ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງຊານໄຊ ຄັ້ງທີ XIV ໄດ້ອັດລົງດ້ວຍຜົນສໍາເລັດ ພາຍຫຼັງທີ່ດໍາເນີນມາເປັນເວລາ 2 ວັນ, ແຕ່ວັນທີ 13-14 ມີນາ 2025 ທີ່ຫ້ອງປະຊຸມ ກອງບັນຊາການ ປ້ອງກັນຄວາມສະຫງົບເມືອງ ພາຍໃຕ້ການເປັນປະທານຂອງສະຫາຍ ຫັດສະໄນ ສີບຸນເຫຼືອງ ກຳມະການພັກແຂວງ ເລຂາພັກເມືອງ, ວ່າການເຈົ້າເມືອງຊານໄຊ, ໃຫ້ກຽດເຂົ້າຮ່ວມຂອງສະຫາຍ ພົນໂທ ວັນທອງ ກອງມະນີ ກຳມະການສູນກາງພັກ ເລຂາພັກແຂວງ, ເຈົ້າແຂວງອັດຕະປື, ມີບັນດາສະຫາຍໃນຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ບັນດາສະຫາຍ ຄະນະພັກຮາກຖານ, ເລຂາໜວຍພັກທີ່ຂຶ້ນກັບຄະນະພັກຮາກຖານ, ບັນດາສະ ຫາຍອາດີດການນໍາຂອງເມືອງ-ພະນັກງານອາວຸໂສບໍານານ, ແຂກຖືກເຊີນ ແລະຜູ້ແທນສົມບູນ ຈຳນວນ 155 ສະຫາຍ, ຍິງ 16 ສະຫາຍ ທີ່ເປັນຕົວແທນໃຫ້ແກ່ສະມາຊິກພັກທົ່ວເມືອງ ທັງໝົດ 1.380ສະຫາຍ, ຍິງ 324 ສະຫາຍ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຕະຫຼອດ ໄລຍະ 2 ວັນ ຂອງກອງປະຊຸມດໍາເນີນໄປດ້ວຍເນື້ອໃນ ແລະ ຮູບການໃນລະດັບທີ່ດີ, ກະທັດຮັດ, ມີເນື້ອໃນ ແລະ ຜົນສໍາເລັດຫຼາຍດ້ານ, ຄະນະປະທານໄດ້ຕິດຕາມຊີ້ນໍາກອງປະຊຸມຕາມວະລະ, ໄດ້ສະຫຼຸບຕີລາຄາຄືນການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ ຄັ້ງທີ XIIl ຂອງອົງຄະນະພັກເມືອງ ຕະ ຫຼອດໄລຍະ 5 ປີຜ່ານມາ, ໄດ້ຮັບຟັງບົດລາຍງານການເມືອງທັງສອງພາກ,ຮັບຟັງແຜນພັດທະນາເສດຖະ ກິດ-ສັງຄົມ 5 ປີ ຄັ້ງທີ lX ໄລຍະແຕ່ປີ2020-2024, ແລະ ທິດທາງແຜນການ 5 ປີ ຄັ້ງທີ X,ຜ່ານບົດສໍາຫຼວດນໍາພາລວມຂອງຄະນະບໍລິຫານງານພັກເມືອງ ສະໄໝ ທີ XIIl,ໃນກອງປະຊຸມໄດ້ລົງປະຊາມະຕິຢ່າງເປັນເອກະ ສັນຮັບຮອງເອົາບັນດາເນື້ອໃນທີ່ສຳຄັນຕໍ່ບົດລາຍງານການເມືອງ ຂອງຄະນະບໍລິຫານງານພັກເມືອງຄັ້ງທີ XIIl, ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ lX ໄລຍະແຕ່ປີ2020-2024, ແລະ ທິດທາງແຜນການ 5 ປີ ຄັ້ງທີ X 2025-2029, ໃນນີ້ໄດ້ຕີລາຄາດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ, ສາເຫດ, ບົດຮຽນໃນການນຳ ພາ-ຊີ້ນໍາ ແລະ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງ ເປັນຕົ້ນແມ່ນ ບັນດາຜົນງານອັນພົ້ນເດັ່ນ ທີ່ຍາດມາໄດ້ໃນແຕ່ລະຂົງເຂດ,ເຮັດໃຫ້ເມືອງຊານໄຊ ມີສະຖຽນລະພາບທາງດ້ານການເມືອງ, ມີຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ ການພັດ ທະນາເສດຖະກິດ-ສັງຄົມ ໄດ້ມີບາດກ້າວຂະຫຍາຍຕົວ ຢ່າງຕໍ່ເນື່ອງ ສະເລ່ຍ 11,33 % ລື່ນແຜນ 3,83 %, ອັດຕາການຂະຫຍາຍຕົວສະເລ່ຍ 7,5% ຕໍ່ປີອັດຕາສະເລ່ຍຕໍ່ຫົວຄົນໄດ້ 5 ລ້ານ 3 ແສນກວ່າກີບ, ປະຕິບັດລື່ນແຜນ 1,50%,ໃນນີ້ ຂະແໜງກະສິກໍາ-ປ່າໄມ້ ຂະຫຍາຍຕົວສະເລ່ຍ9,40%,ປະຕິບັດລື່ນແຜນ 0,66%, ຂະແໜງອຸດສາຫະກໍາ ຂະຫຍາຍຕົວສະເລ່ຍ 20,82% ປະຕິບັດລື່ນແຜນ 7,99% ແລະ ຂະແໜງບໍລິການຂະຫຍາຍຕົວສະເລ່ຍ 11,62% ປະຕິບັດລື່ນແຜນ 1,75% , ຈັດເກັບລາຍຮັບເຂົ້າງົບປະມານ (ປີ 2020-2024) ໄດ້ 121 ຕື້ກວ່າກີບ ເທົ່າກັບ 187% ຂອງແຜນການ,ລາຍຮັບເກີນແຜນ 87%, ປະຕິບັດລາຍຈ່າຍ 64 ຕື້ກວ່າກີບທຽບໃສ່ແຜນການ 5 ປີ ເທົ່າກັບ 100%, ການຜະລິດເຂົ້າລວມໄດ້ 36.393 ໂຕນ,ທຽບໃສ່ພົນລະເມືອງເຫັນວ່າການຜະລິດເຂົ້າຍັງສາມາດກຸ້ມກິນ ແລະສ່ວນແຮໄວ້ຂາຍຈຳນວນໜື່ງ, ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການແກ້ໄຂ,ມີບ້ານສາທາລະນະສຸກແບບຢ່າງ 30 ບ້ານ ເທົ່າກັບ 78,94%, ສ້າງບ້ານວັດທະນະທຳໄດ້ 31 ບ້ານ ເທົ່າກັບ 81,57%, ມີບ້ານສາມັກຄີປອງດອງໄດ້ 36 ບ້ານ ເທົ່າ ກັບ92,30%, ສ້າງບ້ານປ້ອງກັນຊາດເຂັ້ມແຂງໄດ້ 8 ບ້ານ,ສ້າງບ້ານປ້ອງກັນກັນຄວາມສະຫງົບໄດ້ 19 ບ້ານ,ຄອບຄົວທຸກຍາກຍັງເຫຼືອ 1.612 ຄອບຄົວ, ເທົ່າກັບ 63,15%, ຄອບຄົວພົ້ນທຸກມີ 3.671, ເທົ່າກັບ 60.59%,ບ້ານພົ້ນທຸກ 24 ບ້ານ ເທົ່າກັບ63,15% ,ບ້ານທຸກຍາກຍັງເຫຼືອ 14,11 ບ້ານ,ເທົ່າກັບ 36,84%,ບ້ານພັດທະນາ 5 ບ້ານ ເທົ່າກັບ 13,15%, ໂຄງການປະຕິບັດໄດ້ 137%, ໃນນັ້ນໂຄງການ ລົງທຶນຂອງ ລັດປະຕິບັດໄດ້ 77,12%ໂຄງການຊ່ວຍເຫຼືອເພື່ອການພັດທະນາ (ODA) ປະຕິບັດໄດ້ 11,46% ຂອງແຜນການ ແລະໂຄງການລົງທຶນເອກະຊົນພາຍໃນ ແລະຕ່າງປະເທດ (FDI)ປະຕິບັດໄດ້47,98%, ຮັບຮອງເອົາທິດທາງ ແລະ ຄາດ ໝາຍສູ້ຊົນຮອດປີ 2029, ຮັບຮອງເອົາບົດສຳ ຫຼວດການນຳພາລວມຂອງອົງຄະນະພັກເມືອງ ຄັ້ງທີ XIV, ຜູ້ແທນກອງປະຊຸມໄດ້ພ້ອມກັນໃຊ້ສິດປະຊາ ທິປະໄຕ ຂອງຕົນປ່ອນບັດຄັດເລືອກເອົາຄະນະບໍ ລິຫານງານພັກເມືອງຊຸດໃໝ່ ຈຳນວນ 25 ສະຫາຍ, ຍິງ 2 ສະຫາຍ, ກອງປະຊຸມຄັ້ງປະຖົມມະລຶກໄດ້ຕົກລົງເລືອກເອົາຄະນະປະຈຳ 7 ສະຫາຍ, ເລືອກເອົາ ສະ ຫາຍ ຫັດສະໄນ ສີບຸນເຫຼືອງ ເປັນເລຂາຄະນະບໍລິຫານງານພັກເມືອງ, ສະຫາຍ ບຸນເນັມ ໄຊຍະເສັ້ມ ແລະ ສະຫາຍ ບົວຄຳ ຮຽງລາເຢ ເປັນຮອງເລຂາຄະນະບໍລິຫານງານພັກເມືອງ, ເລືອກເອົາ ສະຫາຍ ທອງ ວັນ ຢວງຢາເຢຍ ເປັນປະທານກວດກາ, ເລືອກເອົາສະຫາຍ ບົວໃຈ ແກ້ວແສງສີ ແລະ ສະຫາຍ ໂນມີໄຊ ແພງພູດອຍ ເປັນຮອງປະທານກວດກາ, ພ້ອມນີ້ໄດ້ ປ່ອນບັດເອົາຜູ້ແທນໄປຮ່ວມກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງ ຄັ້ງທີ XII ຈຳນວນ 13 ສະຫາຍ, ຍິງ 2 ສະ ຫາຍ ແລະ ຜູ້ແທນສຳຮອງ 2 ສະຫາຍ.
ກອງປະຊຸມໃຫຍ່ຄັ້ງນີ້ໄດ້ຮັບຟັງການໂອ້ລົມຂອງ ສະຫາຍ ພົນໂທ ວັນທອງ ກອງມະນີ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ ສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ການນຳພາ-ຊີ້ນຳຂອງຄະນະບໍລິຫານງານພັກເມືອງຊານໄຊ ຊຸດທີ XIII ທີ່ໄດ້ເອົາໃຈໃສ່ນຳພາ-ຊີ້ນຳ ສະມາຊິກພັກ, ພະນັກງານ, ປະຊາຊົນບັນດາເຜົ່າ ປະຕິບັດໜ້າທີ່ການເມືອງ ແລະ ຍາດໄດ້ຜົນສຳເລັດຫຼາຍດ້ານ. ພ້ອມກັນນັ້ນ ສະຫາຍຍັງໄດ້ສະແດງຄວາມເປັນຫ່ວງເປັນໃຍຕໍ່ດ້ານອ່ອນ, ຂໍ້ຄົງຄ້າງ ແລະ ໃຫ້ທິດເຍືອງທາງແຕ່ລະດ້ານລະອຽດ ພ້ອມທັງໃຫ້ຄວາມເຊື່ອໝັ້ນຕໍ່ຄະນະພັກຊຸດໃໝ່ ທີ່ຈະສືບຕໍ່ນຳພາ-ຊີ້ນຳຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ຜູ້ແທນຂອງອົງຄະນະພັກເມືອງຊານໄຊ ຄັ້ງທີ XIV ໃຫ້ມີຜົນສຳເລັດຢ່າງສູງໃນຕໍ່ໜ້າ ເພື່ອເຮັດໃຫ້ເມືອງຊານໄຊ ມີການພັດທະນາຢ່າງກ້າວກະໂດດ.
ຂ່າວໂດຍ: ສຸກສະຫວ່າງ