ສະພາປະຊາຊົນແຂວງອັດຕະປື ກະກຽມເນື້ອໃນຮອບດ້ານ ກ່ອນເປີດກອງປະຊຸມສະໄໝສາມັນ ເທື່ອທີ 2

ວັນທີ 20 ພະຈິກ 2026 ນີ້, ສະພາປະຊາຊົນແຂວງອັດຕະປື ໄດ້ຈັດກອງປະຊຸມຍົກສູງຄຸນນະ ພາບດ້ານເນື້ອໃນ ເພື່ອກະກຽມຄວາມພ້ອມສຳລັບການດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາປະຊາຊົນແຂວງ ຊຸດທີ V ຂຶ້ນທີ່ຫ້ອງປະຊຸມສະພາປະຊາຊົນແຂວງ. ໂດຍການເປັນປະທານຂອງ ທ່ານ ບຸນເຖິງ ດວງສະຫວັນ ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ, ມີທ່ານ ທະນູໄຊ ບັນຊາລິດ ຮອງເລຂາພັກແຂວງ, ປະທານຄະນະກຳມະການປົກຄອງແຂວງ, ມີບັນດາສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງ 17, ສະມາຊິກສະພາປະຊາຊົນແຂວງ, ຕາງໜ້າພະແນກການ, ອົງການທຽບເທົ່າ ແລະ ແຂກຖືກເຊີນເຂົ້າຮ່ວມ.
ໃນໂອກາດນີ້, ທ່ານ ບຸນເຖິງ ດວງສະຫວັນ ໄດ້ເນັ້ນວ່າ: ການປຶກສາຫາລືຍົກສູງຄຸນນະພາບດ້ານເນື້ອໃນ ກ່ອນການດຳເນີນກອງປະຊຸມສະໄໝສາມັນ ເປັນກົນໄກສຳຄັນທີ່ສະພາປະຊາຊົນແຂວງໄດ້ປະຕິ ບັດມາຢ່າງຕໍ່ເນື່ອງ. ໂດຍມີຈຸດປະສົງເພື່ອເປີດໂອກາດໃຫ້ສະມາຊິກສະພາໄດ້ຮັບຟັງການລາຍ ງານ, ຊີ້ແຈງ ແລະ ອະທິບາຍຈາກພາກສ່ວນຮັບຜິດຊອບ ພ້ອມທັງຮ່ວມກັນປຶກສາຫາລື, ແລກ ປ່ຽນຄຳຄິດເຫັນ ແລະ ສ້າງຄວາມເຂົ້າໃຈເປັນເອກະພາບຕໍ່ຮ່າງບົດລາຍງານຕ່າງໆ ທີ່ຈະນຳເຂົ້າພິຈາ ລະນາໃນກອງປະຊຸມ. ພ້ອມນີ້, ທ່ານຍັງໄດ້ຮຽກຮ້ອງໃຫ້ສະມາຊິກສະພາ ແລະ ພາກ ສ່ວນກ່ຽວຂ້ອງ ເອົາ ໃຈໃສ່ປະກອບຄຳຄິດເຫັນຢ່າງສ້າງສັນ, ກົງໄປກົງມາ, ມີເຫດມີຜົນ ໂດຍອີງໃສ່ສະ ພາບຕົວຈິງ, ຮ່ວມກັນຄົ້ນຄວ້າ ແລະ ວິເຄາະບັນຫາຢ່າງຮອບດ້ານ ເພື່ອໃຫ້ເນື້ອໃນບັນດາບົດລາຍ ງານມີຄວາມຖືກຕ້ອງ, ສອດຄ່ອງກັບແນວທາງນະໂຍບາຍຂອງພັກ, ລັດຖະທຳມະນູນ, ກົດ ໝາຍ ແລະ ສິດໜ້າ ທີ່ຂອງສະພາປະຊາຊົນແຂວງ ພ້ອມທັງສອດຄ່ອງກັບສະພາບການພັດທະນາເສດຖະ ກິດ-ສັງຄົມໃນໄລຍະປັດຈຸບັນ.


ສຳລັບເນື້ອໃນສຳຄັນທີ່ນຳມາຄົ້ນຄວ້າ ແລະ ປຶກສາຫາລືໃນຄັ້ງນີ້ ປະກອບມີ 4 ບົດລາຍງານຫຼັກ ຄື: ບົດລາຍງານຜົນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານແຫ່ງລັດຂັ້ນແຂວງ ປະຈຳປີ 2026, ພ້ອມທິດທາງແຜນການປະຈຳປີ 2027 ແລະ ການປັບ ປຸງບາງເນື້ອໃນຕົວເລກແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານແຫ່ງລັດ 5 ປີ (2026-2030), ບົດລາຍງານແຜນປະຕິບັດງານ ແລະ ໂຄງການພັດທະນາຊົນນະບົດ ແລະ ແກ້ ໄຂຄວາມທຸກຍາກ ຕາມວາລະແຫ່ງຊາດ ໄລຍະປີ 2027-2030 ຂອງແຂວງອັດຕະປື, ບົດລາຍ ງານຜົນການກວດກາຕາມຂໍ້ສະເໜີແນະຈາກການກວດສອບໄລຍະຜ່ານມາ ຈົນຮອດປີ 2024, ພ້ອມຜົນການປະຕິບັດແຜນການເຄື່ອນໄຫວປີ 2026 ແລະ ແຜນການປີ 2027, ບົດລາຍງານຜົນການຈັດຕັ້ງປະຕິບັດແຜນການເຄື່ອນໄຫວປີ 2026 ແລະ ແຜນການປີ 2027 ຂອງອົງການໄອຍະການປະຊາຊົນແຂວງ ແລະ ສານປະຊາຊົນແຂວງ.
ນອກຈາກການປຶກສາຫາລືດ້ານເນື້ອໃນແລ້ວ, ກອງປະຊຸມຍັງໄດ້ພິຈາລະນາຜ່ານມະຕິເລກທີ 150/ຄປຈ.ອປ ລົງວັນທີ 22 ກັນຍາ 2026 ວ່າດ້ວຍການດຳເນີນກອງປະຊຸມສະພາປະຊາຊົນແຂວງ, ພ້ອມທັງແນະນຳການນຳໃຊ້ອຸປະກອນ ແລະ ຂັ້ນຕອນການລົງຄະແນນສຽງ ເພື່ອຮັບປະກັນໃຫ້ການດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາປະຊາຊົນແຂວງ ຊຸດທີ V ດຳເນີນໄປຢ່າງມີປະສິດທິຜົນ ແລະ ບັນລຸຕາມຈຸດປະສົງທີ່ວາງໄວ້.

ຂ່າວ: ວິນັດ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa