ສສຊ​ ເຂດ​ 17​ ສະເໜີປັບປຸງບາງມາດຕາຂອງກົດໝາຍວ່າດ້ວຍການບິນພົນລະເຮືອນ.​

ສະມາຊິກສະພາແຫ່ງຊາດ (ສສຊ) ຈາກເຂດເລືອກຕັ້ງຕ່າງໆ ໄດ້ສຸມໃສ່ປະກອບຄຳຄິດຄຳເຫັນຕໍ່ຮ່າງກົດໝາຍວ່າດ້ວຍການບິນພົນລະເຮືອນຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 15 ຕຸລາຜ່ານມານີ້ ທີ່ສະພາແຫ່ງຊາດ.​

ໃນໂອກາດນີ້, ທ່ານ ບຸນເຖິງ​ ດວງ​ສະຫວັນ​ ສສຊ ປະຈຳເຂດເລືອກຕັ້ງທີ 17 ແຂວງອັດຕະປື ໄດ້ສະແດງຄວາມເຫັນດີຕໍ່ຫຼັກການ ແລະ ຄວາມຈຳເປັນໃນການປັບປຸງກົດໝາຍສະບັບນີ້,​ ການປັບປຸງກົດໝາຍດັ່ງກ່າວແມ່ນມີຄວາມສໍາຄັນ ເພາະວ່າການເດີນທາງດ້ວຍເຄື່ອງບີນ ເປັນການເດີນທາງສະດວກ, ສະບາຍ ເມື່ອທຽບໃສ່ການເດີນທາງດ້ວຍພາຫານະຊະນິດອື່ນໆ ແຕ່ເພື່ອຮັບປະກັບດ້ານຄວາມປອດໄພ, ຮອງຮັບການພັດທະນາດ້ານການເດີນທາງດ້ວຍເຮືອບິນ ແລະ ເພື່ອໃຫ້ສອດຄ່ອງກັບການການກວດສອບ, ກວດກາຂອງ ອົງການ ການບິນພົນລະເຮືອນ, ຜ່ານການຄົ້ນຄວ້າຮ່າງກົດໝາຍວ່າດ້ວຍການບິນພົນລະເຮືອນ, ມີບາງຄໍາເຫັນແລກປ່ຽນ ຢູ່ 3 ຈຸດຄື:

1.​ ຕິດພັນກັບພາກທີ 4 ສະໜາມບິນ ແລະ ເດີນບິນ, ໂດຍສະເພາະແມ່ນໝວດທີ 2 ການວາງແຜນພັດທະນາ ແລະ ການກໍ່ສ້າງ, ສະໜາມບິນ, ເດີ່ນບິນ, ທີ່ໄດ້ກຳນົດໄວ້ຢ່າງຊັດເຈນໃນມາດຕາ 55 (ປັບປຸງ) ການວາງ ແຜນພັດທະນາ ສະໜາມບິນ, ເດີ່ນບິນ ຕ້ອງມີການສຶກສາຄົ້ນຄວ້າ, ເກັບກຳຂໍ້ມູນ ແລະ ວິເຄາະ, ວິໃຈຂໍ້ມູນ ທາງດ້ານເສດຖະກິດ-ສັງຄົມ, ສິ່ງແວດລ້ອມ ແລະ ໃຫ້ສອດຄ່ອງກັບແຜນພັດທະນາເສດຖະກິດ-ສັງຄົມແຫ່ງ ຊາດ ແລະ ແຜນຍຸດທະສາດການພັດທະນາການບິນພົນລະ ເຮືອນ, ແຕ່ເມື່ອທຽບໃສ່ພາກປະຕິບັດຕົວຈິງນັ້ນ ເຫັນວ່າມີບາງກໍລະນີ ທີ່ສ້າງແລ້ວແຕ່ບໍ່ໄດ້ນໍາໃຊ້ ຕົວຢ່າງສະໜາມບິນແຂວງ ອັດຕະປື ທີ່ມີມູນຄ່າສູງຫຼາຍ ລ້ານໂດລາ, ປັດຈຸບັນແມ່ນບໍ່ໄດ້ຊົມໃຊ້ ແລະ ມີການຊຸດໂຊມເປ່ເພ, ສະເໜີໃຫ້ເພີ່ມອີກໜຶ່ງມາດຕາອີກ ຕ່າງຫາກທີ່ເວົ້າເຖີງການພື້ນຟູ ແລະ ປັບປຸງ ໃນການໃຊ້ສະໜາມບິນທີ່ມີຢູ່ແລ້ວເພື່ອນໍາໃຊ້ຜົນປະໂຫຍດຂອງ ສະໜາມບິນດັ່ງກ່າວ.

2.​ ສະເໜີກຳນົດເວລາການເປີດ-ປິດ ສະໜາມບິນ ເພື່ອຮອງຮັບການພັດທະນາການບິນພົນລະ ເຮືອນ ໃນໄລຍະ ຍາວ ແລະ ຫຼຸດຜ່ອນການລົບກວນດ້ານມົນລະພິດທາງສຽງ ຂອງເຂດຊຸມຊົນທີ່ຢູ່ໃກ້ຄຽງສະໜາມບິນ.

3.​ ສະເໜີໃຫ້ໂຮມເຂົ້າກັນເປັນມາດຕາດຽວ ລະຫວ່າງ ມາດຕາ 85 (ໃໝ່) ເງິນແຮ ສໍາລັບການສືບ ສວນ-ສອບ ສວນ ເຫດຕິດຂັດ ແລະ ອຸບປະຕິເຫດການບີນ ແລະ ມາດຕາ 183 (ປັບປຸງ) ງົບປະມານ.

ຂ່າວ: ວິນັດ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa