ມອບ-ຮັບໜ້າທີ່ ປະທານຄະນະກໍາ​ມະການ ແລະ ຫົວໜ້າຫ້ອງວ່າການ ສະພາປະຊາຊົນແຂວງອັດຕະປື.

ວັນທີ 4 ມິຖຸນາ 2026, ທີ່ຫ້ອງ​ປະ​ຊຸມສະພາປະຊາຊົນແຂວງອັດຕະປື ໄດ້ຈັດພິທີມອບ-ຮັບໜ້າທີ່ລະ​ຫວ່າງ ປະທານຄະນະກໍາມະການ ແລະ ຫົວ​ໜ້າຫ້ອງວ່າການ (ຜູ້ເກົ່າ ແລະ ຜູ້ໃໝ່) ໂດຍການເປັນປະທານຂອງ ທ່ານ ບຸນເຖິງ ດວງສະຫວັນ, ເລຂາພັກແຂວງ, ປະທານສະພາປະ ຊາຊົນແຂວງ, ມີບັນດາທ່ານຄະນະປະຈຳສະພາປະຊາຊົນແຂວງ, ຄະ​ນະກໍາມະການ, ຄະນະຫ້ອງວ່າການ​, ຫົວໜ້າພະແນກການ, ສະມາຊິກສະພາປະຊາຊົນແຂວງ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ໃນພິທີໄດ້ຜ່ານມະຕິກອງປະຊຸມຄັ້ງປະຖົມມະລືກຂອງສະພາປະຊາຊົນແຂວງ ວ່າດ້ວຍການຮັບຮອງເອົາໂຄງປະກອບກົງຈັກຂອງສະພາປະ​ຊາຊົນແຂວງອັດຕະປື ຊຸດທີ V ການແຕ່ງຕັ້ງປະທານຄະນະກໍາມະການ ແລະ ຫົວໜ້າຫ້ອງວ່າການສະພາປະຊາຊົນແຂວງ, ພ້ອມທັງຮັບຟັງການລາຍງານຫຍໍ້ກ່ຽວກັບການປະ​ຕິບັດໜ້າທີ່ວຽກງານໃນໄລຍະ 5 ປີຜ່ານມາ ແລະ ທິດທາງໃນຕໍ່ໜ້າຂອງຄະນະກໍາມະການ ແລະ ຫ້ອງວ່າການສະພາປະຊາຊົນແຂວງ, ຈາກນັ້ນ, ກໍໄດ້ມີການເຊັນບົດບັນທຶກມອບ-ຮັບໜ້າທີ່ ດັ່ງນີ້: ປະທານຄະ​ນະກໍາມະການເສດຖະກິດ ແລະ ການເງີນ: ລະຫວ່າງ ທ່ານ ສຸກສຳ ລານ ໄຊຍະແສງ (ຜູ້ເກົ່າ) ແລະ ທ່ານ ນາງ ແສງອາລຸນ ວົງສາທິການ (ຜູ້ໃໝ່). ປະທານຄະນະກໍາມະການວັດທະນະທໍາ-ສັງຄົມ ແລະ ຊົນເຜົ່າ ລະຫວ່າງ ທ່ານ ແຫວນຄໍາ ປະທຸມ​ມະແສງ (ຜູ້ເກົ່າ) ແລະ ທ່ານ ນາງ ສຸກວິໄລ ວຽງໄຊ (ຜູ້ໃໝ່) ແລະ ຫົວ ໜ້າຫ້ອງວ່າການສະພາປະຊາຊົນແຂວງ ລະ ຫວ່າງ ທ່ານ ນາງ ແສງອາລຸນ ວົງສາທິການ (ຜູ້ເກົ່າ) ແລະ ທ່ານ ພົງສະຫວັນ ພົມມະວົງ (ຜູ້ໃໝ່).

ຕອນທ້າຍທ່ານ ບຸນເຖິງ ດວງສະຫວັນ ໄດ້ມີຄຳເຫັນໂອ້ລົມ ໂດຍໄດ້ເນັ້ນໜັກວ່າ: ການມອບ​-ຮັບ​ໜ້າ​ທີ່ໃນຄັ້ງນີ້ ແມ່ນການສືບຕໍ່ປັບປຸງ ແລະ ສັບຊ້ອນບຸກຄະລາກອນເຂົ້າໃນຕຳແໜ່ງງານທີ່ສຳຄັນຂອງສະພາປະຊາຊົນຂັ້ນແຂວງ,​ ທັງເປັນການເພີ່ມທະວີການນຳພາ-ຊີ້ນຳວຽກງານຂອງຄະນະກຳມະການ ແລະ ຫ້ອງວ່າການໃຫ້ດຳ​ເນີນໄປຢ່າງເປັນປົກ​ກະຕິ ແລະ ຕໍ່ເນື່ອງ. ທັງນີ້ ກໍເພື່ອຮັບປະກັນການຈັດຕັ້ງຜັນຂະຫຍາຍມະ​ຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ, ມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງອົງຄະນະພັກແຂວງອັດ​ຕະປື ແລະ ການຈັດຕັ້ງປະຕິບັດມະ​ຕິກອງປະຊຸມຄັ້ງປະຖົມມະລືກຂອງສະພາປະຊາ​ຊົນແຂວງ ເຂົ້າໃນການເຄື່ອນໄຫວວຽກງານຕົວຈິງຂອງກົງຈັກສະພາປະຊາຊົນແຂວງໃຫ້ມີປະສິດທິຜົນສູງສຸດ, ເພື່ອແນໃສ່ນຳເອົາຜົນປະ ໂຫຍດຕົວຈິງມາສູ່ປະ​ເທດຊາດ ກໍ່ຄືແຂວງອັດ​ຕະປື, ພ້ອມດຽວກັນນັ້ນ, ທ່ານຍັງໄດ້ສະ​ແດງຄວາມຍ້ອງຍໍຊົມເຊີຍຢ່າງຈິງ​ໃຈ ຕໍ່ຜົນງານອັນພົ້ນເດັ່ນທີ່ຄະນະກໍາມະການ ຫ້ອງວ່າການສະ​ພາປະ​ຊາຊົນແຂວງ ຊຸດທີ IV ຍາດມາໄດ້ໃນຕະຫຼອດໄລຍະ 5 ປີຜ່ານມາ ແລະ ຮຽກຮ້ອງໃຫ້ຜູ້ທີ່ໄດ້ຮັບໜ້າທີ່ໃໝ່ ຈົ່ງຍົກສູງຄວາມຮັບ​ຜິດຊອບການເມືອງ, ເພີ່ມທະວີຄວາມສາ​ມັກຄີເປັນເອກະພາບພາຍໃນ ແລະ ສືບຕໍ່ມູນເຊື້ອອັນດີງາມ ເພື່ອເຮັດໃຫ້ການປະຕິບັດໜ້າທີ່ວຽກ​ງານໃນໄລ​ຍະໃໝ່ ໄດ້ຮັບຜົນສຳເລັດຢ່າງສະ​ຫງ່າງາມ.

ຂ່າວ: ວິນັດ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa