ໂຄງການກະສິກຳເພື່ອໂພສະນາການໄລຍະ II ເພື່ອສົ່ງ ເສີມຄວາມຫມັ້ນຄົງດ້ານສະບຽງອາຫານ ແລະ ໂພຊະນາການ ໃຫ້ແກ່ຊຸມຊົນເປົ້າຫມາຍຂອງໂຄງການໄດ້ດຳເນີນການຈັດຊຸດຝຶກອົບຮົມ ເຕັກນິກພື້ນຖານການຜະລິດກະສິກຳ ແລະ ການລ້ຽງສັດນ້ອຍ ໃຫ້ 3 ເມືອງເປົ້າໝາຍ ເຊິ່ງຊຸດອົບຮົມຄັ້ງນິ້ ໄດ້ມີຂຶ້ນໃນລະຫວ່າງ
ວັນທີ 19-23 ພຶດສະພາ 2025 ທີ່ສູນເຕັກນິກກະສິກຳ ບ້ານ ຮົມ ເມືອງສາມັກຄີໄຊ ແຂວງອັດຕະປື ໂດຍໃຫ້ກຽດເປັນປະທານ ແລະ ກ່າວເປີດພິທີຂອງ ທ່ານ ພູທອນ ປະທຸມມະແສງ ຫົວໜ້າສູນບໍລິການເຕັກນິກກະສິກຳ, ມີບັນດາທ່ານຜູ້ປະສານງານໂຄງການ, ບັນດາຄູຝຶກຈາກຂະແໜງກະສິກຳ-ປ່າໄມ້ແຂວງ, ເມືອງ ພ້ອມນັກສຳມະນາກອນຂັ້ນບ້ານຈາກ 3 ເມືອງເປົ້າໝາຍຄື: ຊານໄຊ 28 ຄົນ, ເມືອງພູວົງ 27 ຄົນ ແລະ ເມືອງສະໜາມໄຊ 28 ຄົນເຂົ້າຮ່ວມ.
ໃນຊຸດຝຶກອົບຮົມຄັ້ງນີ້ແມ່ນບາດກ້າວສຳຄັນໃນການຊຸກຍູ້ພາລະກິດ ຂອງໂຄງການກະສິກຳເພື່ອໂພຊະນາການ ໄລຍະ 2 ໃນການແກ້ໄຂຄວາມທຸກຍາກ, ຄວາມບໍ່ຫມັ້ນຄົງດ້ານສະບຽງອາຫານ ແລະ ການຂາດໂພຊະນາການຂອງປະຊາຊົນຢູ່ໃນເຂດຊົນນບົດຂອງ 3 ເມືອງເປົ້າໝາຍ ເຊິ່ງຈຸດປະສົງການຝືກອົບຮົມຄັ້ງນັ້ນແມ່ນ ເພື່ອສ້າງວິຊາການຂັ້ນບ້ານເປັນຕາໜ່າງການສົ່ງເສີມດ້ານວິຊາການຂັ້ນບ້ານຊ່ວຍເຫລືອດ້ານວິຊາການໃຫ້ແກ່ກຸ່ມຜະລິດຂັ້ນບ້ານ ແລະ ການປູກພືດຜັກສວນຄົວກຸ່ມແມ່ມານ, ແມ່ລູກອອ່ນ ແລະ ສິ່ງສຳຄັນຜູ້ເຂົ້າຮ່ວມຝືກອົບຮົມຈະໄດ້ຮຽນຮູ້ພື້ນຖານທາງດ້ານເຕັກນິກລະ ບົບການປູກພືດຜັກ ແລະ ລະບົບການລ້ຽງສັດນ້ອຍຢ່າງຖືກຕ້ອງຕາມຫຼັກວິຊາການລວມທັງດ້ານທິດສະດີ ແລະ ການທົດລອງຕົວຈິງ ເຊັ່ນ: ລ້ຽງໄກ່, ລ້ຽງປາດຸກ, ກົບ ແລະ ອື່ນໆ ເຊິ່ງຜ່ານການສຳເລັດໃນກາຝຶກອົບຮົມບັນດານັກສຳມະນາກອນ ຫຼື ຜູ້ຮຽນຮູ້ສາມາດນຳເອົາຄວາມຮູ້ ແລະ ເຕັກນິກທີ່ໄດ້ຮັບ ໄປປັບໃຊ້ໃນຄົວເຮືອນ ຫຼື ຊຸມຊົນຂອງຕົນຢູ່ໃນຂັ້ນບ້ານ ແລະ ຄອບ ຄົວໃຫ້ຖືກຕ້ອງຕາມຫລັກວິຊາການທີ່ສອດຄ່ອງ ແລະ ເຮັດໃຫ້ເກີດຜົນປະໂຫຍດຢ່າງຍືນຍົງ.
ຕໍ່ຊຸດຝຶກອົບຮົມຄັ້ງນີ້ ທ່ານ ພູທອນ ປະທຸມມະແສງ ຫົວໜ້າສູນບໍລິການເຕັກນິກກະສິກຳ ໄດ້ຮຽກຮ້ອງໃຫ້ບັນດານັກສໍາມະນາກອນ ນໍາເອົາເຕັກນິກ ແລະປະສົບ ການທີ່ໄດ້ຮັບ ຈາກການຝຶກອົບຮົມ ກ່ຽວກັບການປູກຜັກ ແລະ ການລ້ຽງສັດນ້ອຍ ໃຫ້ສາມາດນໍາໄປປະຍຸກໃຊ້ໄດ້ຢ່າງແທ້ຈິງ ໃນການພັດທະນາການຜະລິດ ແລະດໍາເນີນທຸລະກິດກະສິກໍາ ໃຫ້ມີຄວາມຫຼາກຫຼາຍ, ມີຄຸນນະພາບ ແລະ ເປັນທີ່ຕ້ອງການໃນຕະຫຼາດ, ເປັນການຍົກລະດັບເຕັກນິກ ແລະ ກໍາວິທີໃໝ່ໃນທ້ອງຖິ່ນ ໃຫ້ສອດຄ່ອງກັບຄວາມຕ້ອງການຂອງຕະຫຼາດ ແລະ ສ້າງລາຍຮັບທີ່ໝັ້ນຄົງ ໃຫ້ແກ່ຄອບຄົວ ແລະ ຊຸມຊົນ ໃນຂົງເຂດການຜະລິດ ໃຫ້ຂະຫຍາຍຕົວໄດ້ຢ່າງຕໍ່ເນື່ອງ ແລະ ຍືນຍົງໄດ້ໃນລະດັບທ້ອງຖິ່ນ.
ໂດຍ: ໄພບູນ