
ວັນທີ 5 ມີຖຸນາ 2026 ນີ້ ໂຮງຮຽນການເມືອງ ແລະ ການປົກຄອງ ແຂວງອັດປື ໄດ້ນໍາພານັກສືກສາທິດສະດີການເມືອງ ລະບົບຂັ້ນຕົ້ນ 3 ເດືອນ ຮຸ່ນທີ VII ເຄື່ອນ ໄຫວທັດສະນະສືກສາ ຢູ່ເມືອງສະ ໜານໄຊ, ໂດຍການນໍາພາຂອງ ທ່ານ ບຸນປັນ ໄຊຍະລາດ ຄະນະພັກ, ຮອງຫົວໜ້າໂຮງຮຽນການເມືອງ ແລະ ການປົກແຂວງອັດ ຕະປື ພ້ອມດ້ວຍຄູ-ອາຈານ ແລະ ບັນດາສືກສາທິດສະດີການເມືອງ ລະບົບຂັ້ນຕົ້ນ 3 ເດືອນ ຮຸ່ນທີ VII ຈໍານວນ 50 ກວ່າທ່ານ, ເຊິ່ງພິທີຕ້ອນຮັບໄດ້ຈັດຂື້ນທີ່ສະໂມ ສອນຫ້ອງວ່າການເມືອງ, ໂດຍການຕ້ອນຮັບຂອງທ່ານ ພັນໂທ ຄໍາໂພໄຊ ໄຊຍະເສນາ ກຳມະການພັກແຂວງ, ເລຂາພັກເມືອງສະໜາມໄຊ ພ້ອມດ້ວຍຂະແໜງການທີ່ກ່ຽວຂ້ອງຂອງເມືອງ.

ໂອກາດດັ່ງກ່າວ ທ່ານ ພັນໂທ ຄໍາໂພໄຊ ໄຊຍະເສນາ ໄດ້ກ່າວຕ້ອນຮັບ ພ້ອມທັງໄດ້ງານສະພາບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ປີ 2025 ແລະ ແຜນພັດທະນາເສດຖະກິດ-ສັງ ຄົມ ປີ 2026.ຂອງເມືອງສະໜາມໄຊ, ເຊິ່ງທາງເມືອງໄດ້ກຳນົດເປົ້າໝາຍໃນການພັດທະນາອອກເປັນ 6 ເປົ້າໝາຍສໍາຄັນ ແລະ ວຽກງານຈຸດສຸມຈໍາເປັນອີກຈຳນວນໜຶ່ງ. ຈາກນັ້ນ ບັນດາຄູ-ອາຈານ ແລະ ນັກສືກສາ ກໍ່ໄດ້ຜັດປ່ຽນກັນມີຄໍາເຫັນແລະປ່ຽນບາງບັນຫາ ເພື່ອເກັບກຳເອົາຂໍ້ມູນ ແລະ ບົດຮຽນ ຈາກພຶດຕິກຳຕົວຈິງ, ພ້ອມທັງໄດ້ເຄື່ອນໄຫວທັດສະນະ ເບິງວິຖີການດໍາລົງຊີວິດຕົວຈິງ ຂອງປະຊາ ຊົນ ຢູ່ບ້ານດົງບຳໃໝ່ຫິນຄຳ ຕື່ມອີກ.

ເຊິ່ງການເຄື່ອນໄຫວທັດສະນະ ຂອງນັກສືກສາທິດສະດີການເມືອງ ລະບົບຂັ້ນຕົ້ນ 3 ເດືອນ ຮຸ່ນທີ VII ຂອງໂຮງຮຽນການເມືອງ ແລະ ການປົກຄອງແຂວງອັດຕະປື ເທື່ອນີ້ ກໍ່ເພື່ອປະຕິບັດຕາມຫຼັກສູດການຮຽນການສອນ-ສອນ ຂອງສະຖາບັນການເມືອງ-ການປົກແຫ່ງຊາດ ວາງອອກ, ທັງເປັນການເຮັດໃຫ້ສືກສາ ໄດ້ຖອດ ຖອນແລກປ່ຽນບົດຮຽນ ຈາກພຶດຕິກຳຕົວຈິງ, ໂດຍເພາະແມ່ນບັນດາພຶດຕິກໍາຕົວຈິງ ຂອງການຈັດຕັ້ງປະຕິບັດວຽກງານຮອບດ້ານຢູ່ເມືອງສະໜາມໄຊ.
ຂ່າວ: ໄຊຈະເລີນ