ວັນທີ 23 ຕຸລາ 2026, ເມືອງສະ​ໜາມໄຊ ແຂວງອັດຕະປື ໄດ້ຈັດພິທີທຳລາຍອາວຸດລ່າເນື້ອ ແລະ ອຸປະ​ກອນຫາປາທີ່ຜິດກົດໝາຍ ເຊິ່ງເກັບກູ້ໄດ້ຈາກການລົງກວດກາ ແລະ ປາບປາມໃນໄລຍະ 1 ປີຜ່ານມາ. ເຂົ້າຮ່ວມໃນພິທີມີ ທ່ານ ພັນໂທ ຄຳສະໄໝ ໄຊຍະສັກ, ຫົວໜ້າການເມືອງກອງບັນຊາການທະຫານເມືອງ,​ ຜູ້ປະຈໍາການວຽກ​ງານ ປກ ຊ-ປກສ​ ຂັ້ນເມືອງ,​ ມີຕາງໜ້າອົງ​ການປົກຄອງເມືອງ, ອຳ​ນາດການປົກຄອງທ້ອງຖິ່ນ, ຕາງໜ້າຕາແສງ, ກຳລັງຕຳຫຼວດ-ທະຫານ ແລະ ພາກ​ສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໃນພິທີ, ເຈົ້າໜ້າທີ່ ປກສ ເມືອງ ໄດ້ລາຍງານຜົນການປະຕິບັດວຽກງານຮັກສາຄວາມສະຫງົບ, ການກວດກາ ແລະ ປາບປາມການກະທຳຜິດກົດໝາຍ ໂດຍສະເພາະການລັກລອບນຳໃຊ້ອາວຸດປືນ ແລະ ອຸປະ​ກອນຫາປາທີ່ທຳລາຍຊັບພະຍາ ກອນທຳມະຊາດ ແລະ ສັດນ້ຳ.
ຜ່ານການກວດກາ ແລະ ເກັບກູ້ໃນໄລຍະ 1 ປີຜ່ານມາ, ສາມາດລວບ​ລວມອາວຸດປືນໄດ້ທັງໝົດ 435 ກະບອກ, ໃນນັ້ນ ປືນແກັບ 372 ກະບອກ ແລະ ປືນຍິງດ້ວຍລູກແມັກ 63 ກະ ບອກ, ພ້ອມທັງເລົາປືນແກັບ 6 ເລົາ,​ ສ່ວນອຸປະກອນຫາປາຜິດກົດໝາຍມີ 148 ເຄື່ອງ, ໃນນັ້ນ ເຄື່ອງດູດ 7 ເຄື່ອງ ແລະ ເຄື່ອງຊອດປາ 141 ເຄື່ອງ, ນອກນັ້ນຍັງມີຈັກສະຕິນ 13 ເຄື່ອງ ແລະ ອຸປະກອນຜິດກົດໝາຍອື່ນໆ.

 

ໂອກາດນີ້, ທ່ານ ພັນໂທ ຄຳສະໄໝ ໄຊຍະສັກ ໄດ້ເນັ້ນໜັກໃຫ້ກຳລັງ ປກສ ເມືອງ ເພີ່ມທະວີການໂຄສະ​ນາເຜີຍແຜ່ກົດໝາຍ ແລະ ລະບຽບການໃຫ້ປະຊາຊົນບັນດາເຜົ່າເຂົ້າໃຈ​, ຕື່ນຕົວ ແລະ ມີສ່ວນຮ່ວມໃນການຮັກສາຄວາມສະ​ຫງົບ, ພ້ອມທັງສືບຕໍ່ກວດກາ ແລະ ເກັບກູ້ອາວຸດ ແລະ ອຸປະກອນຫາປາທີ່ຜິດກົດ ໝາຍໃຫ້ໝົດໄປຈາກທ້ອງຖິ່ນ.

ຈາກນັ້ນ, ຄະນະປະທານ ແລະ ຜູ້ເຂົ້າຮ່ວມ ໄດ້ຮ່ວມກັນທຳລາຍອາ​ວຸດລ່າເນື້ອ ແລະ ອຸປະກອນຫາປາທີ່ຢຶດມາໄດ້ໂດຍການຝັງດິນ ເພື່ອຢືນຢັນເຖິງຄວາມເຂັ້ມງວດໃນການບັງຄັບໃຊ້ກົດໝາຍ ແລະ ປົກ ປ້ອງຊັບພະຍາກອນທຳມະຊາດໃນທ້ອງຖິ່ນ.

ຂ່າວ: ພອນສຸກ ແວວສີ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa