ສານປະຊາຊົນ ອັດຕະປື​ -​ ກວາງຫງາຍ ເຊັນບົດບັນທຶກຊ່ວຍຈໍາ ດ້ານວິຊາສະເພາະການຊ່ວຍເຫຼືອດ້ານຍຸຕິທຳ ການປ້ອງກັນ ແລະ ຕ້ານອາຊະຍາກຳຂ້າມຊາຍແດນ

 

ພິທີເຊັນບົດບັນທຶກຊ່ວຍຈໍາ ດ້ານວິຊາສະເພາະກ່ຽວກັບການຊ່ວຍເຫຼືອດ້ານຍຸຕິທຳ ການປ້ອງກັນ ແລະ ຕ້ານອາຊະຍາກຳຂ້າມຊາຍແດນ ລະຫວ່າງ ສານປະຊາຊົນ ແຂວງອັດຕະປື ສປປ​ ລາວ ແລະ ສານປະຊາຊົນ ແຂວງກວາງຫງາຍ ສສ​ ຫວຽດນາມ​ ໄດ້ຈັດຂື້ນຢ່າງເປັນທາງການ ໃນວັນທີ 26 ມິຖຸ ນາ 2026 ທີ່ຫ້ອງປະຊຸມເບີ 2 ຫໍປະຊຸມໃຫຍ່ຂອງແຂວງອັດຕະປື, ຮ່ວມລົງນາມ ຝ່າຍແຂວງອັດຕະປື​ ໂດຍ ສະຫາຍ ຄໍາຫຼ້າ ແກ້ວວັນສອນ ກຳມະການພັກແຂວງ, ເລຂາໜ່ວຍພັກ, ຜູ້ພິພາກ ສາຊັ້ນ 3, ປະທານສານປະຊາຊົນແຂວງອັດຕະປື,​ ຝ່າຍແຂວງກວາງຫງາຍ ລົງນາມໂດຍສະຫາຍ ເລືອງ ວັນຮຸ່ງ ຮອງເລຂາຄະນະພັກ, ຜູ້ພິພາກສາສານປະຊາຊົນຂັ້ນ 2, ຮອງປະທານສານປະຊາຊົນແຂວງກວາງຫງາຍ, ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງທັງສອງຝາຍເຂົ້າຮ່ວມ.

ໂອກາດດັ່ງກ່າວທັງສອງຝ່າຍ ໄດ້ປຶກສາຫາລື ແລກປ່ຽນປະສົບການດ້ານວິຊາສະເພາະກ່ຽວກັບການຊ່ວຍເຫຼືອດ້ານຍຸຕິທຳ, ກ່ຽວກັບການຕໍ່ສູ້ ແລະ ຕ້ານອາດຊະຍາກຳຂ້າມຊາຍແດນ ລະຫວ່າງ ສອງປະເທດ ເວົ້າລວມ ເວົ້າສະເພາະ ກໍຄືສອງແຂວງອັດຕະປື ແລະ ແຂວງກວາງຫງາຍ, ຫຼັງຈາກນັ້ນທັງສອງແຂວງ ໄດ້ຕົກລົງເອກະພາບເຊັນບົດບັນທຶກຊ່ວຍຈໍາ ດັ່ງນີ້:

1) ທັງສອງຝ່າຍ ຕົກລົງເປັນເອກະພາບເຫັນດີທີ່ຈະສືບຕໍ່ປະສານງານການຈັດຕັ້ງປະຕິບັດບົດບັນ ທຶກຊ່ວຍຈຳ ສະບັບລົງວັນທີ 2 ຕຸລາ ປີ 2013.
2) ເພີ່ມທະວີການປະສານງານໃນການຈັດຕັ້ງປະຕິບັດການຊ່ວຍເຫຼືອດ້ານຕຸລາການ ແລະ ການຈັດສົ່ງເອກະສານຂັ້ນຕອນສຳລັບທຸກປະເພດຄະດີຕາມກົດໝາຍຂອງແຕ່ລະປະເທດ.
3) ຊຸກຍູ້ການປັບປຸງຄວາມສາມາດດ້ານພາສາຂອງກັນ ແລະ ກັນ ໃນບັນດາພະນັກງານ-ລັດຖະກອນ ແລະ ເຈົ້າໜ້າທີ່.
4) ຜູ້ນຳສານປະຊາຊົນຂອງສອງແຂວງ ຕ້ອງສ້າງເງື່ອນໄຂທີ່ເອື້ອອຳນວຍໃຫ້ເຈົ້າໜ້າທີ່ຈາກທັງສອງໜ່ວຍງານໄດ້ພົບປະ, ພົວພັນ ແລະ ແລກປ່ຽນປະສົບການໃນການຈັດການຄະດີປະເພດຕ່າງໆ, ໂດຍສະເພາະໃນການຕໍ່ສູ້ກັບອາຊະຍາກຳຂ້າມຊາຍແດນ, ພ້ອມທັງເຂົ້າໃຈວັດທະນະທຳຂອງແຕ່ລະປະ ເທດໃຫ້ດີຂຶ້ນ, ໂດຍສອດຄ່ອງກັບເນື້ອໃນທີ່ເປັນເອກະພາບຂອງກອງປະຊຸມສານສູງສຸດຂອງ 3 ປະ ເທດ ຫວຽດນາມ – ລາວ ແລະ ກໍາປູເຈຍ, ໃນກໍລະນີຮີບດ່ວນ ແລະ ຈຳເປັນ, ເອກະສານນີ້ອາດຈະຖືກຈັດຕັ້ງທາງອອນລາຍ.

ໃນພິທີສານປະຊາຊົນ ແຂວງກວາງຫງາຍ ຍັງໄດ້ມອບອຸປະກອນຮັບໃຊ້ຫ້ອງການ ໃຫ້ສານປະຊາຊົນແຂວງອັດຕະປື ແລະ ສານປະຊາຊົນແຂວງອັດຕະປື ກໍ່ໄດ້ມອບຂອງຂວັນເປັນທີ່ ລະນຶກໃຫ້ແຂວງກວາງຫງາຍ ເພື່ອເປັນການສະແດງອອກເຖິງຄວາມຜູກພັນ, ຄວາມສາມັກຄີຮັກແພງ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສອງອົງການຕຸລາການຂັ້ນທ້ອງຖິ່ນ ຂອງສອງຊາດ ລາວ -ຫວຽດນາມ ທີ່ມີມາຢ່າງຍາວນານ.

ຂ່າວ: ວົງສະໄໝ.

 

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa