ແຂວງອັດຕະປືສະຫຼຸບຕີລາຄາວຽກງານກໍ່ສ້າງຮາກ ຖານການເມືອງ ຕິດພັນກັບວຽກງານພັດທະນາຊົນນະບົດຮອບດ້ານ ແກ້ໄຂຄວາມທຸກຍາກ ແລະ ວຽກງານ 3 ສ້າງ ປະຈໍາປີ 2024 ແລະ ວາງທິດທາງແຜນການ ປະຈໍາປີ 2025 ເຊິ່ງ ຈັດຂຶ້ນໃນຕອນເຊົ້າຂອງວັນທີ 25 ເມສາ 2025 ນີ້ ຢູ່ທີ່ຫໍປະຊຸມໃຫຍ່ຂອງແຂວງ ໂດຍການເປັນປະທານ ຂອງສະຫາຍ ຄໍາບຸນ ດວງພະບາງ ຮອງເລຂາພັກແຂວງ,ມີ ຮອງເຈົ້າແຂວງ, ຄະນະປະຈໍາພັກແຂວງ, ກໍາມະການພັກແຂວງ ພ້ອມດ້ວຍເລຂາໜ່ວຍພັກ ຫົວໜ້າພະແນກການ, ອົງການ – ກົມກອງ ອ້ອມຂ້າງແຂວງ ຕະຫຼອດຮອດເລຂາພັກເມືອງ ເຈົ້າເມືອງ ທັງ 5 ເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ໂອກາດນີ້ ສະຫາຍ ວິທະຍາ ພົມມະຈັນ ຮອງຫົວໜ້າຫ້ອງວ່າການແຂວງ ໄດ້ຂຶ້ນຜ່ານຮ່າງບົດລາຍງານສະຫຼຸບຕີລາຄາ, ວຽກງານກໍ່ສ້າງຮາກຖານການເມືອງ, ຕິດພັນກັບວຽກງານພັດທະນາຊົນນະບົດຮອບດ້ານ ແກ້ໄຂຄວາມທຸກຍາກ ແລະ ວຽກງານ 3 ສ້າງ ປະຈໍາປີ 2024 ແລະ ວາງທິດທາງ ແຜນການປີ 2025 ເຊິ່ງໃນໄລຍະໜຶ່ງປີຜ່ານມາ ຄະນະປະຈໍາພັກແຂວງ, ຄະນະ ພັກ-ຄະນະບັນຊາແຕ່ລະຂັ້ນ ໄດ້ຖືສໍາຄັນວຽກງານການເມືອງ-ແນວຄິດເປັນກົກ, ໂດຍຫັນເອົາແນວທາງນະ ໂຍບາຍຂອງພັກ, ລະບຽບ, ກົດໝາຍ ແລະ ບັນດາເອກະສານຕ່າງໆຂອງສູນກາງ, ແຂວງ, ເມືອງ ລົງເຜີຍແຜ່, ເຊື່ອມຊຶມໃຫ້ແກ່ສະມາຊິກພັກ, ພະນັກງານລັດຖະກອນ, ກໍາລັງປະກອບອາວຸດ, ນັກທຸລະກິດ ແລະ ປະຊາຊົນບັນດາເຜົ່າ ເປັນປົກກະຕິ ໂດຍປະຕິບັດຕາມ 5 ຫຼັກການ ແລະ 3 ທິດນໍາຂອງພັກ ເຮັດໃຫ້ລະບົບການເມືອງຢູ່ຂັ້ນຮາກຖານໄດ້ຮັບການປັບປຸງ ແລະ ມີຄວາມໜັກແໜ້ນ, ເຂັ້ມແຂງ ໂດຍຕິດພັນກັບການຂະຫຍາຍສະມາຊິກພັກຢ່າງຕໍ່ເນື່ອງ, ຈາກນັ້ນ ບັນດາຜູ້ເຂົ້າຮ່ວມ ກໍໄດ້ຜັດປ່ຽນກັນຂຶ້ນລາຍງານວຽກງານຂອງຕົນ ພ້ອມທັງປະກອບຄໍາຄິດ-ຄໍາເຫັນ ໃສ່ຕໍ່ວຽກງານດັ່ງກ່າວ ຢ່າງກົງໄປ-ກົງມາ ແລະພາວະວິໃສ ທັງນີ້ກໍເພື່ອຈະໄດ້ພ້ອມກັນແກ້ໄຂວຽກງານດັ່ງກ່າວໃນຕໍ່ໜ້າ ໃຫ້ດີຂຶ້ນເລື້ອຍໆ.
ໂດຍ: ມະນີວອນ