ເປີດຊຸດອົບຮົມຄວາມຮູ້ພື້ນຖານການເມືອງ-ການປົກຄອງ ໃຫ້ພະນັກງານຂັ້ນຕາແສງ ຂອງເມືອງພູວົງ

ໃນວັນທີ 12 ຕຸລາ 2026 ນີ້, ທີ່ຫ້ອງວ່າການປົກຄອງເມືອງພູວົງ ແຂວງອັດຕະປື, ໄດ້ຈັດພິທີເປີດຊຸດຝຶກອົບຮົມຄວາມຮູ້ພື້ນຖານດ້ານການເມືອງ-ການປົກຄອງ ໃຫ້ແກ່ພະນັກງານຂັ້ນຕາແສງ. ໂດຍມີທ່ານ ທະນູໄຊ ບັນຊາລິດ ຮອງເລຂາພັກແຂວງ, ປະທານຄະນະກຳມະການປົກຄອງແຂວງອັດຕະປື, ມີທ່ານ ດາບແກ້ວ ໄຊຍະແສງ ກຳມະການພັກແຂວງ, ເລຂາພັກເມືຂອງ, ພ້ອມດ້ວຍການນຳຂັ້ນແຂວງ, ຂັ້ນເມືອງ, ຄະນະວິທະຍາກອນ ແລະ ສຳມະນາກອນຈາກ 3 ຕາແສງ ຂອງເມືອງ ຄື: ຕາແສງນ້ຳກົງ, ຕາແສງສົມບູນ ແລະ ຕາແສງວົງໄຊເຂົ້າຮ່ວມ.

ໃນໂອກາດກ່າວໄຂຊຸດຝຶກອົບຮົມ,ທ່ານ ທະນູໄຊ ບັນຊາລິດ ໄດ້ເນັ້ນວ່າ: ການຈັດຊຸດຝຶກອົບຮົມໃນຄັ້ງນີ້ ມີຄວາມໝາຍສຳຄັນຕໍ່ການຍົກສູງຄວາມຮູ້, ຄວາມສາມາດ ແລະ ຄວາມຮັບຜິດຊອບຂອງພະ ນັກງານຂັ້ນຕາແສງ ໃຫ້ມີຄວາມເຂັ້ມແຂງ, ມີຄວາມເປັນເຈົ້າການ ແລະ ສາມາດປະຕິບັດໜ້າທີ່ການເມືອງ-ການປົກຄອງຢູ່ຂັ້ນຮາກຖານໄດ້ຢ່າງມີປະສິດທິຜົນ.
ພ້ອມນີ້, ຍັງແນໃສ່ການເສີມສ້າງໂຄງປະກອບການຈັດຕັ້ງຂອງຄະນະກຳມະການປົກຄອງຕາແສງ ແລະ ຍົກສູງປະສິດທິພາບການປະຕິບັດວຽກງານ 5 ຂົງເຂດສຳຄັນ ປະກອບມີ: ວຽກງານບໍລິຫານ -ປົກຄອງ, ວຽກງານພັກ-ອົງການຈັດຕັ້ງມະຫາຊົນ, ວຽກງານເສດຖະກິດ-ການເງິນ, ວຽກງານວັດ ທະນະທຳ-ສັງຄົມ ແລະ ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃຫ້ມີຄວາມຮັບຜິດຊອບຊັດເຈນ ແລະ ສາມາດປະສານງານກັນໄດ້ຢ່າງກົມກຽວ.

ສຳລັບເນື້ອໃນການຮຽນຮູ້, ສຳມະນາກອນຈະໄດ້ສຶກສາເອກະສານສຳຄັນ 9 ຫົວຂໍ້ ເຊັ່ນ: ຊາດລາວ, ຄົນລາວ ແລະ ມູນເຊື້ອອັນສະຫງ່າລາສີຂອງຊາດລາວ, ການສ້າງຄວາມຮັບຮູ້ ແລະ ຄວາມເຂົ້າໃຈກ່ຽວກັບລະບອບການປົກຄອງຢູ່ ສປປ ລາວ ໃນປັດຈຸບັນ, ວຽກງານສຶກສາອົບຮົມການເມືອງ-ແນວຄິດໃນໄລຍະໃໝ່, ການເພີ່ມທະວີບົດບາດ, ຍົກສູງຄວາມສາມາດໃນການນຳພາ ແລະ ຄວາມເປັນແບບຢ່າງນຳໜ້າຂອງພັກ, ການພັດທະນາເສດຖະກິດຕິດພັນກັບການພັດທະນວັດທະນະທຳ-ສັງຄົມ ແລະ ສິ່ງແວດລ້ອມ, ແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານ, ການເຊື່ອມຊຶມກົດໝາຍເລກທີ 69/ສພຊ ແລະ ຄຳແນະນຳການຈັດຕັ້ງປະຕິບັດກົດ ໝາຍກ່ຽວກັບເອກະ ສານທາງລັດຖະການ, ການພັດທະນາຊົນນະ ບົດ-ແກ້ໄຂຄວາມທຸກຍາກ ແລະ ວຽກງານສາມສ້າງໃນໄລຍະໃໝ່, ການເຊື່ອມຊຶມຄຳແນະນຳເລກທີ 01/ຫສພ ກ່ຽວກັບການຈັດຕັ້ງປະຕິບັດເອກະສານຂອງພັກປະຊາຊົນປະຕິວັດລາວ ແລະ ເອກະສານກ່ຽວກັບວຽກງານການເງິນຂອງຕາແສງ.

ຊຸດຝຶກອົບຮົມຄັ້ງນີ້ ມີກຳນົດ 3 ວັນ, ແຕ່ວັນທີ 12-14 ຕຸລາ 2026, ໂດຍຄາດວ່າຈະຊ່ວຍໃຫ້ພະ ນັກງານຂັ້ນຕາແສງມີຄວາມຮູ້, ຄວາມເຂົ້າໃຈ ແລະ ທັກສະທີ່ຈຳເປັນຕໍ່ການປະຕິບັດໜ້າທີ່, ສາມາດນຳເອົາຄວາມຮູ້ໄປໝູນໃຊ້ເຂົ້າໃນວຽກງານຕົວຈິງ ເພື່ອປັບປຸງການບໍລິຫານ-ປົກຄອງຢູ່ຂັ້ນຮາກຖານໃຫ້ມີປະສິດທິຜົນດີຂຶ້ນ.

ຂ່າວ: ທິດປະສົງ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa