ເມືອງຊານໄຊ ເນັ້ນຍົກສູງບົດບາດການນຳພາຂອງພັກ ສ້າງຮາກຖານການເມືອງໃຫ້ເຂັ້ມແຂງຮອບດ້ານ

ໃນວັນທີ 19 ພະຈິກ 2026, ທ່ານ ຫັດສະໄນ ສີບຸນເຫຼືອງ ກຳມະການພັກແຂວງ, ເລຂາພັກເມືອງ ແລະ ຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງ ປະຈຳເຂດເລືອກຕັ້ງເມືອງຊານໄຊ ໄດ້ຂຶ້ນບັນ ຍາຍເອກະສານຫົວຂໍ້ “ເພີ່ມທະວີບົດບາດການນຳພາຂອງພັກ ຕໍ່ວຽກງານກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດ, ແກ້ໄຂຄວາມທຸກຍາກ ແລະ ວຽກງານ 3 ສ້າງ” ໃນກອງປະຊຸມສຳມະນາ ທີ່ຈັດຂຶ້ນຢູ່ສະໂມສອນຫ້ອງວ່າການເມືອງ.

ໃນໂອກາດນີ້, ທ່ານໄດ້ຊີ້ແຈງ ແລະ ສັງລວມເນື້ອໃນສຳຄັນຫຼາຍດ້ານ ໂດຍເນັ້ນໃຫ້ເຫັນເຖິງການຢຶດໝັ້ນແນວທາງມະຫາຊົນ ຖືປະຊາຊົນເປັນສູນກາງ ແລະ ຍຶດຖືຫຼັກການມາຈາກປະຊາຊົນ, ໂດຍປະ ຊາຊົນ ແລະ ເພື່ອປະຊາຊົນ. ພ້ອມນັ້ນ ຍັງໄດ້ທົບທວນຜົນສຳເລັດທີ່ພົ້ນເດັ່ນໃນໄລຍະຜ່ານມາ ທັງດ້ານການປັບປຸງລະບົບການເມືອງໃຫ້ໜັກແໜ້ນ, ການແກ້ໄຂຄວາມທຸກຍາກ ແລະ ການບໍລິຫານມະ ຫາພາກ ຄຽງຄູ່ກັບການຊີ້ໃຫ້ເຫັນຂໍ້ຄົງຄ້າງ, ສາເຫດ ແລະ ສິ່ງທ້າທາຍທີ່ຕ້ອງໄດ້ສຸມໃສ່ແກ້ໄຂ ໂດຍສະເພາະບັນຫາດ້ານວັດທະນະທຳ-ແນວຄິດ ແລະ ກະແສຂ່າວສານຜ່ານສື່ອອນລາຍ.

ທ່ານຍັງໄດ້ເນັ້ນໜັກວ່າ: ການກໍ່ສ້າງຮາກຖານການເມືອງແມ່ນມາດຕະການຍຸດທະສາດທີ່ສຳຄັນ ໂດຍຕ້ອງເນັ້ນໃສ່ການສ້າງຄົນ, ສ້າງຄວາມເຂົ້າໃຈ ແລະ ຄວາມເຊື່ອໝັ້ນຂອງປະຊາຊົນ ຕິດພັນກັບການພັດທະນາຊົນນະບົດຮອບດ້ານ, ການແກ້ໄຂຄວາມທຸກຍາກ ແລະ ການຈັດຕັ້ງປະຕິບັດວຽກ ງານ 3 ສ້າງ ໃຫ້ເປັນຮູບປະທຳ ຊຶ່ງປະກອບມີ: ສ້າງແຂວງເປັນຫົວໜ່ວຍຍຸດທະສາດ, ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ ແລະ ສ້າງຕາແສງ-ບ້ານໃຫ້ເປັນຫົວໜ່ວຍພັດທະນາຊຸມຊົນ.

ໃນຕອນທ້າຍ ທ່ານໄດ້ສະຫຼຸບຢ້ຳວ່າ: ຮາກຖານການເມືອງປຽບເໝືອນຮາກຂອງຕົ້ນໄມ້ ຖ້າຮາກບໍ່ໝັ້ນຄົງ ຕົ້ນໄມ້ກໍບໍ່ອາດຢືນຢູ່ໄດ້ຢ່າງແຂງແຮງ. ດັ່ງນັ້ນ ທຸກຂັ້ນຕ້ອງຍຶດໝັ້ນຫຼັກການຖືປະຊາຊົນເປັນກົກ, ເອົາໃຈໃສ່ສ້າງຮາກຖານໃຫ້ເຂັ້ມແຂງຢ່າງແທ້ຈິງ ເພື່ອວາງຮາກຖານໃຫ້ລະບອບປະຊາທິປະໄຕປະຊາຊົນມີຄວາມໝັ້ນຄົງ ແລະ ພັດທະນາກ້າວໜ້າຕໍ່ໄປ.

ຂ່າວ: ສຸກສະຫວ່າງ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa