
ວັນທີ 5 ມິຖຸນາ 2026 ນີ້ ແຂວງອັດຕະປື ໄດ້ຈັດພິທີສະເຫຼີມສະຫຼອງ 3 ວັນສຳຄັນ ຂອງພັກ-ຊາດ ແລະ ສາກົນ ຄື: ວັນປູກຕົ້ນໄມ້ ແຫ່ງຊາດ ຄົບຮອບ 46 ປີ, ວັນສິ່ງ ແວດລ້ອມໂລກ ຄົບຮອບ 53 ປີ ແລະ ວັນສິ່ງແວດລ້ອມແຫ່ງຊາດ ຄົບຮອບ 27 ປີ, ພາຍໃຕ້ຄໍາຂັວນທີ່ວ່າ: “ເຖິິງເວລາແລ້ວ ພວກເຮົາໃສ່ໃຈຕໍ່ສະພາບພູມອາກາດໃຫ້ສົດໃສ ແລະ ສົດຊື່ນ” ຂື້ນທີ່ຫໍປະຊຸມຂອງແຂວງ, ໂດຍການເປັນປະທານຂອງທ່ານ ທະນູໄຊ ບັນຊາລິດ ຮອງເລຂາພັກແຂວງ, ປະທານຄະນະກຳມະການປົກຄອງແຂວງ, ມີບັນດາທ່ານຄະນະນໍາຂອງແຂວງ – ເມືອງ, ພະນັກງານ, ທະຫານ, ຕໍາຫຼວດ, ນັກທຸລະກິດ, ນັກຮຽນ, ນັກສຶກສາເຂົ້າຮ່ວມ.

ໃນພິທີ ທ່ານ ກົງໃຈ ສີດາວົງ ຫົວໜ້າພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງອັດຕະປື ໄດ້ລາຍ ງານໃຫ້ເຫັນວ່າ: ໃນໄລຍະ 1 ປີຜ່ານມາ, ພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງ ໄດ້ເອົາໃຈໃສ່ຢ່າງຕັ້ງໜ້າໃນການຜັນຂະຫຍາຍນະໂຍບາຍ ແລະ ລະບຽບກົດໝາຍວ່າດ້ວຍການປົກປັກຮັກສາສິ່ງ ແວດລ້ອມ ໃຫ້ເຂົ້າສູ່ຊີວິດຕົວຈິງ ໂດຍໄດ້ສຸມໃສ່ຫຼາຍວຽກງານຈຸດສຸມ, ໄດ້ເພີ່ມທະວີການລົງກວດກາ ແລະ ຕິດຕາມຜົນກະທົບຕໍ່ສິ່ງແວດລ້ອມ ຈາກບັນດາໂຄງການພັດທະນາ, ໂຮງງານອຸດສາຫະກຳປຸງແຕ່ງ ແລະ ກິດຈະການກະສິກຳຕ່າງໆ ພາຍໃນແຂວງ ຢ່າງເປັນລະບົບ ເພື່ອຮັບປະກັນໃຫ້ມີການປະຕິບັດຕາມມາດຕະຖານສິ່ງແວດລ້ອມຢ່າງເຂັ້ມງວດ, ໄດ້ຊຸກຍູ້ການປູກຕົ້ນໄມ້ ແລະ ຟື້ນຟູປ່າໄມ້ ເພື່ອເພີ່ມເນື້ອທີ່ສີຂຽວ, ປ້ອງກັນການເຊາະເຈື່ອນຂອງດິນ ແລະ ຮັກສາຄວາມສົມດຸນຂອງລະບົບນິເວດ ໂດຍສະເພາະແມ່ນໃນເຂດອ່າງໂຕ່ງ ແລະ ເຂດໃກ້ຄຽງກັບແຫຼ່ງນ້ຳທຳມະຊາດ, ໄດ້ຈັດຕັ້ງຂະ ບວນການໂຄສະນາເຜີຍແຜ່ ແລະ ສ້າງຈິດສຳນຶກໃຫ້ແກ່ປະຊາຊົນບັນດາເຜົ່າ ແລະ ຜູ້ປະກອບການ ໃຫ້ເຫັນໄດ້ເຖິງຄວາມສຳຄັນຂອງການອະນຸລັກທຳມະຊາດ, ການຄຸ້ມຄອງຂີ້ເຫຍື້ອ ແລະ ການນຳໃຊ້ຊັບພະຍາກອນທຳມະຊາດຢ່າງກຸ້ມຄ່າ, ຜົນສຳເລັດໃນ 1 ປີຜ່ານມາ ແມ່ນຍ້ອນຄວາມຮ່ວມມືຈາກທຸກພາກສ່ວນ, ແຕ່ພວກເຮົາກໍ່ຍັງຕ້ອງໄດ້ສືບຕໍ່ແກ້ໄຂສິ່ງທ້າທາຍບາງດ້ານ ເພື່ອເຮັດໃຫ້ແຂວງອັດ ຕະປື ມີສິ່ງແວດລ້ອມທີ່ສະອາດ ແລະ ສີຂຽວຕະຫຼອດໄປ.

ສໍາລັບ ແຂວງອັດຕະປື ສະພາບຄວາມເປັນຈິງຂອງສິ່ງແວດລ້ອມທຳມະຊາດ ໃນປັດຈຸບັນ, ການຄຸ້ມຄອງປົກປັກຮັກສາສະພາບແວດລ້ອມ ເປັນຕົ້ນແມ່ນ ການຖິ້ມຂີ້ເຫຍື່ອ ຍັງມີລັກສະນະແບບຊະຊາຍ ຢູ່ຕາມຄົວເຮືອນ, ຕາມເສັ້ນທາງເທດສະບານ, ສະຖານທີ່ຊຸມຊົນ, ຕະຫຼາດ, ຄິວລົດອື່ນໆ.ແນວຄິດຍັງບໍ່ທັນເປັນເຈົ້າການ, ການນໍາໃຊ້ ຖົງຢາງປາລາສະຕິກ ເຄື່ອງໃຊ້ຄົວເຮືອນ ໃນຊີວິດປະຈຳວັນ, ອີກຢ່າງໜຶ່ງ ພົນລະເມືອງເພີ້ມຂຶ້ນ ການຊົມໃຊ້ກໍ່ເພີ່ມຂື້ນເຊັ່ນກັນ, ເຮັດໃຫ້ສິ່ງເສດ ເຫຼືອ(ຂີ້ເຫຍື່ອ) ນັບມື້ເພີ່ມຂື້ນໃນປະລິມານທີ່ຫຼາຍ, ລະບົບການຈັດການຂີ້ເຫຍື່ອຍັງຖືເບົາ ບໍ່ປະຕິບັດ ຕາມຫຼັການ, ໄດ້ສົ່ງຜົນກະທົບທາງກົງ ແລະ ທາງອ້ອມ ມີຜົນກະທົບຕໍ່ສຸຂະພາບ, ພ້ອມດຽວກັນນັ້ນ ແຂວງຂອງພວກເຮົາການຈັດຕັ້ງ ພັກ-ລັດ ໄດ້ມີແນວທາງ ແລະ ນະໂຍບາຍ ໃນການແກ້ໄຂບັນຫາດັ່ງກ່າວ ຢ່າງສະເໝີຕົ້ນສະເໝີປາຍ ເປັນຕົ້ນແມ່ນປະຕິບັດຕາມນິຕິກຳ ເຊັ່ນ: ແຈ້ງການ ຫ້ອງວ່າການ ສຳນັກງານນາຍົກລັດຖະມົນຕີ ສະບັບເລກທີ 711/ຫສນຍ, ສະບັບເລກທີ 762/ຫສນຍ, ແລະ ນິຕິ ກຳອື່ນໆທີ່ກ່ຽວຂ້ອງ, ຄຽງຄູ່ກັນນັ້ນ ກໍ່ມີການຕິດຕາມ, ກວດກາຊຸກຍູ້ໃຫ້ບັນດາໂຄງການ, ຜູ້ປະກອບການກິດຈະກຳຕ່າງໆ ປະຕິບັດຕາມແຜນຄຸ້ມຄອງສິ່ງແວດລ້ອມຢ່າງເຂັ້ມງວດ ໂດຍມີນິຕິກຳ, ຄູ່ມື, ຄໍາ ແນະນໍາຕ່າງໆ ແລະ ໃຫ້ໂຄສະນາເຜີຍແຜ່ ແລະ ສ້າງຈິດສໍານຶກ ໃຫ້ທົ່ວສັງຄົມ ພ້ອມກັນປະກອບສ່ວນ ແລະ ເຂົ້າຮ່ວມຈັດຕັ້ງປະຕິບັດ, ທັງນີ້ກໍ່ເພື່ອປະກອບສ່ວນເຂົ້າໃນການຄຸ້ມຄ້ອງຊັບພະຍາກອນ ທຳມະຊາດ ແລະ ປົກປັກຮັກສາສິ່ງແວດລ້ອມ ແລະ ຂັບເຄື່ອນໃຫ້ແຂວງອັດຕະປື ບັນລຸເປົ້າໝາຍການພັດທະນາແບບຍືນຍົງ.

ໃນຕອນທ້າຍທ່ານ ທະນູໄຊ ບັນຊາລິດ ຮອງເລຂາພັກແຂວງ, ປະທານຄະນະກຳມະການປົກຄອງແຂວງ ໄດ້ໃຫ້ກຽດໂອ້ລົມ ໂດຍເນັ້ນໜັກໃຫ້ເອົາໃຈໃສ່ໃນການສົ່ງເສີມຄຸນນະພາບສິ່ງແວດລ້ອມ ສໍາລັບໂຄງການລົງທຶນທີ່ມາຈັດຕັ້ງປະຕິບັດໃຫ້ສອດຄອງຕາມກົດໝາຍ ວ່າດ້ວຍ ການປົກປັກຮັກສາສິ່ງແວດລ້ອມ ແລະ ດໍາລັດ ວ່າດ້ວຍການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ທຳມະຊາດ ແລະ ສັງ ຄົມ ເພື່ອເຮັດໃຫ້ການຕິດຕາມກວດກາການຈັດຕັ້ງປະຕິບັດຂອງຜູ້ລົງທຶນໃຫ້ສອດຄ່ອງກັບການທົບທວນເອກະສານບົດສຶກສາເບື້ອງຕົ້ນ ກ່ຽວກັບຜົນກະທົບຕໍ່ສິ່ງແວດລ້ອມ ແລະ ແຜນຄຸ້ມຄອງສິ່ງ ແວດລ້ອມ ຂອງໂຄງການ (IEE ແລະ EMP). ພ້ອມດຽວກັນນັ້ນ ເປັນເຈົ້າການຊ່ວຍສູນກາງ ໃນການກວດກາ ຕິດຕາມໂຄງການລົງທຶນ ທີ່ຂັ້ນສູນກາງອະນຸມັດ, ພ້ອມທັງແນະນໍາ ແລະ ຊຸກຍູ້ ໃຫ້ເຂົ້າເຈົ້າມີພະນັກງງານສິ່ງແວດລ້ອມປະຈຳໂຄງການ ເພື່ອເປັນກະບອກສຽງໃນວຽກງານດັ່ງກ່າວ ໃຫ້ແກ່ຈາກຈັດຕັ້ງພາກລັດຂອງພວກເຮົາ, ເປັນເຈົ້າການສືບຕໍ່ວຽກ ສີຂຽວ, ສະອາດ, ງາມຕາ ທີ່ລັດຖະບານໄດ້ຮັບຮອງແບບຟອມ ໃນການປະເມີນເລີ່ມແຕ່ສໍານັງານຫ້ອງການ ໂຮງຮຽນ, ໂຮງໝໍ, ຈົນຂະຫຍາຍລົງໄປຮອດຂັ້ນຕາແສງ ແລະ ກຸ່ມບ້ານໃຫ້ໄດ້ຮັບການຈັດຕັ້ງປະຕິບັດ, ເພື່ອເປັນການສະເຫຼມສະຫຼອງວັນສິ່ງແວດລ້ອມໂລກ, ວັນສິ່ງແວດລ້ອມແຫ່ງຊາດ ປີນີ້ ໃຫ້ເຕັມໄປດ້ວຍບັນຍາກາດຟົດຟື້ນ ແລະ ບັນລຸເປົ້າໝາຍທີ່ວາງເອົາໄວ້, ຖືເອົາໂອກາດທີ່ມີຄວາມໝາຍຄວາມສໍາຄັນນີ້ ດໍາເນີນການໂຄສະນາ, ປູກຈິດສໍານຶກ ແລະ ສ້າງຂະບວນການສອດຄ່ອງຕາມຄໍາຂວັນ ສະເພາະປີນີ້ ແລະ ພ້ອມກັນຫັນປ່ຽນຈິນຕະ ນາການ ໄປພ້ອມໆກັບການເພີ່ມທະວີການຄຸ້ມຄອງ ປົກ ປັກຮັກສາສະພາບແວດລ້ອມ, ປົກປັກຮັກສາສິ່ງແວດລ້ອມ ຕາມທິດສີຂຽວ ແລະ ຍືນຍົງ ຕາມລະບຽບການ ແລະ ກົດໝາຍຢ່າງເຂັ້ມງວດ ໃຫ້ບັນລຸຕາມວິໄສທັດ, ຕາມຍຸດທະສາດ ແລະ ແຜນການ 5 ປີ ຂອງຂະແໜງການ, ປະກອບສ່ວນໃຫ້ແກ່ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຂອງແຂວງອັດຕະປື ໃຫ້ມີຄວາມຍືນຍົງ.

ໃນພິທີຍັງໄດ້ຈັດກິດຈະກຳຍ່າງເພື່ອສຸຂະພາບເພື່ອປູກຈິດສຳນຶກໃຫ້ທຸກຊັ້ນຄົນໃນສັງຄົມ ຫັນມາໃສ່ໃຈບັນຫາສິ່ງແວດລ້ອມ ແລະ ຍັງໄດ້ມີການມອບໃບກຽດຕິຄຸນ ໃຫ້ແກ່ບັນດາບໍລິສັດທີ່ສະໜັບ ສະໜູນດ້ານງົບປະມານ, ອຸປະກອນຕ່າງໆ ໃຫ້ພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງ ແລະ ມອບໃບຍ້ອງຍໍໃຫ້ແກ່ສໍານັກງານອົງການພາກລັດ-ເອກະຊົນ ແລະ ໂຮງຮຽນ ເປັນສີຂຽວ, ສະອາດ ງາມຕາ ຢ່າງສົມກຽດ.
ຂ່າວ: ວົງສະໄໝ