ແຂວງ ອັດຕະປື ປາຖະກະຖາ 3 ວັນສໍາຄັນທາງປະຫວັດຂອງພັກ-ຂອງຊາດ ແລະ ສາກົນ

ວັນທີ 10 ມິຖຸນາ 2026 ນີ້, ແຂວງອັດຕະປື ໄດ້ຈັດຕັ້ງປາຖະກະຖາ 3 ວັນປະຫວັດສາດສໍາຄັນຂອງພັກ- ຂອງຊາດ ແລະ​ ສາກົນ​ ຄື: ວັນໄຊຊະນະຂອງສະຫະພາບໂຊວຽດ ເໜືອຟາດຊິດ ເຢຍລະມັນ ໃນສົງ​ຄາມໂລກ ຄັ້ງທີ ll (9 ພືດສະພາ 1945-9 ພືດສະພາ 2026) ຄົບ​ຮອບ 81 ປີ, ວັນຜ່າວົງປິດລ້ອມຂອງກອງພັນທີ 2 ວິລະຊົນທີ່ທົ່ງໄຫຫີນຊຽງຂວາງ ຊຽງຂວາງ (18 ພຶດສະພາ 1959-18 ພຶດສະພາ 2026) ຄົບຮອບ 67 ປີ ແລະ ວັນວິລະກໍາໂຕນຄຸກຢ່າງມະຫັດສະຈັນຂອງບັນດາທ່ານຜູ້ນຳຂອງພັກ ແລະ ແນວລາວຮັກຊາດ (24 ພຶດສະພາ 1960-24 ພຶດສະພາ 2026) ຄົບ​ຮອບ 66 ປີ, ຂື້ນທີ່ຫໍປະຊຸມໃຫ່ຍຂອງແຂວງ, ໂດຍການປາຖະກະຖາຂອງທ່ານ ພົນຈັດຕະວາ ກັນໄຍ ໄຊຍະສິດ ປະທານສະຫະພັນນັກຮົບເກົ່າແຂວງ, ມີຄະນະນໍາຂອງແຂວງ, ຫົວໜ້າ-ຮອງຫົວໜ້າພະແນກການ, ນາຍ ແລະ ພົນທະຫານ, ນາຍ ແລະ ພົນຕຳຫຼວດ ພ້ອມດ້ວຍ ສະມາຊິກພັກ, ພະນັກງານ-ລັດຖະກອນ ເຂົ້າ​ຮ່ວມ.

ທ່ານ ພົນຈັດຕະວາ ກັນໄຍ ໄຊຍະສິດ ໄດ້ຍົກໃຫ້ເຫັນເຖິງ ການປະລາ ໄຊ ຄັ້ງໃຫຍ່ເທື່ອທໍາອິດຂອງຟາດສິດໃນສົງຄາມໂລກຄັ້ງທີ II ແມ່ນຢູ່ຊານເມືອງມົດສະກູ ໃນ ທ້າຍ ປີ 1941 – ຕົ້ນປີ 1942. ພວກຟາດສິດໄດ້ວາງແຜນປິດລ້ອມນະຄອນ​ຫຼວງ ມົດສະກູ ບໍ່ໃຫ້ຜູ້ໃດສາມາດລອດອອກໄປໄດ້ ຈາກນັ້ນຈະໃຊ້ຍົນຖິ້ມລະເບີດ ແລະ ປືນໃຫຍ່ຍິງທະຫຼົ່ມ ເພື່ອທໍາລາຍເຮືອນທຸກຫຼັງແລ້ວປ່ອຍນໍ້າເຂົ້າໃຫ້ຖ້ວມອຸມຸງລົດໄຟໃຕ້​ດິນ ແຕ່ພວກເຂົາກໍ່ບໍ່ສາມາດເຮັດສໍາ​ເລັດໄດ້, ກອງທັບແດງໂຊວຽດໄດ້ຕ່າວ ໂຈມຕີຢ່າງກ້າຫານ ແລະ ເດັດດ່ຽວ, ຂັບໄລ່ພວກຟາດສິດອອກຈາກນະຄອນຫຼວງມົດສະກູ, ວິລະກຳອັນລ້ຳເລີດທີ່ບັນພະບູລຸດຂອງ ສ.ໂຊວຽດ ສ້າງຂຶ້ນໃນບັ້ນຮົບປ້ອງກັນມົດສະກູ ຊຶ່ງພວກເຮົາບໍ່ສາມາດລືມໄດ້ນັ້ນ ແມ່ນ 28 ສະ​ຫາຍ ທີ່ໄດ້ເອົາຊີວິດຂອງຕົນແລກ​-ທໍາລາຍລົດຕັງ 40 ຄັນ ເພື່ອສະກັດກັ້ນບໍ່ໃຫ້ ຟາດສິດເຂົ້າເມືອງມົດສະ ກູໄດ້, ພາຍຫຼັງທີ່ປ້ອງກັນນະຄອນ​ຫຼວງມົດສະກູໄດ້ແລ້ວ ກອງທັບແດງໂຊວຽດ ໄດ້ເປີດສາກບຸກໂຈມຕີພວກສົງຄາມໂລກຄັ້ງທີສອງສິ້ນສຸດລົງ, ຟາດສິດຮີດແລ ຖືກດັບສູນ, 13 ປະເທດຢູ່ເອີລົບ ທີ່ມີພົນລະເມືອງ 113 ລ້ານຄົນ ໄດ້ຮັບການປົດປ່ອຍ, ໄຊຊະນະອັນໃຫຍ່ຫຼວງຂອງ ສ.ໂຊ​ວຽດ ໄດ້ສ້າງກາລະໂອກາດພາວະວິໄສ ໃຫ້ແກ່ບັນດາປະເທດຢູ່ເອີລົບ ແລະ ອາຊີຈໍານວນໜຶ່ງໄດ້ຮັບການປົດປ່ອຍ ແລະ ກ້າວຂຶ້ນສູ່ສັງຄົມນິ​ຍົມ, ໄຊຊະນະຟາດສິດທີ່ ສ.ໂຊ​ວຽດ ແລະ ພັນທະມິດຍາດມາໄດ້ມັນເປັນໄຊຊະນະອັນຍິ່ງໃຫຍ່ ພາຍ​ໃຕ້ການຊີ້ນໍາ ຂອງພັກກອມມູນິດໂຊວຽດ, ປະຊາຊົນໂຊວຽດ ກໍ່ຄືປະ​ເທດພັນທະມິດ ແລະປະຊາຊາດທົ່ວໂລກໄດ້ສາມັກຄີກັນ,​ອູ້ມຊູຊ່ວຍເຫຼືອຊຶ່ງກັນ ແລະ ກັນ, ພ້ອມ​ກັນເສຍສະຫຼະທັງຊີວິດເລືອດເນື້ອ ແລະ ຊັບສິນຕໍ່ສູ້ຕ້ານການຮຸກຮານຂອງຟາດສິດຢ່າງດຸເດືອດພິລະອາດ​ຫານ ແລະ ເດັດຂາດບໍ່ຍອມຈຳນົນ.

ທ່ານຍັງໄດ້ຍົກໃຫ້ເຫັນ ເຫດການຜ່າວົງປິດລ້ອມຂອງກອງພັນທີ 2 ແມ່ນໄຊຊະນະອັນໃຫຍ່ຫຼວງ ຂອງກໍາລັງປະກອບອາວຸດເຮົາທີ່ຢູ່ໃຕ້ການນຳພາຂອງພັກ, ເປັນເຫດການປະຫວັດສາດອັນສຳຄັນຂອງຊາດ, ຂອງພັກ, ຂອງກອງທັບເຮົາ ແລະ ເປັນບົດຮຽນອັນລ້ຳຄ່າທີ່ສຸດໃຫ້ຂະບວນຕໍ່ສູ້ຂອງກອງທັບ ແລະ ປະ​ຊາຊົນເຮົາຍາດເອົາໄຊຊະນະໃນໄລ​ຍະຕໍ່ມາ, ຄະນະພັກ-ຄະນະບັນຊາ,​ພະນັກງານ-ສະມາຊິກພັກ ຕະຫຼອດຮອດນັກຮົບທຸກຄົນໃນກອງພັນທີ 2 ໄດ້ເສີມຂະຫຍາຍມູນເຊື້ອຕໍ່ສູ້ບໍ່ຍອມຈໍານົນຂອງບັນພະບູລຸດ ແລະ ປະຊາຊົນລາວຜູ້ຮັກຊາດ ສາມາດທັບມ້າງກົນອຸບາຍຂອງພວກຈັກ​ກະພັດ ແລະ ລູກແຫຼ່ງຕີນມືຂອງພວກເຂົາ ທີ່ຫວັງດັບມອດກຳລັງປະຕິວັດ ໂດຍສະເພາະ ແມ່ນ 2 ກອງພັນທີ່ເຂົ້າຮ່ວມກັບກອງທັບແຫ່ງຊາດນັ້ນພັງທະລາຍລົງ, ສະແດງໃຫ້ເຫັນເຖິງຄວາມບໍລິສຸດຜຸດຜ່ອງ, ຄວາມຈົງ​ຮັກພັກດີ, ຄວາມສາມັກຄີເປັນຈິດໜຶ່ງໃຈດຽວ, ຄວາມອົດທົນໝັ້ນໜຽວບໍ່ຄອນແຄນຕໍ່ການນາບຂູ່, ຫຼອກລວງຂອງສັດຕູ. ນ້ຳໃຈສູ້ຮົບພິລະອາດຫານ ແລະ ມີໄຫວພິບຂອງກອງພັນທີ 2 ໄດ້ເປັນແວ່ນແຍງ, ເປັນການປຸກລະດົມອັນແຮງກ້າໃຫ້ຂະບວນການປະຕິວັດ ເພື່ອຕີເອົາຊະນະກັບຈັກກະພັດລ່າເມືອງຂຶ້ນແບບໃໝ່ ແລະ ລູກແຫຼ່ງຕີນມື. ພ້ອມດຽວກັນນັ້ນ, ກໍເຮັດໃຫ້ກຳລັງປະຕິວັດ ໂດຍສະເພາະແມ່ນກຳລັງປະກອບອາວຸດປະຊາຊົນນັບມື້ເຕີບໃຫຍ່ຂະຫຍາຍຕົວ ແລະ ເຂັ້ມແຂງ, ເຮັດໃຫ້ຊື່ສຽງອິດທິພົນຂອງກໍາລັງຝ່າຍປະເທດລາວ (ແນວລາວຮັກ​ຊາດ) ນັບມື້ພົ້ນເດັ່ນຂຶ້ນໃນເວທີສາ​ກົນ.

 

 

ທ່ານຍັງໄດ້ສືບຕໍ່ ຍົກໃຫ້ເຫັນວິລະກໍາໂຕນຄຸກຢ່າງມະຫັດສະຈັນຂອງບັນດາຜູ້ນໍາຂອງພັກ ແລະ ແນວລາວຮັກຊາດ, ການໂຕນຄຸກແບບລວມໝູ່ຂອງບັນດາຜູ້ນຳພັກ ແລະ ແນວລາວຮັກຊາດຄັ້ງມະຫັດສະຈັນນີ້ ຍ້ອນການນໍາອັນສະຫຼາດສ່ອງໃສ ແລະ ປີຊາສາມາດຂອງປະທານ ໄກ​ສອນ ພົມວິຫານ, ຍ້ອນນໍ້າໃຈຮັກ​ຊາດອັນແຮງກ້າຂອງບັນດາຜູ້ນໍາເຮົາທີ່ມີຄວາມກ້າຫານ, ຕັດສິນໃຈຕໍ່ສູ້ຍອມເສຍສະຫຼະມີຄວາມປີຊາສາມາດຂົນຂວາຍ, ສຶກສາອົບຮົມສາລະວັດທະຫານ ເຮັດໃຫ້ສັດຕູກາຍເປັນມິດສະຫາຍຮ່ວມຕາຍນຳກັນ, ຍ້ອນສາລະວັດທະຫານມີນໍ້າ​ໃຈຮັກຊາດອັນດູດດື່ມ, ເບື່ອ​ໜ່າຍຕໍ່ອຳນາດປົກຄອງຫຸ່ນປະຕິ​ການ, ເຂົາ​ເຈົ້າມີຄວາມຈົງຮັກພັກດີ, ຊື່ສັດຕໍ່ຜູ້ນຳສຸດຂີດ ກາຍເປັນຜູ້ເປີດປະຕູຫ້ອງຄຸມຂັງແຕ່ລະຫ້ອງ ແລະ ເປີດປະຕູຄຸກແລ້ວປ້ອງກັນ ແລະພາທາງຜູ້ນຳພັກ ແລະ ແນວລາວຮັກຊາດຍ່າງອອກຈາກຄຸກໂພນເຄັງອອກໄປຢ່າງປອດໄພ.

ຂ່າວ: ວົງສະໄໝ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa