
ຊຸດອົບຮົມທິດສະດີ-ແນວທາງຂອງພັກ ໃຫ້ແກ່ພະນັກງານ ຄູ-ອາຈານ ຜູ້ສອນວິຊາສັງຄົມ-ການເມືອງທົ່ວ ແຂວງອັດຕະປື ໄດ້ຈັດຂື້ນໃນວັນທີ 8 ມິຖຸນາ 2026 ທີ່ຫ້ອງປະຊຸມຄະນະໂຄສະນາອົບ ຮົມແຂວງ, ໂດຍການເປັນປະທານຂອງ ທ່ານ ກົງຈັກ ສີສະຫວາດ ກຳມະການພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີທ່ານ ຄໍາກອງ ທໍາມະເທວາ ຫົວໜ້າກົມອົບຮົມຄະນະໂຄສະນາອົບຮົມສູນກາງພັກ, ພ້ອມດ້ວຍຄະນະຮັບຜິດຊອບ ແລະ ນັກສຳມະນາກອນເຂົ້າຮ່ວມ.

ທ່ານ ກົງຈັກ ສີສະຫວາດ ໄດ້ກ່າວໄຂຊຸດອົບຮົມວ່າ: ຊຸດອົບຮົມທິດສະດີ-ແນວທາງຂອງພັກ ໃຫ້ແກ່ພະນັກງານ ຄູ-ອາຈານ ຜູ້ສອນວິຊາສັງຄົມ-ການເມືອງທົ່ວ ແຂວງອັດຕະປື ເທື່ອນີ້ ຈັດຂື້ນເພື່ອເສີມສ້າງຄວາມຮັບຮູ້ ເຂົ້າໃຈເລິກເຊິ່ງຕໍ່ທິດສະດີ ແລະ ແນວທາງຂອງພັກ ໃຫ້ແກ່ບັນດາພະນັກງານ ຄູ- ອາຈານ ໂດຍສະເພາຜູ້ທີ່ສອນວິຊາສັງຄົມ-ການເມືອງ ເພື່ອໃຫ້ສາມາດນຳເອົາເນື້ອໃນຄວາມຮູ້ໄປຜັນຂະຫຍາຍ ແລະ ຖ່າຍທອດ ໃຫ້ນັກຮຽນ-ນັກສຶກສາ ໄດ້ຢ່າງຖືກຕ້ອງ, ອັນເປັນການປະກອບສ່ວນຍົກສູງຄຸນນະພາບການສຶກສາ ແລະ ການພັດທະນາຊັບພະຍາກອນມະນຸດ ໃຫ້ສອດຄ່ອງກັບແນວທາງການພັດທະນາຂອງປະເທດຊາດ ແລະ ຊຸດອົບຮົບເທື່ອນີ້ ບໍ່ພຽງແຕ່ເປັນການຮຽນຮູ້ເນື້ອໃນທິດ ສະດີ ແລະ ແນວທາງຂອງພັກເທົ່ານັ້ນ, ແຕ່ຍັງເປັນການປັບປຸງທັດ ສະນະ, ສ້າງຄວາມໜັກແໜ້ນທາງດ້ານອຸດົມການ ແລະ ຄຸນສົມບັດສິນທຳປະຕິວັດ ໃຫ້ແກ່ຄູ- ອາຈານ ເພື່ອໃຫ້ສາມາດນຳເອົາຄວາມຮູ້ໄປປະຍຸກໃຊ້ໃນການສິດສອນ ແລະ ການປະຕິບັດວຽກ ງານຕົວຈິງ ໃຫ້ສອດຄ່ອງກັບສະພາບການຂອງແຕ່ລະຂະແໜງການ ແລະ ທ້ອງຖິ່ນ.


ຊຸດອົບຮົມຈະໄດ້ດໍາເນີນເປັນເວລາ 3 ວັນ, ເຊິ່ງສໍາມະນາກອນທີ່ເຂົ້າຮ່ວມ ຈໍານວນ 36 ທ່ານ, ຍິງ 16 ທ່ານ ຈະໄດ້ຮຽນຮູ້ 6 ບົດຮຽນສໍາຄັນ ຄື: 1) ຄວາມຮູ້ພື້ນຖານກ່ຽວກັບລັດທິມາກ-ເລ ນິນ, 2) ການເສີມຂະຫຍາຍມູນເຊື້ອອັນດີງາມຂອງຊາດລາວ, 3) ການສ້າງ ແລະ ບູລະນະລະ ບອບປະຊາ ທິປະໄຕປະຊາຊົນ ຕາມທິດສັງຄົມນິຍົມ, 4) ແນວທາງການສຶກສາຂອງພັກ, 5) ການພັດທະນາເສດ ຖະກິດ ຄວບຄູ່ກັບການພັດທະນາວັດທະນະທຳ-ສັງຄົມ ແລະ ການອະນຸລັກສິ່ງ ແວດລ້ອມ, 6) ຈັນຍາບັນຂອງຄູ.

ຂ່າວ: ສ.ໄຊຄຳສອນ