
ຕະຫຼອດໄລຍະ 6 ເດືອນຕົ້ນປີ 2026 ເຈົ້າໜ້າທີ່ ປກສ ເມືອງໄຊເສດຖາ, ແຂວງອັດຕະປື ໄດ້ສຸມໃສ່ການແກ້ໄຂບັນຫາປະກົດການຫຍໍ້ທໍ້ຕ່າງທີ່ເກີດຂື້ນພາຍໃນເມືອງ, ໃນນີ້ 6 ເດືອນຕົ້ນປີ ມີຄະດີອາຍາເກີດຂື້ນ 16 ເລື່ອງ, ກັກຜູ້ຖືກຫາໄດ້ 19 ຄົນ, ຍິງ 1 ຄົນ, ໃນນັ້ນ, ຄະດີລັກຊັບມີ 3 ເລື່ອງ, ຄະດີປຸ້ນຊັບມີ 2 ເລື່ອງ, ຄະດີທຳມິດສະຈານມີ 2 ເລື່ອງ, ຄະດີທໍາຮ້າຍຮ່າງກາຍມີ 4 ເລື່ອງ, ຄະດີຊຸກເຊື່ອງ ຊື້-ຂາຍຊັບຜິດກົດໝາຍ 2 ເລື່ອງ, ຄະດີທໍາສໍາເລົາເດັກ 1 ເລື່ອງ, ຄະດີເຜີຍແຜ່ສິ່ງລາມົກຜ່ານລະບົບຄອມພີວເຕີ 1 ເລື່ອງ, ຄະດີທໍາລາຍເອກະສານກາປະທັບ 1 ເລື່ອງ, ໄດ້ສະຫຼຸບສົ່ງໃຫ້ໄອຍະການ 2 ເລື່ອງ, ຊັດມ້ຽນ 11 ເລື່ອງ ສົ່ງໃຫ້ ປກສ ແຂວງດໍາເນີນ 1 ເລື່ອງ, ພວມດໍາເນີນ 8 ເລື່ອງ, ເກັບກູ້ເຄື່ອງຂອງກາງທີ່ຄັນຮ້າຍລັກໄປສົ່ງຄືນເຈົ້າຂອງມີເງິນ 11,390,000 ກີບ, ຄໍາ 2 ບາດ, ລົດຈັກ 1 ຄັນ ໂທລະສັບ 4 ໜ່ວຍ, ຄວາຍ 1 ໂຕ, ພ້ອມນັ້ນໄດ້ທັບມ້າງເປົ້າໝາຍຄ້າຂາຍຢາເສບຕິດ ໄດ້ 9 ຄັ້ງ, ກັກຜູ້ຖືກຫາ 11 ຄົນ, ຍິງ 3 ຄົນ, ຢຶດຂອງກາງຢາບ້າ 1,201 ເມັດ, ໂທລະສັບ 2 ໜ່ວຍ, ເງິນ 2,100,000 ກີບ, ສ່ວນຄະດີ ແມ່ນມອບໃຫ້ ປກ ສ ແຂວງ ສືບຕໍ່ດໍາເນີນ.
ທ່ານ ພັທ ລັບແກ້ວ ພົມປິດາ ກຳມະການພັກເມືອງ ຫົວໜ້າກອງບັນຊາການປ້ອງກັນຄວາມສະ ຫງົບເມືອງໄຊເສດຖາ ໄດ້ສຳພາດຫວ່າງບໍດົນນີ້ວ່າ: ຕະຫຼອດໄລຍະຜ່ານມາ ຄະນະພັກ, ຄະນະນໍາ ລວມທັງບັນດານາຍ ແລະ ພົນຕໍາຫຼວດ ຂອງກອງບັນຊາການ ປກສ ເມືອງໄຊເສດຖາ ໄດ້ເອົາໃຈໃສ່ຕໍ່ວຽກງານປ້ອງກັນຄວາມສະຫງົບ ໂດຍສະເພາະ ການແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ ແລະ ຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂ່ບັນຫາຢາເສບຕິດ, ໂດຍການເພີ່ມທະວີການນໍາພາ-ຊີ້ນໍາ ກໍາກຳລັງໃນການຈັດຕັ້ງປະຕິບັດໜ້າທີ່ວິຊາສະເພາະ, ສຸ່ມໃສ່ສະກັດກັ້ນ ແກ້ ໄຂ່ທັບມ້າງບັນດາປະ ກົດການຫຍໍ້ທໍ້ຢ່າງຕັ້ງໜ້າ ແລະ ເຂັ້ມງວດ, ສຸ່ມໃສ່ປະຕິບັດ 4 ຄາດໝາຍຂອງກະຊວງປ້ອງ ກັນຄວາມສະຫງົບວາງອອກຢ່າງຕໍ່ເນື່ອງ, ເອົາໃຈໃສ່ ຈັດຕັ້ງລົງໂຄສະນາ ເຜີຍແຜ່ລະບຽບ, ກົດໝາຍ ແລະ ຜົນຮ້າຍຂອງຢາເສບຕິບ, ເອົາໃຈໃສ່ ກວດກາ ຄຸ້ມ ຄອງຄົນຕາງປະເທດ ແລະ ພົນ ລະເມືອງລາວທີ່ມາພັກເຊົາ, ຫັນເອົາກໍາລັງກໍ່ສ້າງຮາກຖານ, ປັບ ປຸງຊຸກຍູ້ ປກສ ກຸ່ມ ແລະ ປກສ ບ້ານໃຫ້ມີຄວາມເຂັ້ມແຂງ ຕອບສະໜອງໃຫ້ແກ່ວຽກງານ.
ເຊິ່ງເມືອງໄຊເສດຖາ ເປັນເມືອງທີ່ມີວັດທະນາທໍາເກົ່າແກ່ສືບທອດມໍລະດົກແຫ່ງຊາດລະດັບທ້ອງ ຖິ່ນ ທັງເປັນເຂດກະສິກຳ-ອຸດສາຫະກຳ, ມີການລົງທຶນຂອງເອກຊົນພາຍໃນ ແລະ ຕ່າງປະເທດ, ການທ່ອງທ່ຽວ, ຢ້ຽມຢາມ, ພັກເຊົາ, ເຮັດທຸລະກິດຄ້າ-ຂາຍ, ອອກແຮງງານ, ເຂົ້າ- ອອກຂອງ ພົນ ລະເມືອງລາວ, ຊາວຕ່າງປະເທດກໍ່ມີຫຼາຍທີ່ສຸດ ຈາກສະພາບຈຸດພິເສດດັ່ງກ່າວໄດ້ກາຍເປັນສິ່ງທີ່ ທາຍ ແລະ ເອື້ອອໍານວຍໃຫ້ແກ່ກຸ່ມຄົນບໍ່ດີມີການເຄື່ອນໄຫວສ້າງຄວາມບໍ່ສະຫງົບເກີດມີບັນຫາ ປະກົດການຫຍໍ້ທໍ້ຢູ່ໃນເມືອງ ເປັນຕົ້ນ ສະພາບບັນຫາຢາເສບຕິດ, ການປຸ້ນຈີ້, ການຊີງຊັບ, ການລັກຊັບພົນລະເມືອງ, ການຄ້າຂາຍເຖື່ອນ, ການລັກລອບຄຸດຄົ້ນຊັບ ພະຍາກອນທຳມະ ຊາດ, ການນໍາໃຊ້ອາວຸດເສິກ ປືນແກັບ, ໝໍ້ຊັອດໝໍ້ດູດໃນການຫາປາລ່າສັດປ່າທີ່ຫ່ວງຫ້າມ, ບັນຫາອຸ ປະຕິເຫດຕາມທ້ອງະໜົນ, ການເຂົ້າອອກ, ອອກເຂົ້າຂອງ ພົນລະ ເມືອງລາວ ຊາວຕ່າງປະ ເທດ, ການຕັ້ງຖິ່ນ ຖານພູມລໍາເນົາ, ການລັກບອບປະກອບອາຊີບທີ່ບໍ່ຖືກ ລະບຽບກົດໝາຍ ເຊີ່ງເຮັດໃຫ້ສ້າງຜົນເສຍ ຫາຍທາງດ້ານວັດຖຸ ແລະ ຈິດໃຈ ສ້າງຜົນກະທົບຕໍ່ ຄວາມບໍ່ສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ ແລະສົ່ງຜົນກະທົບຕໍ່ການພັດທະນາເສດຖະກິດ-ສັງ ຄົມຂອງເມືອງ.
ທ່ານ ພັທ ລັບແກ້ວ ພົມປິດາ ຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບເມືອງໄຊເສດຖາຍັງໄດ້ຮຽກຮ້ອງມາຍັງພະນັກງານ-ລັດຖະກອນ, ນັກທູລະກິດ, ຊາວຄ້າຂາຍ, ປະຊາຊົນບັນດາເຜົ່າພາຍໃນເມືອງ ຈົ່ງຍົກສຸງສະຕິເຄົາລົບລະບຽບກົດໜາຍຢ່າງເຂັ້ມງວດ, ເປັນເຈົ້າການປະ ກອບສ່ວນເຂົ້າໃນວຽກງານປ້ອງກັນຄວາມສະຫງົບ, ຍົກສູງສະຕິຕໍ່ກົມອຸບາຍເລ່ລ່ຽມການເຄື່ອນໄຫວຂອງກຸ່ມບໍດີເພື່ອສ້າງຄວາມບໍ່ສະຫງົບແລະຄວາມເປັນລະບຽບຮຽບຮ້ອຍຂອງສົງຄົມ.
ຂ່າວ: ວັດທະນາ