ເມືອງໄຊເສດຖາ ສຳເລັດກອງປະ​ຊຸມຄົບຄະນະບໍລິຫານງານພັກເມືອງເປີດກວ້າງ ຄັ້ງທີ 6 ສະ​ໄໝທີ IX

ກອງປະຊຸມຄົບຄະນະເປີດກວ້າງ ຄັ້ງທີ 6 ສະໄໝທີ IX​ ຂອງຄະນະບໍ​ລິຫານງານພັກເມືອງ ໄຊເສດຖາ,​ແຂວງອັດຕະປື ໄດ້ໄຂຂື້ນໃນລະຫ່ວາງວັນທີ 30 – 31 ກໍລະກົດ 2026 ທີ່ຫ້ອງປະຊຸມຫ້ອງວ່າການເມືອງ,​ ໂດຍການເປັນປະທານຂອງ ສະ​ຫາຍ ສົມໄຊ ແກ້ວມະນີວັນ ກຳມະ​ການພັກແຂວງ ເລຂາພັກເມືອງ​,ໂດຍໃຫ້ກຽດເຂົ້າຮ່ວມຂອງ ສະ​ຫາຍ ນາງ ມີນາພອນ ໄຊຊົມພູ ຮອງເລຂາພັກແຂວງ, ມີບັນດາສະຫາຍຄະນະປະຈຳພັກເມືອງ,​ ກຳມະການພັກເມືອງ, ຄະນະພັກຮາກຖານ​ 3​ ຕາແສງ ແລະ ພະນັກງານຫຼັກແຫຼ່ງເຂົ້າຮ່ວມ.

ກອງປະຊຸມ​ໄດ້ຜ່ານບົດລາຍງານການເມືອງຕີລາຄາຜົນການນໍາພາ-ຊີ້ນໍາວຽກງານຮອບດ້ານ ຂອງຄະນະບໍລິຫານງານພັກເມືອງ ປະຈຳ 6 ເດືອນຕົ້ນປີ ແລະ ທິດທາງແຜນ​ການ 6 ເດືອນ ທ້າຍປີ 2026,​ ຜ່ານແຜນພັດທະນາເສດຖະກິດ-ສັງຄົມ 6 ເດືອນຕົ້ນປີ ແລະ ທິດທາງແຜນ​ການ 6 ເດືອນ ທ້າຍປີ 2026,​ ຜ່ານຮ່າງສໍາຫຼວດການນໍາພາລວມຂອງຄະນະບໍລິຫານງານພັກເມືອງ 6 ເດືອນ. ເຊິ່ງໄດ້ຕີ ລາຄາການນໍາພາ-ຊີ້ນໍາ ຂອງອົງຄະນະພັກເມືອງ ໂດຍສະເພາະຂົງເຂດວຽກວຽກກໍ່ສ້າງຮາກຖານການເມືອງ, ພັດທະ​ນາຊົນນະບົດ ແລະ ວຽກ 3 ສ້າງ ໄດ້ປະເມີນຄືນແຜນການຮັບຮອງການສ້າງບ້ານໃຫ່ຍກາຍເປັນຕົວເມືອງໃນຊົນນະບົດ 2 ບ້ານ ຕາມ 16 ມາດ​ຖານຄື: ບ້ານໃຫ່ຍອຸດົມ ແລະ ບ້ານຫາດຊັນ ບັນລຸໄດ້ 12 ມາດຖານ ເທົ່າກັບ 75%, ບໍ່ບັນລຸ 4 ມາດຖານ ເທົ່າກັບ 25%; ສຸມໃສ່ການປະເມີນຄືນມາດຖານພົ້ນທຸກ ແລະ ມາດ​ຖານພັດທະນາ ຕາມດຳລັດ 348/ລບ ໃນ 22 ບ້ານ, ມີຄອບຄົວທັງ ໝົດ 8,601 ຄອບຄົວ, ມີພົນລະ​ເມືອງ 40,413 ຄົນ, ຍິງ 20,350 ຄົນ; ໃນນີ້ ມີຄອບຄົວພົ້ນທຸກ 8,108 ຄອບຄົວ ເທົ່າກັບ 94.27%,​ບໍ່ພົ້ນທຸກຍັງເຫຼືອ 493 ຄອບຄົວ ເທົ່າກັບ 5.73%, ຄອບຄົວພັດທະ​ນາ 8,032 ຄອບຄົວ ເທົ່າກັບ 93.​38% ແລະ ບ້ານພັດທະນາ 21 ບ້ານ ເທົ່າກັບ 95.45%; ຍັງຄ້າງ 1 ບ້ານ ເທົ່າກັບ 4.55% ວຽກງານ 3 ສ້າງສຸມໃສ່ປະເມີນການສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ ຕາມ 5 ດ້ານ 47 ຕົວຊີ້ບອກ, ຍັງບໍ່ທັນບັນລຸ 3 ຕົວຊີ້ບອກ ແລະ ການປະ​ກາດບັນດານາມມະຍົດຂອງຂະແໜງການເປັນຕົ້ນ: ນາມມະຍົດ 3 ດີ 6 ຮັກສາ, ບ້ານປ້ອງກັນຄວາມສະ​ຫງົບດີ ແລະ ບ້ານປ້ອງກັນຊາດເຂັ້ມແຂງ,​ ວຽກ ປກຊ – ປກສ ໄດ້ເອົາໃຈໃສ່ຕິດຕາມກວດກາ ແລະ ສະກັດກັ້ນ ບັນຫາປະກົດການຫຍໍ້ທໍ້ທີ່ເກີດຂື້ນພາຍໃນເມືອງ ພ້ອມທັງໄດ້ທັບມ້າງ ຄະດີຢາເສບຕິດແລະ ທັບມ້າງການຄ້າ-ຂາຍ ໃບກະທ້ອມໄດ້ 10 ຄັ້ງ ໄດ້ກັກຕົວເປົ້າໝາຍ 12 ຄົນ, ຍິງ4 ຄົນ; ຢຶດຂອງກາງ ປະເພດຢາບ້າໄດ້ 1,201 ເມັດ, ໃບກະທ້ອມຈຳນວນ 2.​5 ກິໂລ, ນໍ້າຫົວເຊື້ອ 42 ແກ້ວ, ໂທລະສັບ 3 ເຄື່ອງ, ເງິນ 2,300,000 ກວ່າກີບ ໄດ້ສືບຕໍ່ສຶກສາອົບຮົມເປົ້າໝາຍ ເສບຢາເສບຕິດ (ຢາບ້າ) ແລະມົ້ວສຸມ ດື່ມນໍ້າກະທອມ ໄດ້ 8 ຄັ້ງມີຈຳນວນຜູ້ກະທຳຜິດ 19 ຄົນ, ຍິງ 5 ຄົນ; ໄດ້ລົງເຜີຍແຜ່ລະບຽບກົດໝາຍ ແລະ ຜົນຮ້າຍຂອງຢາເສບຕິດຢູ່ 1 ໝວດໂຮງຮຽນ, ຈໍານວນພົນເຂົ້າຮ່ວມທັງໝົດ 461 ຄົນ, ຍິງ 265 ຄົນ,​ ວຽກງານ ເສດຖະກິດ. (ສຸມໃສ່ 4 ເປົ້າໝາຍຫລັກ) ສາມາດເກັບລາຍຮັບໄດ້ 26,665 ລ້ານກວ່າກີບ ເທົ່າກັບ 59.​33%; ປະຕິບັດລາຍ​ຈ່າຍໄດ້ 23,340 ລ້ານກວ່າກີບ ເທົ່າກັບ 45.​13%, ສ້າງຄວາມເຂັ້ມແຂງດ້ານການເກັບລາຍຮັບຫັນເປັນລະບົບທັນສະໄໝ ປະຕິບັດໄດ້ 85%, ເອົາຂໍ້ມູນຕອນດິນເຂົ້າລະ​ບົບ ທຽບໃສ່ແຜນຂອງແຂວງລື່ນແຜນ 16.​21% ແລະ ທຽບແຜນຂອງເມືອງລື່ນ ແຜນ 0.76%,​ ວຽກງານວັດທະນະທໍາ – ສັງຄົມ ແລະ ບໍລິ ຫານລັດ. (ສຸມໃສ່ 3 ເປົ້າໝາຍຫຼັກ)ສຸມໃສ່ການນໍາພາ-ຊີ້ນໍາການຈັດຕັ້ງປະຕິບັດ 12 ຄາດໝາຍຂອງຂະແໜງການສຶກສາ ບັນລຸ 9 ຄາດ​ໝາຍ ແລະ ຍັງບໍ່ທັນສາມາດບັນລຸໄດ້ 3 ຄາດໝາຍ, ສຸມໃສ່ການປະຕິ ບັດ 14 ຕົວຊີ້ວັດຂອງຂະແໜງການສາທາລະນະສຸກ ບັນລຸແລ້ວ 12 ຕົວຊີ້ວັດ, ຍັງບໍ່ບັນລຸ 2 ຕົວຊີ້ວັດ, ເອົາ​ໃຈໃສ່ປະຕິບັດ 5 ດີ 1 ພໍໃຈ ຢູ່ໂຮງ ໝໍຊຸມຊົນ ແລະ ໂຮງໝໍນ້ອຍ 5 ແຫ່ງຢ່າງຕັ້ງໜ້າ ແລະ ບໍລິການດ້ານ ສຸຂະພາບ ສຸຂະສຶກສາແບບເຄື່ອນທີ່ ໃຫ້ປະຊາຊົນ, ພ້ອມດຽວກັນນັ້ນຍັງສ້າງຂະບວນການຕອບໂຕ້ການລະ ບາດ ຂອງຍຸງລາຍຢ່າງເປັນຂະບວນ​ການຟົດຟື້ນ,​ ສົ່ງເສີມການສ້າງສີມືແຮງງານເຂົ້າຝຶກອົບຮົມວິຊາຊີບຢູ່ສູນພັດທະນາແຮງງານ 24 ຄົນ, ຍິງ 15 ຄົນ ແລະ ພັດທະນາສີມືແຮງ​ງານພາກບໍລິສັດໄດ້ 197 ຄົນ,​ ເກັບກຳການນໍາໃຊ້ແຮງງານຕ່າງປະເທດ 39 ຫົວໜ່ວຍ ມີແຮງງານ 115 ຄົນ, ຍິງ 57 ຄົນໃນນັ້ນ ແລະ ໄດ້ມອບ​-ຮັບເງິນນະໂຍບາຍໃຫ້ພະນັກງານທີ່ເຮັດການປະຕິວັດຊາດ 1954 ຄືນຫຼັງມີ 563 ທ່ານ ມູນຄ່າ 8,347 ລ້ານກວ່າກີບ ແລະ ເມືອງມອບເງິນນະໂຍບາຍໃຫ້ພະນັກງານທີ່ເຮັດການປະຕິວັດຊາດ 4 ທ່ານ, ຍິງ 2 ທ່ານ ມູນຄ່າ 57 ລ້ານກວ່າກີບ,​ ມອບເຄື່ອງຊ່ວຍເຫຼືອໃຫ້ຜູ້ອານາຖາ ຈໍານວນ 152 ຄອບຄົວ ລວມມູນຄ່າ 178 ລ້ານກວ່າກີບ,​ ໄດ້ປະເມີນຄືນຄອບຄົວ ແລະ ບ້ານວັດທະ​ນະທຳໄດ້ 5 ບ້ານ,​ ປະຈຸບັນສ້າງບ້ານ ວັດທະນະທໍາ ໄດ້ 21 ບ້ານ ເທົ່າກັບ 95.​45%, ຍັງຄ້າງ 1 ບ້ານ, ຕິດຕາມ ກວດກາຄຸ້ມຄອງ ເຮືອນພັກ, ຮ້ານອາຫານ ແລະ ຮ້ານບັນເທິງ ຢ່າງເປັນປົກກະຕິ,​ ສໍາຫຼວດ ແລະ ຂື້ນບັນຊີແຫຼ່ງທ່ອງທ່ຽວທັງໝົດ 12 ແຫ່ງ,​ ແຫຼ່ງທ່ອງ​ທ່ຽວທາງທຳມະ​ຊາດ 6 ແຫ່ງ, ດ້ານປະ​ຫວັດສາດ 3 ແຫ່ງ ແລະ ດ້ານວັດທະນະທໍາ 3 ແຫ່ງ, ຕະຫຼອດຮອດຂົງເຂດວຽກງານຕ່າງໆພາຍໃນເມືອງ ກໍ່ໄດ້ຮັບການຈັດຕັ້ງປະຕິບັດໄປພ້ອມໆກັນ.
ຕອນທ້າຍກອງປະຊຸມສະຫາຍ ນາງ ມີນາພອນ ໄຊສົມພູ ຮອງເລຂາພັກແຂວງ ໄດ້ມີຄໍາເຫັນໂອລົມຕໍ່ກອງປະຊຸມ,​ ໂດຍຮຽກຮ້ອງໃຫ້ບັນດາສະຫາຍໃນອົງຄະນະພັກເມືອງ, ຈົ່ງສືບຕໍ່ຮັກ​ສາມູນເຊື່ອໃນການນໍາພາ-ຊີ້ນໍາທຸກຂົງເຂດວງກງານຕົນໃຫ້ມີຜົນສໍາເລັດອັນໃຫຍ່ຫຼວງຂື້ນກວ່າເກົ່າ, ພ້ອມທັງຖືເອົາຄວາມສາມະຄີພາຍໃນອົງຄະນະພັກເມືອງໃຫ້ເປັນປືກແຜ່ນ, ແໝ້ນໝາ,ຈົ່ງເຊີດຊູຄວາມເປັນເຈົ້າການ ແລະ ຄວາມ​ຮັບຜິດຊອບຕົນ ສຸມທຸກສະຕິປັນ​ຍາເຫື່ອແຮງ​, ຄວາມຮູ້, ຄວາມສາ ມາດເຂົ້າໃນການນໍາພາ -ຊີ້ນໍາ ທຸກຂົງເຂດວງກງານພາຍໃນເມືອງ​ໃຫ້ປະ​ສົບຜົນສໍາເລັດຕາມຄາດໝາຍທີ່ວ່າງໄວ້.​

ຂ່າວ: ພຸດປະສົງ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa