
ວັນທີ 29 ກໍລະກົດ 2026 ນີ້, ທີ່ຫໍປະຊຸມໃຫ່ຍແຂວງອັດຕະປື, ໄດ້ຈັດພິທີປາຖະກະຖາວັນສ້າງຕັ້ງສາຍພົວພັນການທູດລາວ-ຈີນ, ຄົບຮອບ 65 ປີ (25 ເມສາ 1961-25 ເມສາ 2026) ແລະ ມອບ-ຮັບເງິນສະໜັບສະ ໜູນການສຶກສາ ຈາກສະຖານເອກອັກຄະລັດຖະທູດ ສປ ຈີນ ປະຈໍາ ສປປ ລາວ, ໂດຍການເຂົ້າຮ່ວມຂອງ ທ່ານ ບຸນເຖິງ ດວງສະຫວັນ ກໍາມະການສູນກາງພັກ, ເລຂາຄະນະບໍລິ ຫານງານພັກແຂວງ, ປະທານສະພາປະຊາຊົນແຂວງອັດຕະປື, ມີ ທ່ານ ນາງ ຟາງຫົງ ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ປະຊາຊົນຈີນ ປະຈຳ ສປປ ລາວ. ພ້ອມດ້ວຍຄະນະ, ມີບັນດາທ່ານຂະແໜງການສຶກສາຂັ້ນແຂວງ, ຂັ້ນເມືອງ ພ້ອມດ້ວຍບັນດານ້ອງນັກຮຽນ ແລະ ພໍ່ແມ່ຜູ້ປົກຄອງເຂົ້າຮ່ວມ.

ໃນພິທີ ທ່ານ ອຸດົມສິນ ສີຊານົນ ກຳມະການພັກແຂວງ, ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ໄດ້ລາຍງານວ່າ: ໃນສົກຮຽນ 2025 – 2026 ແຂວງອັດຕະປື ມີນັກຮຽນເກັ່ງໃນຂັ້ນມັດທະຍົມ ມ.4 ແລະ ມ.7 ຂັ້ນເມືອງ, ຂັ້ນແຂວງ ລວມທັງນັກຮຽນທີ່ເປັນຕົວແທນແຂວງອັດຕະປື ທີ່ໄປເສັງລະດັບຊາດມີ ຈຳນວນ 50 ນ້ອງ ເຊິ່ງແມ່ນເປົ້າໝາຍທີ່ຈະຮັບທຶນສົ່ງເສີມການສຶກສາຈາກສະຖານທູດ ສປ ຈີນ ປະສປປ ລາວ, ໄລຍະຜ່ານມາແຂວງອັດຕະປື ຍັງຂາດບຸກຄາລະກອນທີ່ມີຄວາມຮູ້ດ້ານພາສາຈີນ ແລະ ຕໍ່ໜ້າ ເພື່ອເປັນການຊຸກຍູ້ສົ່ງເສີມນັກຮຽນຜູ້ທີ່ຮຽນເກັ່ງ ສືບຕໍ່ຮຽນວິຊາສະເພາະ ໃນລະດັບຕ່າງໆ ເພື່ອປະກອບສ່ວນເຂົ້າໃນການພັດທະນາໃນຕໍ່ໜ້າ ແຂວງອັດຕະປື ແມ່ນມີຄວາມຕ້ອງການຢາກສົ່ງນັກຮຽນໄປຮຽນພາສາຈີນ ແລະ ວິຊາສະເພາະຢູ່ ສປ ຈີນ, ເພາະໃນໄລຍະຜ່ານມາແຂວງ ອັດຕະປື ຍັງບໍ່ເຄີຍໄດ້ຮັບທຶນຊ່ວຍເຫຼືອໃຫ້ນັກ ຮຽນໄປຮຽນພາສາຈີນ ແລະ ວິຊາສະເພາະຢູ່ ສປ ຈີນ ເທື່ອ, ສະນັ້ນ, ຈຶ່ງຂໍສະເໜີທ່ານນໍາສະເໜີຂັ້ນເທິງພິຈາລະນາແບ່ງປັນທຶນຊ່ວຍເຫຼືອຂອງລັດຖະບານຈີນ ກໍຄືບັນດາແຂວງ, ນະຄອນ ຂອງ ສປ ຈີນ ໃຫ້ແກ່ນັກຮຽນແຂວງອັດຕະປື ດ້ວຍ.

ໃນພິທີທ່ານ ນາງ ຟາງຫົງ ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ປະຊາຊົນຈີນ ປະຈຳ ສປປ ລາວ ໄດ້ມີຄໍາເຫັນວ່າ: ການສຶກສາ ເປັນບ່ອນອີງຄວາມຫວັງ ໃນການພັດທະນາປະເທດຊາດ ແລະ ເປັນຄວາມຫວັງຂອງທຸກໆ ຄອບຄົວ ທີ່ມີຕໍ່ອະນາ ຄົດ. ມື້ນີ້ ພວກເຮົາໄດ້ມອບທຶນການສຶກ ສາ ເອກອັກຄະລັດຖະທູດຈີນ ໃຫ້ແກ່ ນັກຮຽນດີ-ນັກຮຽນເກັ່ງ, ບໍ່ພຽງແຕ່ເປັນການຊຸກຍູ້ ແລະ ໃຫ້ກຳລັງໃຈ ໃຫ້ທຸກຄົນຂະຫຍັນພຽນໃນ ການຮຽນ ແລະ ສູ້ຊົນກ້າວໜ້າ ເທົ່ານັ້ນ, ແຕ່ຍັງຫວັງວ່າ ຈະເປັນແຮງບັນດານໃຈ ໃຫ້ແກ່ເຍົາວະຊົນ- ຊາວໜຸ່ມ ຈໍານວນຫຼາຍຂຶ້ນ ໃນການກໍາເອົາຄວາມຮູ້, ເພີ່ມພູນຄວາມສາ ມາດ,ປ່ຽນແປງໂຊກຊະຕາ ດ້ວຍການສູ້ຊົນ ແລະ ປະກອບສ່ວນສະຕິປັນຍາ ແລະ ເຫື່ອແຮງຂອງຕົນ ເຂົ້າໃນການພັດທະນາ ແລະ ສ້າງສາປະເທດຊາດ.

ຕະຫຼອດ 65 ປີຜ່ານມາ, ບໍ່ວ່າສະພາບການສາກົນ, ຈະມີການປ່ຽນແປງກໍຕາມ, ສອງປະເທດ ລາວ ແລະ ຈີນ ໄດ້ຮ່ວມສຸກຮ່ວມທຸກ ແລະ ຊ່ວຍເຫຼືອເຊິ່ງກັນ ແລະ ກັນມາໂດຍຕະຫຼອດ, ເປັນເພື່ອນບ້ານທີ່ດີ, ເພື່ອນມິດທີ່ດີ, ສະຫຍທີ່ດີ ແລະ ຄູ່ຮ່ວມມືທີ່ດີ ຢ່າງແທ້ຈິງ. ເປັນຫຍັງ ມິດຕະພາບ ລາວ-ຈີນ ຈຶ່ງສາມາດ ຜ່ານຜົນການທົດສອບ ໃນຍຸກສະ ໄໝປະຕິວັດ, ຜ່ານການທົດສອບ ຂອງການພັດທະນາຕາມຍຸກສະໄໝ ແລ້ວຍັງຄົງໝັ້ນຄົງ ແລະ ເຂັ້ມແຂງ ກໍເພາະວ່າ ມິດຕະພາບນີ້ ໄດ້ຖືກຈາລຶກຂຶ້ນ ໂດຍປະຊາຊົນສອງ ປະເທດ ທີ່ໄດ້ລັ່ງເຫື່ອສູບເລືອດ ແລະ ສູ້ຊົນຮ່ວມກັນ.
ສໍາລັບນັກຮຽນ-ນັກສຶກສາ, ຈະມີໂອກາດ ໃນການສຶກສາ ແລະ ເຕີບໃຫຍ່ ຂຶ້ນຕື່ມ. ໃນໄລຍະການ ຢ້ຽມຢາມຄັ້ງນີ້, ປະມຸກລັດຂອງສອງປະເທດ ໄດ້ຮ່ວມກັນຕົກລົງ ຈັດຕັ້ງປະຕິບັດ” ໂຄງການ 10,000 ຄົນ” ການຮ່ວມມືດ້ານຊັບພະຍາກອນມະນຸດ ລາວ-ຈີນ. ໃນຊຸມປີຕໍ່ໜ້ານີ້, ຝ່າຍຈີນ ຈະຝຶກອົບຮົມບຸກຄະລາກອນ ຄຸ້ມຄອງ ແລະ ເຕັກນິກວິຊາການ ຈໍານວນ 3,000 ຄົນ ໃຫ້ແກ່ລາວ ແລະ ແຕ່ລະປີ ຈະໃຫ້ມີນັກ ຮຽນລາວ 10,000 ຄົນ ເດີນທາງໄປສຶກສາຢູ່ ຈີນ ໃຫ້ບັນລຸໃນປີ 2028, ເພື່ອໃຫ້ເຍົາວະຊົນ-ຊາວໜຸ່ມ ລາວ ຈໍານວນຫຼາຍຂຶ້ນ ມີໂອກາດ ປ່ຽນແປງໂຊກຊະຕາ ດ້ວຍການສຶກສາ, ໃຊ້ຄວາມຮູ້ ເພື່ອສ້າງອະນາຄົດ. ບາງເທື່ອ ໃນອີກປີຂ້າງໜ້າ, ອາດຈະມີນັກຮຽນ ທີ່ນັ່ງຢູ່ທີ່ນີ້ ໄດ້ໄປສຶກສາຢູ່ ຈີນ, ກຳເອົາຄວາມຮູ້ໃໝ່, ເຕັກໂນໂລຊີໃໝ່, ແລ້ວກັບຄືນມາ ສ້າງສາບ້ານເກີດເມືອງນອນ ຂອງຕົນເອງ.

ທ່ານ ນາງ ຟາງຫົງ ເອກອັກຄະລັດຖະທູດວິສາມັນຍັງໄດ້ກ່າວອີກວ່າ: ບັນດານັກຮຽນ-ນັກສຶກສາ ຊາວໜຸ່ມ ແມ່ນອະນາຄົດ ຂອງປະເທດຊາດ ແລະ ກໍແມ່ນອະນາຄົດຂອງມິດຕະພາບ ລາວ-ຈີນ ເຊັ່ນກັນ. ຫວັງວ່າ ພວກນ້ອງຈະຈົດຈໍາ ມິດຕະພາບ ມູນເຊື້ອທີ່ການນໍາຮຸ້ນອ້າຍ ຂອງສອງປະເທດ ໄດ້ຮ່ວມກັນສ້າງຂຶ້ນ, ຈົດຈໍາວິລະຊົນ ຢູ່ສຸສານວິລະຊົນຈີນ, ຈົດຈໍາການສູ້ຊົນຮ່ວມກັນ ຢູ່ “ຖໍ້າຈີນ”, ຈົດຈໍາເມັດພັນມິດຕະພາບ ທີ່ໄດ້ຫວ່ານໄວ້ຢູ່ ໂຮງຮຽນ 67 ເພື່ອພະຍາຍາມ ກາຍເປັນຜູ້ສືບທອດ, ຜູ້ສ້າງສາ ແລະ ຜູ້ເຜີຍແຜ່ ມິດຕະພາບ ລາວ- ຈີນ, ເຮັດໃຫ້ ຕົ້ນໄມ້ ມິດຕະພາບ ລາວ-ຈີນ ຢັ່ງຮາກເລິກ, ໃບດົກໜາ ແລະ ໝັ້ນຄົງຕະຫຼອດກາລະນານ.

ໃນຕອນທ້າຍຂອງພິທີທ່ານ ບຸນເຖິງ ດວງສະຫວັນ ແລະ ທ່ານ ນາງ ຟາງຫົງ ໄດ້ມອບເງິນສະໝັບສະໜູນທຶນການສຶກໃຫ້ແກ່ນ້ອງນັກຮຽນເກັ່ງ ຈໍານວນ 50 ຄົນ, ໃນນີ້ ມ.4 ຈໍານວນ 24 ຄົນ ແລະ ມ.7 ຈໍານວນ 26 ຄົນ.
ຂ່າວ-ພາບ: ວົງສະໄໝ