ເຈົ້າໜ້າທີ່ ປກສ ແຂວງອັດຕະປື ທັບມ້າງ ກຸ່ມແກ້ງ ສະແກັມເມີ້

ພາຍຫຼັງ ໄດ້ຮັບເບາະແສ ຈາກການຂະຫຍາຍຜົນ ຫາເຄືອຂ່າຍ ກຸ່ມແກ້ງ ຊະແກັມເມີ້ ໃນຄັ້ງວັນທີ 31 ກໍລະກົດ 2026 ເວລາ 9 ໂມງ 37 ນາທີ ກອງບັນຊາການ ປ້ອງກັນຄວາມສະຫງົບ ແຂວງອັດ ຕະປື ໄດ້ແຕ່ງຕັ້ງ ໃຫ້ເຈົ້າໜ້າທີ່ ວິຊາສະເພາະລົງສົບທົບກັບເຈົ້າໜ້າທີ ປກສ ເມືອງໄຊເສດຖາ ເຂົ້າທັບມ້າງກຸ່ມແກ້ງ ສະແກັມເມີ ຢູ່ຫ້ອງແຖວແຫ່ງໜື່ງ ເຂດບ້ານຫາດຊາຍຂາວ ເມືອງໄຊເສດຖາ ແຂວງອັດຕະປື ຜ່ານການກວດຄົ້ນຂອງເຈົ້າໜ້າທີ່ວິຊາສະເພາະໃນຄັ້ງນີ້ ສາມາດກັກຕົວເປົ້າໝາຍໄດ້ຈໍານວນ 4 ຄົນ ຄື:

 

1) ທ້າວ ມາຍຖຸກບິງ ອາຍຸ 35 ປີ, ຫວ່າງງານ, ເຊື້ອຊາດ ແລະ ສັນຊາດ ຫວຽດນາມ, ປັດຈຸບັນຢູ່ ຕາແສງ ມິງຮຶງ, ແຂວງບິງເຜືອກ ບັດຜ່ານແດນ P02333331.

2) ທ້າວ ເຈີເຖ້ລິນ ອາຍຸ 43 ປີ, ຫວ່າງງານ, ເຊື້ອຊາດ ແລະ ສັນຊາດ ຫວຽດນາມ, ປັດຈຸບັນຢູ່ ຕາແສງວິງລ໋ອກ, ແຂວງເຫ້ງອານ ບັດຜ່ານແດນ E03539610

3) ທ້າວ ໂຫ້ວິນເລືອງ ອາຍຸ 25 ປີ, ຫວ່າງງານ, ເຊື້ອຊາດ ແລະ ສັນຊາດ ຫວຽດນາມ, ປັດຈຸບັນຢູ່ບ້ານສິບ, ເມືອງກິນເຊີນ, ແຂວງເຫ້ງອານ ບັດຜ່ານແດນ E01993746.

4) ທ້າວ ເຈີກ໋ວກເກືອງ ອາຍຸ 29 ປີ, ຫວ່າງງານ, ເຊື້ອຊາດ ແລະ ສັນຊາດ ຫວຽດນາມ, ປັດຈຸບັນຢູ່ ຕາແສງ ກວາງເຊີນ, ແຂວງເຫ້ງອານ ບັດຜ່ານແດນ P02356806.

ສາມາດກັກ-ຢຶດເຄື່ອງຂອງກາງໄດ້ດັ່ງນີ້: ຄອມພິວເຕີໂນດບຸກຈໍານວນ 5 ໜ່ວຍ, ປື້ມພັສປອດ ຈໍານວນ 5 ຫົວ, ໂທລະສັບຈໍານວນ 9 ໜ່ວຍ, ແປ້ນພິມຈໍານວນ 2 ອັນ, ໂທລະສັບເຄື່ອງຂອງຕິດຕົວຜູ້ຖືກຫາ 6 ໜ່ວຍ,ຍີ້ຫໍ້ໄອໂພນ 03 ໜ່ວຍ,ຍີ້ຫໍ້ຊໍາຊູບ 3 ໜ່ວຍ.

ສ່ວນການເຄືອນໄຫວຂອງພວກກ່ຽວ 4 ຄົນ ປັດຈຸບັນທາງເຈົ້າໜ້າທີ່ວິຊາສະເພາະຍັງຢູ່ໃນຂັ້ນຕອນການສືບສວນ-ສອບສວນຂະຫຍາຍຜົນ ແລະ ປະກອບເອກະສານຕາມຂັ້ນຕອນຂອງກົດໝາຍ.

 

ຂ່າວ: ມໍໄຊ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa