
ວັນທີ 3 ກໍລະກົດ 2026 ນີ້ ຄະນະສະເພາະກິດ ເມືອງສາມັກຄີໄຊ ແຂວງອັດຕະປື ໄດ້ຈັດພິທີທຳ ລາຍເຄື່ອງມືຫາປາທີ່ຜິດກົດໝາຍທີ່ຍຶດໄດ້ໃນໄລຍະຜ່ານມາ ຂື້ນທີ່ຫ້ອງການກະສິກຳ ແລະ ສິ່ງ ແວດລ້ອມເມືອງ. ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ອິນປັນ ອິນທິລາດ ກຳມະການພັກແຂວງ ເລຂາພັກເມືອງສາມັກຄີໄຊ, ມີຄະນະນໍາຂອງເມືອງ, ບັນດາຄະນະສະເພາະກິດຂັ້ນແຂວງ-ຂັ້ນເມືອງເຂົ້າຮ່ວມ.
ທ່ານ ນະໂມ ຫໍ້ກິນນະວົງ ຮອງຫົວໜ້າຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງ ໄດ້ລາຍງານວ່າ: ຜ່ານການຈັດຕັ້ງປະຕິບັດຕົວຈິງ ຂອງຄະນະວິຊາການສະເພາະກິດ ພາກສະໜາມ, ເຊິ່ງໄດ້ເລີ່ມຈັດ ຕັ້ງປະຕິບັດ ແຕ່ວັນທີ 16 ກຸມພາ ຫາ ວັນທີ 24 ມິຖຸນາ 2026, ສາມາດທັບມ້າງເປົ້າ ໝາຍໄດ້ ຄື: ກັກໂຕຜູ້ກະທຳຜິດກົດໝາຍ ທີ່ລັກລອບນໍາໃຊ້ເຄື່ອງມືຫາປາໃນຮູບແບບດັບສູນ, ໂດຍສະເພາະແມ່ນໃຊ້ໝໍ້ຊັອດ, ໝໍ້ດູດ ມີຈໍານວນ 10 ຄົນ, ປະຊາຊົນ ບ້ານຮົມ 2 ຄົນ (ຄຸ້ມເຕວ) ປະຊາຊົນ ບ້ານທ່າຫີນ 1 ຄົນ, ບ້ານສີວິໄລ 2 ຄົນ (ຄຸ້ມດອນຕອມ), ບ້ານເວີນແຄນ 4 ຄົນ (ຄຸ້ມນາໄຊທອງ) ແລະ ສາມາດຢຶດອຸປະກອນເຄື່ອງມືໄດ້ ທັງໝົດ 6 ເຄື່ອງ, ໃນນັ້ນ ໝໍ້ຊັອດ 3 ເຄື່ອງ, ໝໍ້ດູດ 3 ເຄື່ອງ, ໝໍ້ດູດປາທົ່ວໄປຂະໜາດກາງ 1 ເຄື່ອງ ໄລຍະແຮງປະມານ 3 ແມັດ ແລະ ຂະໜາດໃຫຍ່ 2 ເຄື່ອງ ດູດປາໜັງ ໄລຍະແຮງປະມານ 10-15 ແມັດ ແລະ ຍືດໝໍ້ໄຟ ໄດ້ທັງໝົດ 8 ໜ່ວຍ, ຂະໜາດໃຫ່ຍ 6 ໜ່ວຍ, ເປັນໝໍ້ຍົກໄຟໃນໂຕ 2 ໜ່ວຍ, ຂະໜາດກາງ 2 ໜ່ວຍ ເປັນຊະ ນິດແຫ້ງ 5 KKK, ພ້ອມດ້ວຍອຸປະ ກອນສາຍໄຟ້ຟ້າ, ສາຍສະລິງນ້ອຍ ຈໍານວນໜຶ່ງ ແລະ ຈັກກະໂນ 6 ເຄື່ອງ ຍີ່ຫໍ້ HONDA 5.5 ແຮງ 2 ເຄື່ອງ, 8 ແຮງ 1 ເຄື່ອງ ຍີ່ຫໍ້ HINOTA 1 ເຄື່ອງ, 19 ແຮງ ເຮືອ 6 ເຫຼັ້ມ. ນອກຈາກນີ້ ຍັງມີໂຄມໄຟ ແລະ ປືນແກັບ 1 ກະບອກ.
ສໍາລັບຜູ້ທີ່ກະທໍາຜິດ ທີ່ນໍາໃຊ້ເຄື່ອງມືຫາປາ ທີ່ຜິດຕໍ່ລະບຽບກົດໝາຍ ທາງຄະນະສະເພາະກິດຂອງເມືອງ ໄດ້ມີການແກ້ໄຂທາງແພ່ງ ກໍ່ຄືການແກ້ໄຂທາງດ້ານບໍລິຫານລັດ, ໂດຍມີການປັບໄໝຕາມລະ ບຽບກົດໝາຍ, ຕາມຄວາມເໝາະສົມກັບສະພາບຕົວຈິງ ຂອງການກະທໍາຜິດ. ນອກຈາກນັ້ນ ຍັງໄດ້ເຮັດບົດບັນທຶກສຶກສາອົບຮົມ, ພ້ອມທັງມີມາດຕະການບັງຄັບໃນຕໍ່ໜ້າ ໂດຍໃຫ້ຜູ້ກ່ຽວມີຄໍາປະຕິ ຍານ, ສ່ວນປະເພດຂອງກາງ ແມ່ນທາງຄະນະສະເພາະກິດ ໄດ້ຢຶດໄວ້ເພື່ອທໍາລາຍຖິ້ມຕາມລະບຽບກົດໝາຍ.
ຂ່າວ: ຂາວພອນ.