ສ່ວຍສາອາກອນອັດຕະປື ເກັບລາຍຮັບ 10 ເດືອນໄດ້ 1,715 ຕື້ກີບ.

ໃນໄລຍະ 10 ເດືອນປີ 2026, ການຈັດເກັບລາຍຮັບພາຍໃນແຂວງອັດຕະປື ມີຜົນສຳເລັດເກີນຄາດໝາຍ ສາມາດເກັບໄດ້ທັງໝົດ 1,715 ຕື້ກີບ, ເທົ່າກັບ 116.86% ຂອງແຜນການປີ, ລື່ນແຜນ 245 ຕື້ກີບ ແລະ ເພີ່ມຂຶ້ນ 48% ທຽບໃສ່ໄລຍະດຽວກັນປີ 2025.
ທ່ານ ຄອນສະຫວັນ ໄຊຍະສອນ ຄະນະພັກ, ຮອງຫົວໜ້າສ່ວຍສາອາກອນປະຈຳ ແຂວງອັດຕະປື ໄດ້ໃຫ້ສຳພາດໃນວັນທີ 19 ພະຈິກ 2026 ວ່າ: ໃນຈຳນວນລາຍຮັບທັງໝົດ, ລາຍຮັບຈາກສ່ວຍສາອາກອນປະຕິບັດໄດ້ 974 ຕື້ກີບ, ເທົ່າກັບ 122% ຂອງແຜນການປີ, ສ່ວນລາຍຮັບຈາກຊັບສິນປະຕິບັດໄດ້ 741 ຕື້ກີບ, ເທົ່າກັບ 109% ຂອງແຜນການປີ. ສຳລັບແຫຼ່ງລາຍຮັບຕົ້ນຕໍ ປະກອບມີ ຫົວໜ່ວຍສູນກາງ 16 ຫົວໜ່ວຍ ຈັດເກັບໄດ້ 684 ຕື້ກີບ, ເທົ່າກັບ 105% ຂອງແຜນ. ໃນນີ້, ກຸ່ມພະລັງງານໄຟຟ້າ 10 ຫົວໜ່ວຍ ເກັບໄດ້ 609 ຕື້ກີບ, ເທົ່າກັບ 119% ຂອງແຜນ, ຂະນະທີ່ກຸ່ມບໍ່ແຮ່ 6 ຫົວໜ່ວຍ ເກັບໄດ້ 74 ຕື້ກີບ, ເທົ່າກັບ 54% ຂອງແຜນ. ສ່ວນຫົວໜ່ວຍທ້ອງຖິ່ນ 2,788 ຫົວໜ່ວຍ ຈັດເກັບໄດ້ 1,031 ຕື້ກີບ, ເທົ່າກັບ 125% ຂອງແຜນການປີ. ຜົນສຳເລັດດັ່ງກ່າວເກີດຈາກການປະສານງານ ແລະ ການນຳພາ-ຊີ້ນຳ ລະຫວ່າງ ສາຍຕັ້ງ ແລະ ສາຍຂວາງ ຄວບຄູ່ກັບການນຳໃຊ້ເຕັກໂນໂລຊີທັນສະ ໄໝ. ໂດຍໄດ້ຫັນເອົາຫົວໜ່ວຍທຸລະກິດເຂົ້າສູ່ລະບົບ TaxRIS ເພື່ອອຳນວຍຄວາມສະດວກໃຫ້ການແຈ້ງ ແລະ ມອບອາກອນມີຄວາມວ່ອງໄວ, ໂປ່ງໃສ ແລະ ກວດສອບໄດ້. ນອກນີ້ ຜູ້ປະ ກອບການຍັງສາມາດແຈ້ງ ແລະ ມອບອາກອນຜ່ານລະບົບອອນລາຍ, ໂທລະສັບມືຖື ແລະ ລະ ບົບທະນາຄານ ໂດຍບໍ່ຕ້ອງເດີນທາງມາຫ້ອງການ.
ເຖິງຢ່າງໃດກໍຕາມ, ການຈັດເກັບລາຍຮັບຍັງປະເຊີນກັບບາງຂໍ້ຫຍຸ້ງຍາກ ເຊັ່ນ: ລະບົບສັນຍານອິນເຕີເນັດບາງຄັ້ງຂັດຂ້ອງ ສົ່ງຜົນໃຫ້ການແຈ້ງ ແລະ ມອບອາກອນຜ່ານ TaxRIS ລ່າຊ້າ. ຂະ ນະດຽວກັນ ກຸ່ມບໍ່ແຮ່ຍັງເປັນແຫຼ່ງລາຍຮັບທີ່ຕ້ອງສຸມໃສ່ຕິດຕາມ ເນື່ອງຈາກຜົນການຈັດເກັບຍັງບໍ່ບັນລຸຕາມແຜນ.
ທ່ານ ຄອນສະຫວັນ ໄຊຍະສອນ ກ່າວວ່າ: ສຳລັບແຜນການໃນ 3 ເດືອນທ້າຍປີ 2026, ສ່ວຍສາອາກອນແຂວງ ຈະສືບຕໍ່ຍົກລະດັບການຈັດເກັບລາຍຮັບຕາມຖານຂໍ້ມູນທີ່ມີ, ເນັ້ນໃສ່ກຸ່ມພະລັງງານໄຟຟ້າ, ກຸ່ມບໍ່ແຮ່ ແລະ ລາຍຮັບອື່ນໆ, ພ້ອມທັງພັດທະນາບຸກຄະລາກອນ ແລະ ປັບປຸງລະບົບໄອທີໃຫ້ມີປະສິດທິພາບ. ໂດຍຕັ້ງເປົ້າ ໝາຍເກັບລາຍຮັບໃຫ້ໄດ້ 491.65 ຕື້ກີບ ເພື່ອສູ້ຊົນໃຫ້ລາຍຮັບຕະຫຼອດປີ 2026 ບັນລຸ 1,935 ຕື້ກີບ, ເທົ່າກັບ 131.65% ຂອງແຜນການປີ ຫຼື ລື່ນແຜນ 465.31 ຕື້ກີບ. ລາຍຮັບຈາກອາກອນຖືເປັນແຫຼ່ງທຶນສຳຄັນຂອງລັດ ເພື່ອນຳໄປພັດທະນາພື້ນຖານໂຄງລ່າງ ເຊັ່ນ: ເສັ້ນທາງ, ໂຮງຮຽນ, ໂຮງໝໍ, ລະບົບໄຟຟ້າ ແລະ ນ້ຳປະປາ ອັນເປັນການປັບປຸງຊີວິດການເປັນຢູ່ຂອງປະຊາຊົນ.

ຂ່າວ: ມະນີວອນ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa