
ວັນທີ 15 ຕຸລາ 2026 ຄະນະໂຄສະນາອົບຮົມແຂວງອັດຕະປື ໄດ້ຈັດກອງປະຊຸມເຜີຍແຜ່ຄຳແນະນຳວ່າດ້ວຍການຄຸ້ມຄອງນັກສື່ມວນຊົນໄປເຄື່ອນໄຫວຢູ່ຕ່າງປະເທດ ຢູ່ຫ້ອງປະຊຸມຂອງຄະນະດັ່ງກ່າວ, ໂດຍມີທ່ານ ກົງຈັກ ສີສະຫວາດ ກໍາມະການພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ເປັນປະທານ, ມີຕົວແທນພາກສ່ວນກ່ຽວຂ້ອງຂັ້ນແຂວງ, ຫົວໜ້າ-ຮອງຫົວໜ້າຫ້ອງການໂຄສະນາອົບຮົມ 5 ເມືອງ ແລະ ພະນັກງານວິຊາການເຂົ້າຮ່ວມ.

ໃນກອງປະຊຸມ ທ່ານ ກົງຈັກ ສີສະຫວາດ ໄດ້ເຜີຍແຜ່ເນື້ອໃນຄຳແນະນຳ ໂດຍອີງໃສ່ມະຕິຕົກລົງເລກທີ 22/ກມສພ ລົງວັນທີ 23 ກຸມພາ 2026 ແລະ ກົດໝາຍວ່າດ້ວຍສື່ມວນຊົນ ສະບັບປັບປຸງ ເລກທີ 01/ສພຊ ລົງວັນທີ 4 ພະຈິກ 2016. ຄຳແນະນຳດັ່ງກ່າວມີເນື້ອໃນກ່ຽວກັບຫຼັກການ, ເງື່ອນໄຂ, ຂັ້ນຕອນການຄຸ້ມຄອງ, ການຂໍອະນຸມັດ ຫຼື ແຈ້ງການເດີນທາງ, ການປະຕິບັດໜ້າທີ່ ແລະ ການລາຍງານຜົນຂອງນັກສື່ມວນຊົນທີ່ໄປເຄື່ອນໄຫວຢູ່ຕ່າງປະເທດ.
ຄຳແນະນຳນີ້ມີຈຸດປະສົງເພື່ອຮັບປະກັນການຄຸ້ມຄອງສື່ມວນຊົນໃຫ້ເປັນເອກະພາບ, ໂປ່ງໃສ ແລະ ຖືກຕ້ອງຕາມລະບຽບກົດໝາຍ, ພ້ອມທັງປົກປ້ອງຜົນປະໂຫຍດ ແລະ ຄວາມໝັ້ນຄົງຂອງຊາດ, ຮັກສາຈັນຍາບັນວິຊາຊີບ ແລະ ສົ່ງເສີມການພົວພັນຮ່ວມມືສາກົນ.

ສຳລັບນັກສື່ມວນຊົນພາກລັດ ຕ້ອງສະເໜີເອກະສານຜ່ານອົງການຕົ້ນສັງກັດ ເພື່ອກວດກາ ແລະ ຂໍອະນຸມັດຕາມລຳດັບຂັ້ນ. ສ່ວນນັກສື່ມວນຊົນພາກເອກະຊົນ ແລະ ສື່ດິຈິຕອນ ຕ້ອງແຈ້ງການເຄື່ອນໄຫວຕາມກຳນົດ. ທັງນີ້ ຜູ້ເດີນທາງຕ້ອງກະກຽມເອກະສານທີ່ກ່ຽວຂ້ອງ ເຊັ່ນ ໜັງສືເຊີນ, ຈຸດປະສົງການເດີນທາງ, ແຜນກິດຈະກຳ, ແຫຼ່ງທຶນ ແລະ ຜົນທີ່ຄາດວ່າຈະໄດ້ຮັບ ໂດຍສົ່ງເອກະສານລ່ວງໜ້າ 7-15 ວັນ ກ່ອນເດີນທາງ.
ໃນໂອກາດນີ້ ບັນດາຜູ້ແທນຍັງໄດ້ປະກອບຄຳຄິດເຫັນ ແລະ ແລກປ່ຽນບົດຮຽນຢ່າງຟົດຟື້ນ ເພື່ອສ້າງຄວາມເຂົ້າໃຈກ່ຽວກັບຄຳແນະນຳໃຫ້ຊັດເຈນ ແລະ ນຳໄປຈັດຕັ້ງປະຕິບັດໃຫ້ມີປະສິດທິຜົນ.


ຂ່າວ:ມະນີວອນ