ຍົກສູງບົດບາດການນຳພາຂອງພັກ ໃຫ້ເຂັ້ມແຂງ ໃນເງື່ອນໄຂໃໝ່.

ໂດຍ: ຊິບປະໄຊ
ໃນເງື່ອນໄຂໃໝ່, ພັກເຮົາໃນຖານະເປັນພັກກຳອຳນາດ ມີພາລະໜ້າທີ່ສຳຄັນໃນການນຳພາປະ ເທດຊາດ ແລະ ຮັບຜິດຊອບຕໍ່ຊະຕາກຳຂອງປະຊາຊົນທັງຊາດ. ການທີ່ປະເທດຊາດຈະສາມາດພັດທະ ນາກ້າວໜ້າ, ປະຊາຊົນມີຊີວິດທີ່ດີຂຶ້ນ, ປະເທດຊາດມັ່ງຄັ່ງເຂັ້ມແຂງ, ສັງຄົມມີຄວາມສາ ມັກຄີປອງ ດອງ, ປະຊາທິປະໄຕ, ຍຸຕິທຳ ແລະ ສີວິໄລນັ້ນ ປັດໄຈສຳຄັນປະການໜຶ່ງ ແມ່ນການຍົກສູງຄວາມສາມາດນຳພາຂອງພັກ ໃຫ້ທັນກັບຄວາມຮຽກຮ້ອງຕ້ອງການຂອງການພັດທະນາ ແລະ ສົມກັບພາ ລະກຳປະຫວັດສາດໃນໄລຍະໃໝ່.
ການຍົກສູງບົດບາດການນຳພາຂອງພັກໃຫ້ເຂັ້ມແຂງ ແມ່ນບັນຫາພື້ນຖານສຳຄັນທີ່ຕ້ອງເອົາໃຈໃສ່. ພັກຈະສາມາດຮັກສາບົດບາດການນຳພາໄດ້ຢ່າງໝັ້ນຄົງ ກໍຕໍ່ເມື່ອມີການກໍ່ສ້າງ, ປັບປຸງ ແລະ ປົວແປງຕົນເອງຢ່າງຮອບດ້ານ ເຮັດໃຫ້ພັກມີຄວາມປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນຢູ່ສະ ເໝີ, ສາມາດຮັບປະກັນບົດບາດເປັນກອງນຳໜ້າຂອງຊົນຊັ້ນກຳມະກອນ ແລະ ເປັນຕົວແທນສິດຜົນປະໂຫຍດຂອງຊາວຜູ້ອອກແຮງງານ ແລະ ປວງຊົນລາວທັງຊາດຢ່າງແທ້ຈິງ.
ການຍົກສູງບົດບາດການນຳພາຂອງພັກ ແມ່ນປັດໄຈຕັດສິນຕໍ່ການກ້າວໜ້າຂອງພາລະກິດປະຕິ ວັດ. ເອກະສານກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ ໄດ້ກຳນົດທິດທາງສຳຄັນໃນການສືບຕໍ່ນຳ ພາທົ່ວພັກ ແລະ ທົ່ວປວງຊົນ ເພື່ອຂັບເຄື່ອນປະເທດຊາດສູ່ເປົ້າໝາຍການພັດທະນາທີ່ກຳນົດໄວ້, ລວມທັງການຫຼຸດພົ້ນຈາກສະຖານະພາບດ້ອຍພັດທະນາ. ເຖິງວ່າຈຸດໝາຍ ແລະ ຄາດໝາຍດັ່ງກ່າວຈະມີຄວາມສຳຄັນຫຼາຍ ແຕ່ກໍມີຄວາມທ້າທາຍ ແລະ ຄວາມຫຍຸ້ງຍາກບໍ່ໜ້ອຍ. ດັ່ງນັ້ນ, ພັກຈຶ່ງຕ້ອງປັບປຸງຕົນ ເອງຢ່າງຕໍ່ເນື່ອງ ເພື່ອຍົກສູງຄວາມສາມາດນຳພາໃຫ້ທັນກັບສະພາບການ ແລະ ໜ້າທີ່ການເມືອງໃນໄລຍະໃໝ່.
ໃນການກໍ່ສ້າງ ແລະ ປັບປຸງພັກ ໃຫ້ສົມກັບການເປັນພັກກຳອຳນາດ, ພັກຕ້ອງມີສະຕິປັນຍາ, ມີຄຸນນະທຳ ແລະ ມີຄວາມສາມາດປັບຕົວໃຫ້ທັນກັບຍຸກສະໄໝ. ເອກະສານກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ ໄດ້ເນັ້ນໜັກເຖິງການຍົກສູງກຳລັງຄວາມສາມາດນຳພາ, ຄວາມສາມາດກຳອຳນາດ ແລະ ກຳລັງແຮງສູ້ຮົບຂອງຮາກຖານພັກ. ພ້ອມທັງປັບປຸງອົງການຈັດຕັ້ງພັກແຕ່ລະຂັ້ນ, ຍົກສູງບົດບາດການນຳພາຢູ່ທ້ອງຖິ່ນ, ຮາກຖານ, ກະຊວງ, ອົງການ ແລະ ຫົວໜ່ວຍການຜະລິດ-ທຸລະກິດຂອງລັດ ໃຫ້ມີຄວາມເຂັ້ມແຂງ, ສາມາດຫັນແນວທາງ, ມະຕິ ແລະ ຄຳສັ່ງຂອງພັກ ໄປສູ່ການປະຕິບັດຢ່າງມີປະສິດທິຜົນ. ນອກນັ້ນ, ຍັງຕ້ອງເອົາໃຈໃສ່ກໍ່ສ້າງຖັນແຖວພະນັກງານພັກ-ລັດ, ນັກຄົ້ນຄວ້າ ແລະ ນັກວາງນະໂຍບາຍ ໃຫ້ມີຄວາມຮູ້, ຄວາມສາມາດ ແລະ ຄຸນສົມບັດທີ່ເໝາະສົມກັບໜ້າທີ່. ຂະນະດຽວກັນ, ເອກະສານໂຄງການການເມືອງຂອງພັກ ສະບັບທີ III ກໍໄດ້ກຳນົດໃຫ້ຍົກສູງຄວາມເປັນແບບຢ່າງນຳໜ້າ ແລະ ຄວາມສາມາດນຳພາຂອງພະນັກງານການນຳແຕ່ລະຂັ້ນ ແລະ ສະມາຊິກພັກທຸກສະຫາຍ ໃນການປະຕິບັດໜ້າທີ່ການເມືອງ ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ.
ເຖິງວ່າໃນຊຸມປີຜ່ານມາ ພັກໄດ້ຕັ້ງໜ້າປັບປຸງຕົນເອງ ແລະ ນຳພາປະເທດຊາດກ້າວຂຶ້ນຢ່າງຕໍ່ເນື່ອງກໍຕາມ, ແຕ່ພາຍໃນພັກຍັງມີບາງບັນຫາທີ່ຕ້ອງໄດ້ຮັບການແກ້ໄຂຢ່າງຈິງຈັງ ແລະ ທັນການ. ບັນຫາສຳຄັນປະກອບມີ ການເສື່ອມຖອຍດ້ານຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ, ແບບແຜນວິທີການເຮັດວຽກ ແລະ ການດຳລົງຊີວິດ, ການຫ່າງເຫີນຈາກປະຊາຊົນ, ການຖືພັກພວກ ແລະ ການສວຍໃຊ້ອຳນາດໜ້າທີ່ເພື່ອສະແຫວງຫາຜົນປະໂຫຍດສ່ວນຕົວ. ນອກນັ້ນ, ການສໍ້ລາດບັງຫຼວງ ແລະ ການຟຸມເຟືອຍບາງຮູບແບບ ຍັງເປັນບັນຫາທີ່ຕ້ອງສຸມໃສ່ສະກັດກັ້ນ ແລະ ແກ້ໄຂຢ່າງເດັດຂາດ.
ປະກົດການຫຍໍ້ທໍ້ເຫຼົ່ານີ້ ບໍ່ພຽງແຕ່ກະທົບຕໍ່ປະສິດທິຜົນຂອງການນຳພາ ແລະ ການຄຸ້ມຄອງຂອງລັດເທົ່ານັ້ນ ແຕ່ຍັງກີດຂວາງການພັດທະນາເສດຖະກິດ-ສັງຄົມ ແລະ ບັ່ນທອນຄວາມເຊື່ອໝັ້ນຂອງປະຊາຊົນຕໍ່ພັກ. ດ້ວຍເຫດນີ້, ຄະນະບໍລິຫານງານສູນກາງພັກຈຶ່ງໄດ້ອອກມະຕິເລກທີ 67/ຄບສພ ລົງວັນທີ 20 ສິງຫາ 2026 ວ່າດ້ວຍການເພີ່ມທະວີການສະກັດກັ້ນ, ຕ້ານ ແລະ ແກ້ໄຂພະຍາດອາດຍາສິດ, ການສໍ້ລາດບັງຫຼວງ, ປະກົດການຫຍໍ້ທໍ້ ແລະ ການຟຸມເຟືອຍ ໃນກົງຈັກການຈັດຕັ້ງພັກ-ລັດ ແລະ ສັງຄົມ. ມະຕິດັ່ງກ່າວມີຄວາມສຳຄັນໃນການຜັກດັນການປັບປຸງວິໄນ, ຄຸນນະທຳ ແລະ ຄວາມໂປ່ງໃສ ຂອງກົງຈັກການນຳພາ ແລະ ການບໍລິຫານລັດ. ສະມາຊິກພັກທຸກສະຫາຍ ຈຶ່ງຕ້ອງຕັ້ງໜ້າຍົກສູງຄວາມສາມາດຂອງຕົນ ໃຫ້ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການຂອງການພັດທະນາ ແລະ ໜ້າທີ່ການເມືອງໃນປັດຈຸບັນ.
ເພື່ອຍົກສູງບົດບາດການນຳພາຂອງພັກໃຫ້ເຂັ້ມແຂງ ຄວນສຸມໃສ່ບັນດາດ້ານສຳຄັນດັ່ງນີ້:
ໜຶ່ງ: ຍົກສູງຄວາມສາມາດໃນການກຳນົດແນວທາງຂອງພັກໃຫ້ຖືກຕ້ອງ ແລະ ສອດຄ່ອງກັບພຶດຕິ ກຳ. ການຄົ້ນຄວ້າທິດສະດີ ແລະ ການສະຫຼຸບບົດຮຽນຈາກພຶດຕິກຳ ແມ່ນພື້ນຖານສຳຄັນໃນການຍົກສູງສະຕິປັນຍາ ແລະ ຄວາມສາມາດນຳພາຂອງພັກ. ດັ່ງນັ້ນ, ຕ້ອງເພີ່ມທະວີການຄົ້ນຄວ້າ, ສະ ຫຼຸບຕີລາຄາບົດຮຽນ ແລະ ປັບປຸງທິດສະດີໃຫ້ທັນກັບສະພາບຕົວຈິງ. ພ້ອມທັງຕ້ອງກຳນົດທິດທາງພັດທະນາໃຫ້ເໝາະສົມກັບສະພາບການສາກົນ ແລະ ເງື່ອນໄຂສະເພາະຂອງປະເທດ.
ສອງ: ຫັນແນວທາງ ແລະ ແຜນນະໂຍບາຍຂອງພັກ ໃຫ້ເປັນແຜນການ ແລະ ກົດໝາຍທີ່ສາມາດປະຕິບັດໄດ້ຈິງ. ການນຳເອົາແນວທາງຂອງພັກໄປສູ່ການປະຕິບັດ ຕ້ອງຍຶດໝັ້ນຫຼັກການທິດສະດີມາກ-ເລນິນ ໂດຍມີການປະຍຸກໃຊ້ຢ່າງສ້າງສັນ ແລະ ສອດຄ່ອງກັບສະພາບຕົວຈິງ. ຄະນະພັກແຕ່ ລະຂັ້ນ ຕ້ອງເພີ່ມທະວີຄວາມຮັບຜິດຊອບໃນການຄົ້ນຄວ້າ, ກຳແໜ້ນແນວທາງ ແລະ ແຜນນະໂຍ ບາຍ ເພື່ອຫັນເປັນແຜນງານ ແລະ ໂຄງການທີ່ຊັດເຈນ, ມີການກຳນົດເປົ້າໝາຍ, ມາດຕະການ ແລະ ກົນໄກຕິດຕາມປະເມີນຜົນ. ພ້ອມທັງກ້າປັບປຸງວິທີການນຳພາທີ່ບໍ່ຖືກຕ້ອງ ເພື່ອໃຫ້ແນວທາງ ແລະ ນະໂຍບາຍຂອງພັກເກີດຜົນເປັນຮູບປະທຳ.
ສາມ: ເພີ່ມທະວີການນຳພາປະຊາຊົນ ແລະ ຜັນຂະຫຍາຍແນວທາງຂອງພັກໃຫ້ເປັນຈິງ. ພັກເຮົາມີຮາກຖານຈາກຂະບວນການຕໍ່ສູ້ຂອງປະຊາຊົນ ແລະ ເຕີບໃຫຍ່ຂະຫຍາຍຕົວຈາກການສະໜັບສະ ໜູນຂອງມະຫາຊົນ. ສະນັ້ນ, ການນຳພາທຸກຂັ້ນຕ້ອງຖືປະຊາຊົນເປັນສູນກາງ, ໃຫ້ຄວາມສຳຄັນຕໍ່ຜົນປະໂຫຍດ ແລະ ຄວາມຕ້ອງການອັນຊອບທຳຂອງປະຊາຊົນ. ສະມາຊິກພັກ ແລະ ຄະນະພັກແຕ່ ລະຂັ້ນ ຕ້ອງໃກ້ຊິດຕິດແທດກັບປະຊາຊົນ, ຮັບຟັງຄວາມຄິດເຫັນ, ສະພາບຄວາມເປັນຢູ່ ແລະ ບັນ ຫາຄວາມຫຍຸ້ງຍາກຂອງປະຊາຊົນ. ພ້ອມທັງຊີ້ແຈງ ແລະ ອະທິບາຍແນວທາງຂອງພັກໃຫ້ປະຊາຊົນເຂົ້າໃຈ, ເຂົ້າຮ່ວມ ແລະ ເປັນເຈົ້າການໃນການຈັດຕັ້ງປະຕິບັດ.
ສີ່: ເພີ່ມທະວີການຕິດຕາມ ແລະ ກວດກາການປະຕິບັດແນວທາງຂອງພັກ. ຄະນະພັກແຕ່ລະຂັ້ນ ຕ້ອງເອົາໃຈໃສ່ຊີ້ນຳວຽກງານຕິດຕາມ ແລະ ກວດກາ ໃຫ້ສອດຄ່ອງກັບຫຼັກການຂອງພັກ ແລະ ກົດ ໝາຍຂອງລັດ. ຕ້ອງປັບປຸງລະບອບ, ລະບຽບການ ແລະ ກົນໄກການກວດກາໃຫ້ຮັດກຸມ, ຊັດເຈນ ແລະ ສາມາດກວດສອບໄດ້. ພ້ອມທັງສ້າງເງື່ອນໄຂໃຫ້ຂັ້ນລຸ່ມ, ແນວລາວສ້າງຊາດ, ບັນດາອົງການຈັດຕັ້ງມະຫາຊົນ, ສື່ມວນຊົນ ແລະ ປະຊາຊົນ ມີສ່ວນຮ່ວມຕິດຕາມການປະຕິບັດໜ້າທີ່ຂອງອົງການ ແລະ ພະນັກງານລັດ. ສຳຄັນທີ່ສຸດ ແມ່ນຕ້ອງຖືການປ້ອງກັນ ແລະ ແກ້ໄຂການສໍ້ລາດບັງຫຼວງເປັນໜ້າທີ່ຮັບຜິດຊອບຮ່ວມກັນຂອງຄະນະພັກທຸກຂັ້ນ ແລະ ທຸກອົງການຈັດຕັ້ງ.
ຫ້າ: ຕໍ່ສູ້ຕ້ານ ແລະ ແກ້ໄຂປະກົດການຫຍໍ້ທໍ້ພາຍໃນພັກຢ່າງທັນການ ແລະ ເຂັ້ມງວດ. ຄະນະພັກທຸກຂັ້ນ, ພະນັກງານ ແລະ ສະມາຊິກພັກ ຕ້ອງຕັ້ງໜ້າຝຶກຝົນຫຼໍ່ຫຼອມຄຸນທາດການເມືອງ, ຄຸນສົມ ບັດສິນທຳ ແລະ ຈິດໃຈຮັບໃຊ້ປະຊາຊົນ. ຕ້ອງເປັນແບບຢ່າງນຳໜ້າໃນການປະຕິບັດວິໄນ, ກົດລະ ບຽບ ແລະ ກົດໝາຍ, ພ້ອມທັງກ້າສຳຫຼວດກວດກາຕົນເອງ, ຕຳນິຕິຊົມ ແລະ ຊ່ວຍເຫຼືອເຊິ່ງກັນແລະກັນດ້ວຍຄວາມຈິງໃຈ. ເມື່ອພົບເຫັນການກະທຳຜິດ ຫຼື ປະກົດການຫຍໍ້ທໍ້ ຕ້ອງດຳເນີນການແກ້ໄຂຢ່າງທັນການ, ເດັດຂາດ ແລະ ເປັນທຳ, ໂດຍບໍ່ປົກປ້ອງ ຫຼື ປົກປິດການກະທຳຜິດ. ຂະນະດຽວກັນ, ຕ້ອງຕິດຕາມກວດກາຂົງເຂດທີ່ຕົນຮັບຜິດຊອບຢ່າງເປັນປະຈຳ ເພື່ອປ້ອງກັນບໍ່ໃຫ້ບັນຫາເລັກນ້ອຍລຸກລາມກາຍເປັນບັນຫາໃຫຍ່.

ສະຫຼຸບແລ້ວ, ການຍົກສູງບົດບາດການນຳພາຂອງພັກໃຫ້ເຂັ້ມແຂງ ແມ່ນວຽກງານສຳຄັນ ແລະ ເປັນເງື່ອນໄຂພື້ນຖານຕໍ່ການຮັບປະກັນບົດບາດການນຳພາຂອງພັກໃນໄລຍະຍາວ. ການທີ່ພັກຈະສາມາດນຳພາປະເທດຊາດສູ່ຄວາມວັດທະນາຖາວອນໄດ້ນັ້ນ ຕ້ອງເລີ່ມຈາກການກໍ່ສ້າງ ແລະ ປັບປຸງພັກໃຫ້ເຂັ້ມແຂງຮອບດ້ານ, ຍົກສູງຄວາມສາມາດຂອງຄະນະພັກ ແລະ ສະມາຊິກພັກທຸກສະຫາຍ, ເພີ່ມທະວີວິໄນ, ຄວາມໂປ່ງໃສ, ຄວາມຮັບຜິດຊອບ ແລະ ຄວາມໃກ້ຊິດກັບປະຊາຊົນ. ເມື່ອພັກມີຄວາມເຂັ້ມແຂງ ແລະ ມີຄວາມສາມາດນຳພາທີ່ສູງຂຶ້ນ ກໍຈະສາມາດຜັກດັນການພັດທະນາປະເທດຊາດໃຫ້ບັນລຸເປົ້າໝາຍທີ່ວາງໄວ້ ຄື: “ປະຊາຊົນຮັ່ງມີຜາສຸກ, ປະເທດຊາດມັ່ງຄັ່ງເຂັ້ມແຂງ, ສັງຄົມສາມັກຄີປອງດອງ, ມີປະຊາທິປະໄຕ, ຍຸຕິທຳ ແລະ ສີວິໄລ”.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa