
ກອງປະຊຸມໃຫຍ່ຜູ້ແທນພຣະສົງ ອົງການພຸດທະສາສະໜາສໍາພັນລາວ ທົ່ວແຂວງອັດຕະປື ຄັ້ງທີ VII ໄດ້ໄຂຂຶ້ນ ແລະ ອັດລົງດ້ວຍຜົນສໍາເລັດ ໃນວັນທີ 24 ຕຸລາ 2025 ທີ່ຫໍປະຊຸມໃຫຍ່ຂອງແຂວງ, ໂດຍການເປັນປະ ທານຂອງ ພຣະອາຈານໃຫຍ່ ຫຼັກຄຳ ສີສະຫວາດ ເທບວົງສາ ກຳມະການສູນກາງ ອົງການພຸດທະສາສະໜາສໍາພັນລາວ, ປະທານ ອົງການພຸດທະສາສະໜາສໍາພັນລາວ ແຂວງອັດຕະປື, ມີພຣະອາຈານໃຫຍ່ ບຸນສວນ ພັນ ທະວົງ ຮອງປະທານສູນກາງອົງການພຸດທະສາສະໜາສັມພັນແຫ່ງ ສປປ ລາວ, ມີຄະນະຜູ້ແທນພຣະສົງຈາກສູນກາງ ແລະ ບັນດາແຂວງໃກ້ຄຽງ, ພ້ອມດ້ວຍຕົວແທນຂອງພຣະສົງ ສຳມະເນນ ເຈົ້າອະທິການວັດທົ່ວແຂວງ, ຝ່າຍອົງການປົກຄອງ ມີທ່ານ ນາງ ມີນາພອນ ໄຊສົມພູ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງອັດຕະປື ພ້ອມດ້ວຍການນໍາພັກ-ລັດ ແລະ ແຂກຖືກເຊີນເຂົ້າຮ່ວມ.

ໃນກອງປະຊຸມ ພຣະອາຈານ ວຽງສັນ ມະນີລັດ ຮອງປະທານອົງການພຸດທະສາສະໜາສໍາພັນລາວ ແຂວງອັດຕະປື ໄດ້ຜ່ານບົດສະຫຼຸບການເຄື່ອນໄຫວວຽກງານອົງການພະພຸດທະສາສະໜາສຳພັນລາວແຂວງ ຕະ ຫຼອດໄລຍະ 5 ປີຜ່ານມາ ແຕ່ປີ 2021-2025, ພ້ອມວາງທິດທາງແຜນວຽກຈຸດສຸມໃນ 5 ປີຕໍ່ໜ້າ ແຕ່ປີ 2026-2030, ເຊິ່ງໄດ້ຍົກໃຫ້ເຫັນເຖີງຜົນງານ ໃນໄລຍະ 5 ປີ ຜ່ານມາ ອົງການພຸດທະສາສະໜາສັມພັນລາວ ແຂວງອັດຕະປື ແມ່ນອົງການບໍລິຫານໜຶ່ງທີ່ມີລະບົບການຈັດຕັ້ງວຽກງານພຣະພຸດທະສາສະໜາ ມີພາລະບົດບາດໃນການຄຸ້ມຄອງບໍລິຫານ, ການປົກຄອງສົງ, ການສຶກສາສົງ, ການເຜີຍແຜ່ສີລະທໍາ ແລະ ປະຕິບັດກໍາມະຖານ, ການສ້າງສາພັດທະນາປະຕິສັງຂອນວັດວາອາຮາມ, ຊ່ວຍເຫຼືອສັງຄົມສົງເຄາະ, ການພົວພັນວຽກ ງານການຕ່າງປະເທດ ລະຫວ່າງ ສົງຕໍ່ສົງ, ສົ່ງຕໍ່ຄາຣະວາດ, ການຈັດຕັ້ງປະຕິບັດພຣະທໍາມະວິໄນ ລວມທັງການເຕົ້າໂຮມຄວາມສາມັກຄີ ພຸດທະສາສະນິກະຊົນ ແລະ ປະຊາຊົນລາວບັນດາເຜົ່າ ໃຫ້ມີຄວາມສາມັກຄີປອງດອງ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ມີການປົກປັກຮັກສາເສີມຂະຫຍາຍມູນເຊື້ອວັດທະນະທໍາອັນດີງາມຂອງທ້ອງຖິ່ນ ກໍຄື ຂອງຊາດ ບ້ານເມືອງໃຫ້ຄົງຢູ່ກັບຄົນລາວຕະຫຼອດໄປ. ຜ່ານມາຄະນະ ອົງການພຸດທະສາສະໜາສໍາພັນລາວແຂວງ ທຸກຂັ້ນໄດ້ເອົາໃຈໃສ່ ຕັ້ງໝັ້ນຢູ່ໃນຄໍາສັ່ງສອນຂອງພຣະສຳມາສຳພຸດທະເຈົ້າ ເຜີຍ ແຜ່ຫຼັກທຳຄໍາສອນ, ສ້າງສາພັດທະນາ ບູລະນະປະຕິສັງຂອນ ແລະອານຸລັກຮັກສາວັດວາອາຮາມ.

ອົງການພຸດທະສາສະໜາສັມພັນລາວ ແຂວງອັດຕະປື ມີເຂດການປົກຄອງສົງ 5 ຕົວເມືອງ ແລະ ມີຈໍານວນວັດທັງໝົດ 74 ວັດ, ໃນນີ້ ວັດຮ້າງ 2 ວັດ ແລະ ສ້າງວັດໃໝ່ ຈໍານວນ 7 ວັດ, ມີພຣະສົງ 989 ອົງ, ສາມະເນນ 2.064 ອົງ, ໃນນີ້ ພຣະສົງບວດໃໝ່ 169 ອົງ, ສາມະເນນບວດໃໝ່ 645 ອົງ, ພຣະສົງລາສິກຂາ ມີ 138 ອົງ, ສາມະເນນລາສິກຂາ 452 ອົງ, ພຣະສົງມໍລະນາພາບ 7 ອົງ, ປັດຈຸບັນທົ່ວແຂວງ ມີໂຮງຮຽນມັດ ທະຍົມສຶກສາສົງ 3 ແຫ່ງ, ເພື່ອຕອບສະໜອງບັນດານະໂຍບາຍດ້ານການສຶກສາຂອງພັກ-ລັດ, ການພັດ ທະນາຊັບພະຍາກອນມະນຸດ ໃຫ້ພຣະສົງ-ສາມະເນນ ທີ່ຈະເຂົ້າມາບວດຮຽນໃນລະດັບຊັ້ນມັດທະຍົມສຶກສາ ຕ້ອງໄດ້ຮຽນສູດ, ຮຽນເທດໜັງສືລາວ ແລະ ໜັງສື ທັມໃບລານ, ໄດ້ຮຽນຮູ້ທາງຄະດີໂລກ ແລະ ຄະດີທໍາຄຽງຄູ່ກັນ ໄດ້ທັງປະລິມານ ແລະ ຄຸນນະພາບ.

ກອງປະຊຸມໄດ້ປະຊາມະຕິຮັບຮອງເອົາຄະນະບໍລິຫານງານ ອົງການພຸດທະສາສະໜາສໍາພັນລາວ ແຂວງອັດຕະປື ປະກອບມີ 30 ອົງ, ຮັບຮອງເອົາຄະນະທີ່ປຶກສາ ຄະນະບໍລິການງານອົງການພຸດທະສາດສະໜາສໍາພັນລາວແຂວງ 3 ອົງ, ຮັບຮອງເອົາຄະນະບໍລິຫານງານປະຈໍາການ ຈໍານວນ 9 ອົງ, ຮັບຮອງເອົາຄະນະກໍາມະການບໍລິຫານງານ ອົງການພຸດທະສາສະໜາແຂວງ ຈໍານວນ 21 ອົງ, ຮັບຮອງເອົາຄະນະທີ່ປຶກສາ ບໍລິຫານງານ ຈໍານວນ 3 ອົງ, ຮັບຮອງເອົາພຣະອາຈານໃຫຍ່ ຫຼັກຄຳ ສີສະຫວາດ ເທບວົງສາ ເປັນປະທານອົງການພຸດທະສາດສະໜາສໍາພັນລາວ ແຂວງອັດຕະປື ອີກສະໄໝທີ VII, ພຣະອາຈານ ວຽງສັນ ມະນີລັດ, ພຣະອາຈານ ພອນສະຫວັນ ມະນີໂທ ແລະ ພຣະອາຈານ ບຸນມີ ດວງມາລາທັງ 3 ເປັນຮອງປະທານ. ນອກນັ້ນຍັງໄດ້ຮັບຮອງຊັບຊ້ອນຕໍາແໜ່ງຄະນະບໍລິຫານງານ ຫ້ອງການບໍລິຫານງານ, ກໍາມາທິການປົກຄອງສົງ, ກໍາມາທິການສຶກສາສົງ, ກໍາມາທິການເຜີຍແຜ່ສີລະທໍາ ແລະ ປະຕິບັດກໍາມະຖານ, ກໍາມາທິການສາທາຣະນູປະການ ແລະ ກໍາມາທິການ ການຕ່າງປະເທດ ອີກຈໍານວນໜຶ່ງ.

ຕອນທ້າຍກອງປະຊຸມຍັງໄດ້ຮັບຟັງການໂອ້ລົມຂອງ ທ່ານ ນາງ ມີນາພອນ ໄຊສົມພູ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງ ແລະ ຮັບຟັງການໃຫ້ໂອວາດທໍາ ຂອງພຣະອາຈານໃຫຍ່ ບຸນສວນ ພັນທະວົງ ຮອງປະທານສູນກາງອົງການພຸດທະສາສະໜາສັມພັນແຫ່ງ ສປປ ລາວ ເພື່ອເປັນແສງສະຫວ່າງຊີ້ທິດເຍືອງທາງ, ທັງເປັນການຊີ້ນໍາ ແລະ ມອບໝາຍຄວາມຮັບຜິດຊອບ ໃຫ້ແກ່ອົງການພຸດທະສາສະໜາສັມພັນລາວ ແຂວງອັດຕະປື ກໍຄື ພຣະສົງ-ສາມະເນນ ແລະ ພຸດທະສາສະນິກະຊົນ ໃນຕໍ່ໜ້າ.
ຂ່າວ: ພອນປະເສີດ