
ໃນຄັ້ງວັນທີ 28 ກໍລະກົດ 2026 ເວລາ 13 ໂມງ 00 ນາທີ ຟາຍຫຼັງໄດ້ຮັບແຈ້ງຂໍ້ມູນຈາກຜົນລະ ເມືອງດີວ່າ ມີກຸ່ມຄົນຕ່າງປະເທດມາພັກເຊົາ ມີການເຄື່ອນໄຫວຜິດປົກກະຕິ ເຈົ້າໜ້າທີວິຊາສະເພາະ ກອງບັນຊາການ ປ້ອງກັນຄວາມສະຫງົບ ແຂວງອັດຕະປື ສົບທົບກັບ ເຈົ້າໜ້າທີ່ວິຊາສະເພາະ ກອງບັນຊາການ ປ້ອງກັນຄວາມສະຫງົບ ເມືອງສາມັກຄີໄຊ ແລະ ພາກສ່ວນທີ່ກ່ຽວ ຂ້ອງ ເຂົ້າທັບມ້າງກຸ່ມສໍ້ໂກງຊັບທາງອິນເຕີເນັດ ຫຼື ສະແກມເມີ້, ໂດຍການກວດຄົ້ນເຄຫະສະຖານ (ເຮືອນເຊົ່າ) ຈຸດໜຶ່ງ ຢູ່ທີ່ບ້ານເມືອງໃໝ່ ເມືອງສາມັກຄີໄຊ ຜ່ານການກວດຄົ້ນຂອງເຈົ້າໜ້າທີ່ວິຊາສະເພາະໄດ້ພົບເຫັນ, ໂນດບຸກ ຈໍານວນ 9 ເຄື່ອງ, ພັດສະປອດ ຈໍານວນ 4 ຫົວ, ຄົນຫວຽດນາມ ຈຳນວນ 4 ຄົນ ຄື:

1) ທ້າວ ຟາມຈຸງຫງຽນ ອາຍຸ 17 ປີ, ຫວ່າງງານ, ເຊື້ອຊາດ ແລະ ສັນຊາດ ຫວຽດນາມ, ປັດຈຸ ບັນຢູ່ ຕາແສງອີອາລາເວ, ເມືອງແອຊຸບ, ແຂວງດັກລັກ ຖືພັດສະປອດ ເລກທີ E05253344 .
2) ທ້າວ ເຈືອງຮ່ວາງລອງ, ອາຍຸ 18 ປີ, ຫວ່າງງານ, ເຊື້ອຊາດ ແລະ ສັນຊາດ ຫວຽດນາມ, ປັດຈຸບັນຢູ່ບ້ານ ເລກ5, ເມືອງເອຍເວ, ແຂວງດັກລັກ ຖືພັດສະປອດ ເລກທີ E04844902.
3) ທ້າວ ຫງຽນຕ໋ຽນວິງ ອາຍຸ 26 ປີ ຫວ່າງງານ, ເຊື້ອຊາດ ແລະ ສັນຊາດ ຫວຽດນາມ, ປັດຈຸບັນຢູ່ບ້ານ ໂທນໄບ, ເມືອງແອເກັດ, ແຂວງດັກລັກ ຖືພັດສະປອດ ເລກທີ E02695700.
4) ທ້າວ ຫງຽນວັນຮຶງ ອາຍຸ 23 ປີ, ຫວ່າງງານ, ເຊື້ອຊາດ ແລະ ສັນຊາດ ຫວຽດນາມ, ປັດຈຸບັນຢູ່ ຕາແສງ AR ມໍລໍ, ແຂວງດັກລັກ ຖືພັດສະປອດ ເລກທີ C9439349.

ຈຸດທີ 2 ຂອງວັນ ແລະ ເວລາດຽວກັນໄດ້ເຂົ້າກວດຄົ້ນ ເຮືອນເຊົ່າ ຢູ່ບ້ານເຊກອງ ເມືອງສາມັກຄີໄຊ ແຂວງອັດຕະປື ຜ່ານການກວດຄົ້ນຂອງເຈົ້າໜ້າທີ່ ວິຊາສະເພາະໄດ້ພົບເຫັນ ພັດສະປອດ ຈໍານວນ 4 ຫົວ, ຄົນຫວຽດນາມ ຈຳນວນ 2 ຄົນ ຄື:
1) ທ້າວ ຫງຽນວ້ຽດຮ່ວາງ ອາຍຸ 27 ປີ, ຫວ່າງງານ, ເຊື້ອຊາດ ແລະ ສັນຊາດ ຫວຽດນາມ, ປັດຈຸບັນຢູ່ເມືອງ ເຟືອງວັງຍາງ, ແຂວງຢາລາຍ.ຖືພັດສະປອດ ເລກທີ P02854363
2) ທ້າວ ຫຽນຮ່ວານ ອາຍຸ 35 ປີ, ຫວ່າງງານ, ເຊື້ອຊາດ ແລະສັນຊາດ ຫວຽດນາມ, ປັດຈຸບັນຢູ່ເມືອງ ຮາຕິງ, ແຂວງ ຮາຕິງ ຖືພັດສະປອດ ເລກທີ P01891323.
3) ທ້າວ ຫງຽນແທງຟັກ ອາຍຸ 22 ປີ, ວັນ, ພັດສະປອດເລກທີ K0456552 ບ້ານເກີດ ບິງດິງ (ບໍ່ຢູ່ເຫັນແຕ່ພັດຊະປອດຢູ່ໃນສະຖານທີ່)
4) ທ້າວ ເລເຟືອກເຈືອງ ອາຍຸ 26 ປີ, ວັນ, ພັດສະປອດເລກທີ E03456483 ບ້ານເກີດ ກວາງຈິ (ບໍ່ຢູ່ເຫັນແຕ່ພັດສະປອດຢູ່ໃນສະຖານທີ່)
ສາມາດກັກ-ຢຶດເຄື່ອງຂອງກາງໄດ້ດັ່ງນີ້: ປືນສັ້ນ 2 ກະບອກ, ລູກປືນສັ້ນ 7 ລູກ, ຄອມພິວເຕີໂນດບຸກ 3 ໜ່ວຍ, ຄອມຕັ້ງໂຕະ 2 ໜ່ວຍ, ປື້ມພັສປອດ 4 ຫົວ, ເຄື່ອງຊ໋ອດໄຟຟ້າ 1 ອັນ, ໂທລະສັບ 2 ໜ່ວຍ, ລົດຈິບສີຂາວ 1 ຄັນ ໝາຍເລກທະບຽນ ກຄ: 3216 ສະຫັວນນະເຂດ, ເຄື່ອງທຳຄວາມຮ້ອນລະບົບຄັອມ 56 ໜ່ວຍ, ໝໍ້ຮັຍພາວເວີຟາຍ 11 ໜ່ວຍ, ພັດລົມລະບາຍຄວາມຮ້ອນ 4 ໜ່ວຍ, ເຄື່ອງກະຈາຍໄຟ 9 ໜ່ວຍ, ໃດໂປມນ້ຳ 7 ໜ່ວຍ, ເຄື່ອງກະຈາຍສັນຍານອິນເຕີເນັດ 3 ໜ່ວຍ, ຂັອດຈ່າຍສັນຍານ 2 ໜ່ວຍ, ເຄື່ອງຮັບສັນຍານອິນເຕເນັດ 2 ໜ່ວຍ, ເຄື່ອງປ້ຳລົມ 1 ເຄື່ອງ, ຈັກຕັດຫຍ້າ 1 ເຄື່ອງ, ສາຍແຍກຄັອມພິວເຕີ 2 ໂຄ້ງ, ພັດລົມລະບາຍອາກາດ 6 ໜ່ວຍ, ທິນເນີ 2 ຕຸກໃຫຍ່, ສາຍສົ່ງອິນເຕີເນັດ 4 ໂຄ້ງ, ຊຸດລະບາຍນ້ຳທຳຄວາມຮ້ອນ 2 ຊຸດ, ປັກສຽບໄຟຟ້າ 3 ອັນ, ໂພນີສີດຳ 1ເຄື່ອງ, ເຄື່ອງຮັບສັນຍານອິນເຕີເນັດ ເຄືອຂ່າຍຢູນີເທວ 1 ເຄື່ອງ, ເຂດຄວາມຈຳຄັອມພິວເຕີ 1 ໜ່ວຍ, ໜ້າຈໍຄັອມພິວເຕີ ຄັອມຕັ້ງໂຕະ 6 ໜ່ວຍ.

ຜົນຂອງການສືບສວນ-ສອບສວນ ຂອງເຈົ້າໜ້າທີ່ວິຊາສະເພາະ ທ້າວ ຫງຽນທຽນບິງ ລາຍງານວ່າ: ຕົ້ນປີ 2026 ໄດ້ພົວພັນກັບ ທ້າວ ຖຽນ (ຄົນຫວຽດນາມ) ຈຸດປະສົງແມ່ນຈະມາຕັ້ງສູນສະແກມເມີ້ ຢູ່ແຂວງອັດຕະປື ຈາກນັ້ນ 6 ກໍລະກົດ 2026 ຈຶ່ງໄດ້ພາກັນເຂົ້າມາ ແຂວງອັດຕະປື ເພື່ອຊອກຫາສະຖານທີ່ເພື່ອເຊົ່າ ສ່ວນສະຖານທີ່ ແມ່ນທ້າວ ຖຽນ ເປັນຜູ້ເຊົ່າ ຢູ່ຂ້າງຕະຫຼາດ ເຊີ່ງເປັນເຮືອນຫ້ອງແຖວ 3 ຫ້ອງ 2 ຊັ້ນ, ຫ້ອງທີ 1 ຈີນເຊົ່າຂາຍເຄື່ອງ, ຫ້ອງທີ 2 ຈີນເຊົ່າເປັນບ່ອນພັກເຊົາ, ສ່ວນຫ້ອງທີ່ພວກກ່ຽວເຊົ່າ ແມ່ນຢູ່ຊັ້ນ 2 ເຊົ່າໃນລາຄາ ປີລະ 50 ລ້ານກີບ, ຈາກນັ້ນ ຈຶ່ງໄດ້ຊວນເອົາໝູ່ອີກ ຈໍານວນ 3 ຄົນ ມາເຮັດວຽກນໍາກັນ ໂດຍໄດ້ແບ່ງໜ້າທີ່ກັນ ໃຫ້ແຕ່ ລະຄົນ, ນໍາເອົາເຄື່ອງໂນດບຸກ ຈໍານວນ 9 ເຄື່ອງເຂົ້າມາ ເພື່ອຕົວະປະຊາຊົນຫວຽດນາມ ໃຫ້ຫຼົງເຊື່ອ ອ້າງຕົວເອງ ເປັນເຈົ້າໜ້າທີ່ຕໍາຫຼວດ ໃນການແລ່ນເອກະສານ ເອົາຄົນໄປຮຽນ, ເຮັດບັດປະຈໍາຕົວ ສົ່ງເລກບັນຊີໃຫ້ເປົ້າໝາຍ ໂອນເງິນກ່ອນ ເມື່ອໄດ້ເງິນແລ້ວ ກໍ່ໄດ້ບ໋ອກ ເບີໂທລະສັບ.
ທ້າວ ຫງຽນຫວຽດຮວ່າງ ໃຫ້ການວ່າ: ໃນປີ 2022 ໄດ້ຮູຈັກກັບ ທ້າວ ເລຮວາຍເຟືອງ ແຂວງໄທຫງຽນ ບັດສະປອດເລກທີ P02471444, ທ້າວ ເລຮວາຍເຟືອງ ໄດ້ຊວນມາເຮັດວຽກຄຸມເຄື່ອງຄອມພີວເຕີ ກ່ຽວກັບບິນຄອຍ (ກ່ອງຊີມບ໋ອກ) ໂດຍໄດ້ຄ່າຈ້າງເດືອນລະ 15 ລ້ານດົ້ງ, ປີ 2024 ຈຶ່ງໄດ້ເຂົ້າມາລາວ ນະຄອນປາກເຊ ແຂວງຈໍາປາສັກ ເຮັດໜ້າທີ່ຄຸມ ກ່ຽວກັບ ຄອມພີມເຕີ ຢູ່ໜ້າຈໍບິດຄອຍ ເດືອນ 12 ປີ 2025 ຈຶ່ງໄດ້ຍ້າຍມາເຮັດ ທີ່ແຂວງອັດຕະປື.

ປັດຈຸບັນ ທາງເຈົ້າໜ້າທີ່ວິຊາສະເພາະກິດ ຍັງຢູ່ໃນຂັ້ນຕອນການສືບສວນ-ສວບສວນ ຂະຫຍາຍຜົນຫາກຸ່ມເຄືອຂ່າຍ ຫົວໂປ່ໂຕການ ແລະ ປະກວບເອກະສານ ຕາມຂັ້ນຕອນຂອງກົດໝາຍ.
ຂ່າວ: ມໍໄຊ ຈັນມາວົງສີ.
ປກສ ແຂວງອັດຕະປື