃນວັນທີ່ 22 ມັງກອນນີ້ 2025 ທີ່ຫໍປະຊຸມໃຫຍ່ຂອງແຂວງ, ໂດຍເປັນກຽດເຂົ້າຮ່ວມຂອງ ສະຫາຍ ພົທ ວັນທອງ ກອງມະນີ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງອັດຕະປື, ມີສະຫາຍ ທອງຈັນ ໂຂງພູມຄຳ ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ, ມີບັນດາສະຫາຍຄະນະປະຈຳພັກແຂວງ, ຮອງເລຂາຄະນະພັກແຂວງ, ພ້ອມດ້ວຍ ແຂກທີ່ຖືກເຊີນ ແລະ ຜູ້ແທນສົມບູນເຂົ້າຮ່ວມ.

ໃນຕະຫຼອດຂອງການດຳເນີນກອງປະຊຸມໃຫຍ່ ໄດ້ຮັບຟັງການຜ່ານບົດລາຍງານການເມືອງທັງສອງພາກເຊິ່ງໄດ້ຍົກໃຫ້ເຫັນເຖິງຜົນງານ ແລະ ໄຊຊະນະອັນພົ້ນເດັ່ນຂອງການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງສູນກາງພັກ, ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງອົງຄະນະພັກແຂວງ ແລະ ມະຕິກອງປະຊຸມໃຫຍ່ ຄັ້ງທີ VI ຂອງອົງຄະນະພັກເມືອງຢ່າງມີປະສິດທິຜົນໃນຕະຫຼອດໄລຍະ 5 ປີຜ່ານມາ ພ້ອມນັ້ນກອງປະຊຸມກໍໄດ້ຊອກໃຫ້ເຫັນຈຸດດີ, ຈຸດອ່ອນ, ຂໍ້ຄົງຄ້າງ, ສາເຫດຕ່າງໆ ເຊິ່ງຈະຕ້ອງໄດ້ສືບຕໍ່ປັບປຸງແກ້ໄຂໃນຕໍ່ໜ້າ ແລະ ສະຫຼຸບສັງລວມເປັນບົດຮຽນໃຫ້ແກ່ການນຳພາໃນຕໍ່ໜ້າ ແລະ ໄດ້ເປັນເອກະພາບຮັບຮອງເອົາທິດ  ທາງແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ VII (2025-2029) ໃຫ້ໄດ້ຮັບການເສີມຂະຫຍາຍຢ່າງເປັນຮູບປະທຳ.

ພ້ອມດຽວກັນຜູ້ແທນກອງປະຊຸມ ຍັງໄດ້ໃຊ້ສິດປະຊາທິປະໄຕປ່ອນບັດຄັດເລືອກເອົາຄະນະບໍລິຫານພັກເມືອງຊຸດໃໝ່ ສະໄໝທີ VII, ເລືອກເອົາຜູ້ແທນສົມບູນ ແລະ ສໍາຮອງເຂົ້າ ຮ່ວມກອງປະຊຸມໃຫຍ່ ອົງຄະນະພັກຂັ້ນເທິງ ບົນພື້ນຖານຄວາມຖືກຕ້ອງສອດຄ່ອງກັບມາດຖານ, ເງື່ອນໄຂ ແລະ ກົດລະບຽບຂອງພັກ, ໃນນີ້ ຄະນະພັກຊຸດໃໝ່ ໄດ້ມີຜູ້ອອກຮັບສະໝັກເລືອກຕັ້ງ 32 ສະຫາຍ, ເລືອກໄດ້ 27 ສະຫາຍ, ຍິງ 7 ສະຫາຍ.

ກອງປະຊຸມຄັ້ງປະຖົມມະລຶກຂອງຄະນະພັກເມືອງຊຸດໃໝ່ໄດ້ເປັນເອກະສັນກັນເລືອກເອົາ ສະຫາຍ ຄຳໝັ້ນ ສີສະໝຸດ ເປັນເລຂາຄະນະບໍລິຫານພັກເມືອງ, ສະຫາຍ ນາງ ພຸດມະໄລພອນ ແກ້ວວົງສາ ແລະ ສະຫາຍ ຄູນສະຫວັນ ເວັນນະສອນ ເປັນຮອງເລຂາຄະນະບໍລິຫານພັກເມືອງ; ເລືອກເອົາ ສະຫາຍ ລຸນນິສັນ ທອງທິບ ເປັນປະທານກວດກາພັກ-ລັດເມືອງ, ສະຫາຍ ຈິດຕະກອນ ກອງບົວຄຳ ແລະ ສະຫາຍ ນາງ ວົງພະຈັນ ໄຊສົງຄາມ ເປັນຮອງປະທານກວດ ກາພັກ-ລັດເມືອງ.
ຕໍ່ກອງປະຊຸມໃຫຍ່ອົງຄະນະບໍລິຫານງານພັກເມືອງ ຄັ້ງທີ VII ສະຫາຍ ພົທ ວັນທອງ ກອງມະນີ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງ ກໍໄດ້ມີຄໍາເຫັນໂອ້ລົມຕໍ່ຄະນະບໍລິຫານງານພັກເມືອງຊຸດໃໝ່ ໂດຍສະຫາຍໄດ້ເນັ້ນໜັກໃຫ້ເພີ່ມທະວີເອົາໃຈໃສ່ສືບຕໍ່ເຮັດວຽກງານການເມືອງ-ແນວຄິດ ຢູ່ແຕ່ລະຂະແໜງການຂອງເມືອງ-ຮາກຖານບ້ານ ໃຫ້ແຂງແຮງ, ເລິກເຊິ່ງກວ່າເກົ່າ, ຍົກສູງສິດເປັນເຈົ້າຂອງປະຊາຊົນ, ຍູ້ແຮງການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ສ້າງໃຫ້ເກີດຫຼາຍຕົວແບບໃນການຜະລິດ-ການປູກ, ການລ້ຽງ, ການບໍລິການ ແລະ ອື່ນໆ, ເອົາໃຈໃສ່ວຽກງານວັດທະນະທໍາ-ສັງຄົມ ໃຫ້ສົມສ່ວນກັບການພັດທະນາດ້ານເສດຖະກິດ, ຮັບປະກັນການພັດທະນາຊັບພະຍາກອນມະນຸດຢ່າງຮອບດ້ານ, ເພີ່ມທະວີຄວາມເອົາໃຈໃສ່ ປັບປຸງກໍາລັງ ປກຊ-ປກສ ຂອງເມືອງ ໃຫ້ເຂັ້ມແຂງ ມີລະບຽບວິໄນເຂັ້ມງວດ ແລະ ມີແບບແຜນທັນສະໄໝ, ສືບຕໍ່ນໍາພາ-ຊີ້ນໍາວຽກງານຫັນລົງກໍ່ສ້າງຮາກຖານການເມືອງ, ວຽກງານພັດທະນາຊົນນະບົດຮອບດ້ານ-ແກ້ໄຂຄວາມທຸກຍາກ ໃຫ້ແຂງແຮງກວ່າເກົ່າ, ພາຍຫຼັງສໍາເລັດກອງປະຊຸມໃຫຍ່ຄັ້ງນີ້ ໃຫ້ຮີບຮ້ອນແບ່ງວຽກ-ແບ່ງງານ, ແບ່ງຄວາມຮັບຜິດຊອບພາຍໃນຄະນະບໍລິຫານງານພັກເມືອງ, ຄະນະປະຈໍາພັກເມືອງ ໃຫ້ລະອຽດ, ຈະແຈ້ງ, ເອົາໃຈໃສ່ປະຕິບັດດ້ວຍຄວາມຮັບຜິດຊອບສູງ, ເປັນເຈົ້າການຕໍ່ໜ້າທີ່ການເມືອງ, ທຸ້ມເທເຫື່ອແຮງ, ສະຕິປັນຍາ, ຄວາມຮູ້, ຄວາມສາມາດ, ມີຄວາມເສຍສະຫຼະ ເພື່ອເຮັດສໍາເລັດໜ້າທີ່ ເພື່ອຮັບໃຊ້ພາລະກິປະຕິວັດອັນສູງສົ່ງຂອງພັກ ເຮັດທຸກສິ່ງທຸກຢ່າງ ເພື່່ອຄວາມສົມບູນພູນສຸກຂອງປະຊາຊົນ ແລະ ເພື່ອຄວາມຈະເລີນກ້າວໜ້າຂອງທ້ອງຖິ່ນໄດ້ຮັບພັດທະນາຕາມຄຳຂວັນທີ່ວ່າ : “ຍົກສູງບົດບາດການນໍາພາ-ຊີ້ນໍາຂອງພັກໃຫ້ມີຄວາມປອດໃສ, ໜັກແໜ້ນ ແລະ ເຂັ້ມແຂງຮອບດ້ານ ສ້າງເມືອງສາມັກຄີໄຊ ກາຍເປັນເມືອງສະເໜ່ສີຂຽວ, ສະອາດງາມຕາ, ສາມັກຄີປອງດອງ, ມັ່ງຄັ້ງ-ເຂັ້ມແຂງ, ປະຊາຊົນຢູ່ດີກິນດີ, ສັງຄົມມີຄວາມ ສະຫງົບ, ສີວິໄລ ແລະ ຍຸຕິທໍາ”
ໂດຍ: ສາຍນ້ຳເຊກອງ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa