ເມືອງສາມັກຄີໄຊ​ ມອບ-ຮັບ​ ຫົວໜ້າຫ້ອງການຍຸຕິທຳ​ ລະຫວ່າງ ຜູ້ເກົ່າ​ ແລະ​ ຜູ້ໃໝ່.​

ວັນທີ 5 ມິຖຸນາ 2026 ນີ້ ທີ່ຫ້ອງ​ການຍຸຕິທຳ ເມືອງສາມັກຄີໄຊ,​ ແຂວງອັດຕະປື, ໄດ້ຈັດພິທີມອບ- ຮັບ​ ຫົວໜ້າຫ້ອງການຍຸຕິທຳ ລະ​ຫວ່າງ​ ຜູ້ເກົ່າ ແລະ ຜູ້ໃໝ່,​ ພາຍໃຕ້ການໃຫ້ກຽດເຂົ້າ​ຮ່ວມເປັນປະທານຂອງ ທ່ານ ລຸນນີສັນ ທອງທິບ ຄະ​ນະປະຈຳພັກເມືອງ ປະທານກວດກາພັກ-ລັດເມືອງ, ມີຄະນະພະແນກ​ຍຸຕິທໍາແຂວງ, ຄະນະປັບປຸງກົງຈັກການຈັດຕັ້ງຂັ້ນເມືອງ, ແຂກຖືກເຊີນຈາກອ້ອມຂ້າງພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.​

ໃນພິທີທ່ານ ພູວົງ ດວງພູໄຊ ຫົວໜ້າຫ້ອງການຍຸຕິທໍາເມືອງສາມັກຄີໄຊ (ຜູ້ເກົ່າ)​ ໄດ້ຜ່ານບົດສະຫຼຸບໂດຍຫຍໍ້ກ່ຽວກັບການຈັດຕັ້ງປະຕິບັດວຽກງານຍຸຕີທຳໃນໄລຍະຜ່ານມາ, ໃນນັ້ນ ໄດ້ຍົກໃຫ້ເຫັນຜົນສໍາເລັດຢ່າງຕັ້ງໜ້າ, ດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ, ພ້ອມທັງວຽກງານຈຸດສຸມໃນຕໍ່ໜ້າທີ່ຈະໄດ້ພ້ອມກັນສຶບຕໍ່ຈັດຕັ້ງປະ ຕິບັດໃຫ້ເກີດມີຜົນສຳເລັດສູງ.

ຈາກນັ້ນ, ພິທີກໍ່ໄດ້ເຊັນບົດບັນທຶກມອບ-ຮັບໜ້າທີ່ ລະຫວ່າງ ທ່ານ ພູວົງ ດວງພູໄຊ ກຳມະ​ການພັກເມືອງ ຫົວໜ້າຫ້ອງການຍຸຕິທຳ ເມືອງ (ຜູ້ເກົ່າ) ແລະ ທ່ານ ນາງ ແພງສອນ ເທບສົມບັນດິດ ກຳມະການພັກເມືອງ ຫົວໜ້າຫ້ອງການຍຸຕິທຳເມືອງ (ຜູ້ໃໝ່) ໂດຍຊ່ອງໜ້າຜູ້ເຂົ້າຮ່ວມ.​

ໂອກາດດັ່ງກ່າວທ່ານ ລຸນນີສັນ ທອງທິບ ຍັງໄດ້ມີຄຳເຫັນໂອ້ລົມ ແລະ ມີທິດຊີ້ນຳຕໍ່ພິທີ, ໂດຍໄດ້ຍົກໃຫ້ເຫັນວ່າ: ການຍົກຍ້າຍສັບປ່ຽນໜ້າທີ່ຕໍາແໜ່ງເທື່ອນີ້ ບົນພື້ນຖານກໍ່ເພື່ອປະ​ຕິບັດຕາມແນວທາງຄວາມຮຽກ​ຮ້ອງຕ້ອງການຂອງໜ້າທີ່ການເມືອງຂອງພັກ ແລະ ລັດໃນໄລຍະໃໝ່, ດັ່ງນັ້ນ, ຮຽກຮ້ອງມາຍັງຜູ້ທີ່ໄດ້ຮັບການແຕ່ງຕັ້ງໃໝ່ນີ້ ຈົ່ງເພີ່ມທະວີຄວາມເອົາໃຈໃສ່ຕໍ່ໜ້າທີ່ການເມືອງ, ຄວາມຮັບຜິດຊອບທີ່ຖືກມອບໝາຍ,ເພີ່ມທະວີຄວາມສາ​ມັກ​ຄີພາຍໃນ, ສືບຕໍ່ນໍາພາວຽກ​ງານພາຍໃນກົມກອງຂອງຕົນໃຫ້ນັບມື້ດີຂຶ້ນເປັນກ້າວໆ.

ຂ່າວ-ພາບ: ຂາວພອນ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa