ອັດຕະປື ສະຫຼຸບຜົນງານ 5 ປີ ວຽກງານຈັດຕັ້ງ ພ້ອມວາງທິດທາງແຜນການ 5 ປີຕໍ່ໜ້າ

ວັນທີ 22 ຕຸລາ 2026, ແຂວງອັດຕະປື ໄດ້ຈັດກອງປະຊຸມສະຫຼຸບຜົນການເຄື່ອນໄຫວວຽກ​ງານຈັດ ຕັ້ງ ແລະ ການປົກຄອງ ໄລຍະ 5 ປີ (2021-2025) ພ້ອມວາງທິດທາງແຜນການ 5 ປີ (2026-2030) ຂື້ນທີ່ຫໍປະຊຸມໃຫຍ່ແຂວງ, ໂດຍເປັນກຽດເຂົ້າຮ່ວມຂອງສະຫາຍ ນາງ ມີນາພອນ ໄຊສົມພູ ຮອງເລຂາພັກແຂວງ, ມີ ສະຫາຍ ປອ ຄອນສະຫວ່າງ ພິມມະສອນ ຄະນະປະຈຳພັກແຂວງ, ຫົວໜ້າຄະນະຈັດຕັ້ງແຂວງ, ພ້ອມດ້ວຍຄະນະພັກ, ຄະນະນຳຂັ້ນແຂວງ, ຂັ້ນເມືອງ ແລະ ແຂກຖືກເຊີນເຂົ້າ​ຮ່ວມ.

ໃນ​ທີ່​ປະຊຸມ​ ສະຫາຍ ນາງ ດວງໄຊ ສີວົງສາ ຮອງຫົວໜ້າຄະ​ນະຈັດຕັ້ງແຂວງ ໄດ້ຜ່ານຮ່າງບົດສະຫຼຸບຜົນງານໃນໄລຍະ 5 ປີຜ່ານມາ ໂດຍວຽກງານຈັດຕັ້ງຂອງແຂວງມີຜົນງານສຳຄັນຫຼາຍດ້ານ,​ ດ້ານການກໍ່ສ້າງພັກ ໄດ້ປະເມີນໜ່ວຍພັກລວມ 2,​951 ເທື່ອໜ່ວຍ, ໃນນັ້ນ ໜ່ວຍພັກປອດໃສ,​ ເຂັ້ມແຂງ,​ ໜັກແໜ້ນ 1,​292 ເທື່ອໜ່ວຍ ເທົ່າກັບ 43.​78%, ໜ່ວຍພັກແຂງ 1,383 ເທື່ອໜ່ວຍ, ໜ່ວຍພັກກາງ 270 ເທື່ອໜ່ວຍ ແລະ ໜ່ວຍພັກອ່ອນ 6 ເທື່ອໜ່ວຍ,​ ດ້ານການຄຸ້ມຄອງພະນັກງານ-ລັດຖະກອນ, ແຂວງມີພະນັກງານ-ລັດຖະກອນທັງ​ໝົດ 5,​194 ທ່ານ, ຍິງ 2,​203 ທ່ານ, ໃນນັ້ນ ຂັ້ນແຂວງ 2,168 ທ່ານ ແລະ ຂັ້ນເມືອງ 3,​026 ທ່ານ, ເພີ່ມຂຶ້ນ 719 ທ່ານ ທຽບໃສ່ປີ 2021. ພ້ອມນີ້ ໄດ້ນຳໃຊ້ລະບົບຖານຂໍ້ມູນດິຈິຕອນເຂົ້າໃນການຄຸ້ມຄອງຈຳນວນພົນ, ເງິນເດືອນ ແລະ ຂໍ້ມູນລັດຖະກອນ. ສ່ວນວຽກງານຍ້ອງຍໍຮັກຊາດ ແລະ ພັດທະນາ ໄດ້ຕິດຕາມຜົນງານ 54 ພາກສ່ວນ ແລະ ສະເໜີຍ້ອງຍໍບຸກຄົນ ແລະ ການຈັດຕັ້ງ ລວມ 34,​464 ເທື່ອຄົນ.

ສຳລັບວຽກງານລົງວິໄນ, ໃນໄລຍະ 5 ປີຜ່ານມາ ໄດ້ພິຈາລະນາລົງວິໄນສະມາຊິກພັກ ແລະ ພະ​ນັກງານລວມ 230 ສະຫາຍ, ຍິງ 51 ສະຫາຍ, ເພື່ອຮັກສາລະບຽບວິໄນ ແລະ ຍົກສູງຄຸນນະ​ພາບການຈັດຕັ້ງ.

ສ່ວນທິດທາງແຜນການ 5 ປີ (2026-2030), ແຂວງອັດຕະປື​ ໄດ້ກຳນົດ 6 ວຽກງານຈຸດສຸມ ຄື: ຍົກສູງວຽກງານການເມືອງ-ແນວຄິດ ແລະ ທິດສະດີຂອງພັກ,​ ເພີ່ມທະວີການສຶກສາອົບ​ຮົມສະມາ ຊິກພັກ ແລະ ພະນັກງານ,​ ສ້າງພັກໃຫ້ປອດໃສ,​ ເຂັ້ມແຂງ,​ ໜັກແໜ້ນ ຄວບຄູ່ກັບການກວດກາ ແລະ ປັບປຸງກົງຈັກລັດ,​ ຍົກລະ ດັບຄຸນນະພາບວຽກງານພະນັກງານ ແລະ ສ້າງຖັນແຖວຜູ້ນຳທີ່ມີຄວາມຮູ້ ຄວາມສາມາດ ແລະ ຈັນຍາບັນ,​ ປັບປຸງກົງຈັກລະບົບການເມືອງໃຫ້ກະທັດຮັດ ໂປ່ງໃສ ແລະ ມີປະສິດທິພາບ,​ ແລະ ສ້າງລະບຽບການດ້ານຈັດຕັ້ງ ແລະ ການປົກຄອງຂອງແຂວງໃຫ້ເປັນລະບົບເອກະພາບ ແລະ ສອດຄ່ອງກັບແນວທາງຂອງສູນກາງ.

ກອງປະຊຸມຄັ້ງນີ້ ມີຄວາມສຳຄັນໃນການທົບທວນຜົນງານ, ຖອດຖອນບົດຮຽນ ແລະ ກຳ​ນົດທິດ ທາງວຽກງານໃນຕໍ່ໜ້າ ເພື່ອສ້າງການຈັດຕັ້ງພັກ ແລະ ລັດໃຫ້ເຂັ້ມແຂງ ມີປະສິດ​ທິ​ພາບ ແລະ ທັນສະໄໝ.

ຂ່າວ: ວົງສະໄໝ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa