ປິດຊຸດອົບຮົມຍົກລະດັບຄວາມຮູ້ທິດ​ສະດີ- ແນວທາງຂອງພັກ ໃຫ້ຄູ-ອາຈານສອນວິຊາສັງຄົມ-ການເມືອງທົ່ວແຂວງອັດຕະປື

ຊຸດອົບຮົມຍົກລະດັບຄວາມຮູ້ທິດສະດີ-ແນວທາງຂອງພັກ ໃຫ້ແກ່ພະນັກງານ ຄູ-ອາຈານ ຜູ້ສອນວິຊາສັງຄົມ-ການເມືອງທົ່ວແຂວງອັດຕະປື ໄດ້ອັດລົງດ້ວຍຜົນສໍາເລັດ,​ ພາຍຫຼັງທີ່ໄດ້ດຳເນີນມາເປັນເວລາ 2​ ວັນ​ແຕ່ວັນທີ​ 8-9​ ມິຖຸນາ​ 2026​ ທີ່ຫ້ອງປະຊຸມຄະນະໂຄສະນາອົບຮົມແຂວງ,​ ໂດຍການເປັນປະທານຂອງທ່ານ ກົງຈັກ ສີສະຫວາດ ກຳມະການພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ,​ ມີ ທ່ານ ຄຳກອງ ທຳມະເທວາ ຫົວໜ້າກົມອົບຮົມ ຄະນະໂຄສະນາອົບຮົມສູນກາງພັກ, ຄະນະຮັບຜິດຊອບ ແລະ ບັນດານັກສຳມະນາກອນເຂົ້າຮ່ວມ.

ຕະຫຼອດໄລຍະການອົບຮົມ, ບັນດາສຳມະນາກອນຈຳນວນ 34 ທ່ານ, ຍິງ 16 ທ່ານ ໄດ້ສຶກສາຄົ້ນຄວ້າ ແລະ ຮຽນຮູ້ 6 ຫົວຂໍ້ສຳຄັນ ທີ່ກ່ຽວພັນກັບທິດສະດີການເມືອງ, ແນວທາງຂອງພັກ, ແນວທາງການສຶກສາ, ການພັດ ທະນາເສດຖະກິດ-ສັງຄົມ, ການອະນຸລັກສິ່ງແວດ​ລ້ອມ ແລະ ຈັນຍາບັນຂອງຄູ,​ ບັນດາສຳມະນາກອນ​ ຍັງໄດ້ຮ່ວມສົນທະນາ, ແລກປ່ຽນບົດ​ຮຽນ ແລະ ປະສົບການຕົວຈິງ ຊຶ່ງເປັນການຊ່ວຍເສີມສ້າງຄວາມຮູ້, ຄວາມເຂົ້າໃຈ ແລະ ຄວາມໜັກແໜ້ນທາງດ້ານອຸດົມການໃຫ້ແກ່ຜູ້ເຂົ້າຮ່ວມຢ່າງເປັນຮູບປະທຳ.

ທ່ານ ກົງຈັກ ສີສະຫວາດ ໄດ້ກ່າວປິດຊຸດອົບ ຮົມ ໂດຍຕີລາຄາສູງຕໍ່ຜົນສຳເລັດຂອງຊຸດອົບ​ຮົມໃນຄັ້ງນີ້,​ ຜ່ານການອົບຮົມບັນດາຄູ-ອາຈານ ໄດ້ສະແດງຄວາມຕັ້ງໃຈ, ຮັບຜິດຊອບ ແລະ ເຂົ້າຮ່ວມກິດຈະກຳຢ່າງຄົບຖ້ວນ. ພ້ອມກັນນັ້ນ ທ່ານຍັງໄດ້ເນັ້ນໜັກໃຫ້ຜູ້ເຂົ້າຮ່ວມນຳເອົາຄວາມຮູ້ ແລະ ບົດຮຽນທີ່ໄດ້ຮັບໄປປະຍຸກໃຊ້ໃນການສິດສອນ, ການຄົ້ນຄວ້າ ແລະ ການປະ​ຕິບັດໜ້າທີ່ວຽກງານຕົວຈິງ ໃຫ້ເກີດຜົນດີຕໍ່ການຍົກລະດັບຄຸນນະພາບການສຶກສາ ແລະ ການສ້າງພະລັງກຳລັງຄົນທີ່ມີຄຸນນະພາບໃຫ້ແກ່ແຂວງ ແລະ ປະເທດຊາດ.

ຊຸດອົບຮົມຄັ້ງນີ້ ຖືເປັນອີກບາດກ້າວໜຶ່ງໃນການເສີມສ້າງຄວາມຮູ້ດ້ານທິດສະດີ-ແນວທາງຂອງພັກ ໃຫ້ແກ່ຄູ-ອາຈານສອນວິຊາສັງຄົມ- ການເມືອງ ເພື່ອໃຫ້ສາມາດເຮັດໜ້າທີ່ຖ່າຍທອດຄວາມຮູ້, ປູກຝັງອຸດົມການ ແລະ ຄຸນຄ່າອັນດີງາມໃຫ້ແກ່ນັກຮຽນ-ນັກສຶກສາ ໄດ້ຢ່າງຖືກຕ້ອງ ແລະ ມີປະສິດທິຜົນ ຕາມແນວທາງຂອງພັກ ແລະ ນະໂຍບາຍຂອງລັດ. ໃນພິທີຍັງໄດ້ມອບໃບຢັ້ງຢືນ ໃຫ້ສຳມະນາກອນທີ່ສໍາເລັດການອົບຮົມ.

ຂ່າວ: ສ.ໄຊຄຳສອນ

 

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa