
ພິທີປະກາດແຕ່ງຕັ້ງ ປະທານ, ຮອງປະທານ ຜູ້ປະຈໍາການ ແລະ ກຳມະການ ຄະນະກຳມະການ ປ້ອງກັນຊາດ – ປ້ອງກັນຄວາມສະຫງົບ (ປກຊ – ປກສ) ແຂວງອັດຕະປື ໄດ້ຈັດຂຶ້ນໃນວັນທີ 25 ມິຖຸນາ 2026 ທີ່ຫໍປະຊຸມໃຫຍ່ແຂວງ, ໂດຍໄດ້ຮັບກຽດເຂົ້າຮ່ວມເປັນປະທານຂອງ ສະຫາຍ ພົນໂທ ວົງສອນ ອິນປານພິມ ຄະນະເລຂາທິການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງ ກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບ, ມີ ສະຫາຍ ບຸນເຖິງ ດວງສະຫວັນ ກຳມະ ການສູນ ກາງພັກ, ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງອັດຕະປື, ມີການນຳແຂວງ, ພ້ອມດ້ວຍ ຄະນະພັກ-ຄະນະບັນຊາ ປກຊ-ປກສ ແລະ ບັນດາພະແນກການອ້ອມຂ້າງແຂວງ ເຂົ້າຮ່ວມ.

ໃນພິທີ ໄດ້ຮັບຟັງບົດລາຍງານຫຍໍ້ກ່ຽວກັບຜົນການຈັດຕັ້ງປະຕິບັດວຽກງານ ປກຊ-ປກສ ໃນໄລ ຍະຜ່ານມາ. ຈາກນັ້ນ, ສະຫາຍ ພັນເອກ ບົວພັນ ດວງຈຳປາ ຮອງຫົວໜ້າຫ້ອງການ ຄະນະກຳ ມະການ ປກຊ – ປກສ ສູນກາງ ໄດ້ຜ່ານມະຕິຕົກລົງຂອງຄະນະເລຂາທິການສູນກາງພັກ ສະບັບເລກທີ 116/ຄລສພ ລົງວັນທີ 4 ມິຖຸນາ 2026 ວ່າດ້ວຍການແຕ່ງຕັ້ງ ຄະນະກຳມະການ ປກຊ – ປກສ ແຂວງອັດຕະປື, ໃນນີ້ ຄະນະເລຂາທິການສູນກາງພັກ ໄດ້ແຕ່ງຕັ້ງ ສະຫາຍ ບຸນເຖິງ ດວງສະຫວັນ ເປັນປະທານຄະນະກຳມະການ ປກຊ – ປກສ ແຂວງອັດຕະປື, ສະຫາຍ ທະນູໄຊ ບັນຊາລິດ ເປັນຮອງປະທານ, ສະຫາຍ ພັນເອກ ສີສົມໃຈ ມະໂນລາ ເປັນຮອງປະທານ ແລະ ເປັນຜູ້ປະຈຳການ, ສະຫາຍ ພົນຈັດຕະວາ ສັກສິດ ສີພັນດວງ ເປັນຮອງປະທານ ພ້ອມດ້ວຍຄະນະກຳມະການ ອີກຈໍານວນ 5 ສະຫາຍ.

ໃນໂອກາດນີ້, ສະຫາຍ ພົນໂທ ວົງສອນ ອິນປານພິມ ໄດ້ກ່າວເນັ້ນວ່າ: ການປະກາດແຕ່ງຕັ້ງຄະນະກຳມະການ ປກຊ – ປກສ ແຂວງອັດຕະປື ຄັ້ງນີ້ ເປັນການຕອບສະໜອງຕໍ່ຄວາມຮຽກ ຮ້ອງຂອງໜ້າທີ່ວຽກງານໃນໄລຍະໃໝ່ ແລະ ເປັນບາດກ້າວສຳຄັນໃນການເສີມສ້າງຄວາມເຂັ້ມແຂງ ຂອງການນຳພາ-ບັນຊາ ວຽກງານ ປກຊ – ປກສ ຂອງແຂວງ ໃຫ້ມີປະສິດທິພາບ ແລະ ຄຸນນະພາບສູງຂຶ້ນ. ພ້ອມນັ້ນ ສະຫາຍ ຍັງໄດ້ຮຽກຮ້ອງໃຫ້ຄະນະກຳມະການ ປກຊ – ປກສ ແລະ ອົງການປົກ ຄອງແຂວງ ສືບຕໍ່ປັບປຸງກົງຈັກການຈັດຕັ້ງ, ພັດທະນາກຳລັງ ປກຊ – ປກສ ໃຫ້ເຂັ້ມແຂງ, ຍົກລະດັບຄວາມຮູ້ຄວາມສາມາດ ແລະ ສ້າງຄວາມໜັກແໜ້ນທາງດ້ານການເມືອງ ໃຫ້ແກ່ພະນັກງານ ແລະ ນັກຮົບ ເພື່ອຮັບປະກັນການຮັກສາສະຖຽນລະພາບທາງການເມືອງ, ຄວາມສະຫງົບຮຽບຮ້ອຍ ແລະ ຄວາມປອດໄພຂອງສັງຄົມ ພາຍໃນແຂວງອັດຕະປື ໃຫ້ມີຄວາມໝັ້ນຄົງຍິ່ງຂຶ້ນ.

ຂ່າວ: ມະນີວອນ