ເມືອງສະໜາມໄຊ ສຳເລັດການຍົກລະດັບຄວາມຮູ້ພື້ນຖານການເມືອງ​-ການປົກຄອງ ໃຫ້ພະນັກງານຕາແສງ

ວັນທີ 21 ຕຸລາ 2026, ເມືອງສະ​ໜາມໄຊ ແຂວງອັດຕະປື ໄດ້ຈັດພິທີປິດຊຸດຝຶກອົບຮົມຄວາມຮູ້ພື້ນຖານດ້ານການເມືອງ-ການປົກຄອງ ໃຫ້ແກ່ພະນັກງານຕາແສງ ໂດຍມີ ສະ​ຫາຍ ນາງ ມີນາພອນ ໄຊສົມພູ ຮອງເລຂາພັກແຂວງ ຜູ້ຊີ້ນຳວຽກງານແນວຄິດ ແລະ ວຽກພັກ-ພະນັກ​ງານ, ພ້ອມດ້ວຍສະຫາຍ ພັທ ຄຳໂພໄຊ ໄຊຍະເສນາ ກຳມະການພັກແຂວງ ເລຂາພັກເມືອງສະໜາມໄຊ, ຄະນະຮັບຜິດຊອບຝຶກອົບຮົມຂັ້ນແຂວງ, ຄະນະນຳຂອງເມືອງ ແລະ ພະນັກງານຈາກ 4 ຕາແສງເຂົ້າ ຮ່ວມ.​

ການຝຶກອົບຮົມດັ່ງກ່າວດຳເນີນຂຶ້ນແຕ່ວັນທີ 19-21 ຕຸລາ 2026 ເປັນເວລາ 3 ວັນ, ໂດຍບັນດາສຳມະນາກອນໄດ້ຮັບຟັງການບັນລະຍາຍ ແລະ ສຶກສາຄົ້ນຄວ້າເອກະສານສຳຄັນ 9 ຫົວຂໍ້ ກ່ຽວກັບຄວາມຮູ້ພື້ນຖານດ້ານການເມືອງ-ການປົກຄອງ, ພ້ອມທັງປະກອບຄຳຄິດເຫັນ ແລະ ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ເພື່ອນຳຄວາມຮູ້ໄປໝູນໃຊ້ໃນການປະຕິບັດວຽກງານຢູ່ຂັ້ນຮາກຖານ.
ໃນໂອກາດນີ້ ໄດ້ມີພິທີມອບ-ຮັບໃບຢັ້ງຢືນໃຫ້ແກ່ສຳມະນາກອນຈຳນວນ 52 ສະຫາຍ, ຍິງ 10 ສະຫາຍ ທີ່ມາຈາກ 4 ຕາແສງ.

ໃນຕອນທ້າຍຂອງພິທີ ສະຫາຍ ນາງ ມີນາພອນ ໄຊສົມພູ ໄດ້ກ່າວຊົມເຊີຍບັນດາສຳມະນາກອນທີ່ຕັ້ງໃຈຮ່ຳຮຽນ ແລະ ຄົ້ນຄວ້າບັນດາເນື້ອໃນສຳຄັນ ຈົນສາມາດຍົກລະດັບຄວາມຮັບຮູ້ກ່ຽວກັບແນວທາງ ແລະ ນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ ລວມທັງການປັບປຸງແນວຄິດ ແລະ ທັດສະນະຫຼັກໝັ້ນ.

ພ້ອມນີ້ ທ່ານຍັງໄດ້ເນັ້ນໜັກໃຫ້ພະນັກງານຕາແສງກຳແໜ້ນຫຼັກການ “4 ຮູ້” ຄື: ຮູ້ນຳພາດ້ານການເມືອງ-ແນວຄິດ; ຮູ້ຈຳແນກມິດ-ສັດຕູ; ຮູ້ຊີ້ນຳການພັດທະນາເສດຖະກິດ; ແລະ ຮູ້ຊີ້ນຳວຽກງານວັດທະນະທຳ-ສັງຄົມ, ເພື່ອຍົກສູງຄວາມຮັບຜິດຊອບ ແລະ ປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນໃຫ້ດີຂຶ້ນ, ສ້າງຕາແສງໃຫ້ມີຄວາມໜັກແໜ້ນ ແລະ ເຂັ້ມແຂງຮອບດ້ານ. ພ້ອມທັງນຳເອົາຄວາມຮູ້ທີ່ໄດ້ຮັບໄປເຜີຍແຜ່ ແລະ ສຶກສາອົບຮົມປະຊາຊົນບັນດາເຜົ່າ ໃຫ້ຮັບຮູ້ເຂົ້າໃຈແນວທາງນະໂຍບາຍຂອງພັກ ແລະ ຮ່ວມກັນປົກປັກຮັກສາ ແລະ ສ້າງສາປະເທດຊາດໃຫ້ຈະເລີນກ້າວໜ້າ.
ຂ່າວ: ວົງສະໄໝ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa